ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກຳ​ມະ​ການ​ດ້ານ​ຄວາມ​ປອດ​ໄພໃນການ​ຂົນ​ສົ່ງວ່າ ນັກ​ບິນ​ຂອງ​ເຮືອ​ບິນ ທ. ໂຄ​ບີ ໄບ​ຣ​ແອັນ ເອົາ​ເຮືອ​ບິນ ​ຫລີກ​ເມກ ກ່ອນ​ມັນຈະ​ຕົກ


ທ່ານ​ນາງ ເຈນ​ນິ​ເຟີ ຮອມ​ເມນ​ດີ (ຂວາ) ຈາກ​ຄະ​ນະ​ກຳ​ມະ​ການ​ດ້ານ​ຄວາມ​ປອດ​ໄພ​ດ້ານ​ການ​ຂົນ​ສົ່ງ​ແຫ່ງ​ຊາດກ່າວລາຍງານ ຢູ່ກອງປະ​ຊຸມໃນ​ລັດ​ຄາ​ລິ​ຟໍ​ເນຍ ໃນ​ວັນ​ທີ 27 ມັງ​ກອນ, 2020
ທ່ານ​ນາງ ເຈນ​ນິ​ເຟີ ຮອມ​ເມນ​ດີ (ຂວາ) ຈາກ​ຄະ​ນະ​ກຳ​ມະ​ການ​ດ້ານ​ຄວາມ​ປອດ​ໄພ​ດ້ານ​ການ​ຂົນ​ສົ່ງ​ແຫ່ງ​ຊາດກ່າວລາຍງານ ຢູ່ກອງປະ​ຊຸມໃນ​ລັດ​ຄາ​ລິ​ຟໍ​ເນຍ ໃນ​ວັນ​ທີ 27 ມັງ​ກອນ, 2020

ນັກ​ຂັບເຮືອ​ບິນ​ເຮ​ລິ​ຄອບ​ເຕີທີ່​ຕົກແລະ​ເຮັດ​ໃຫ້ທ່ານໂຄ​ບີ ໄບ​ຣ​ແອັນ (Kobe Bryant), ນັກ​ກິ​ລາບານ​ບ້ວງທີ່​ມີ​ຊື່​ສຽງ​ໂດ່ງ​ດັງທີ່ສຸດ​ ໄດ້ເອົາ​ເຮືອ​ບິນພະ​ຍາ​ຍາມປີນຂຶ້ນ​ໄປເພື່ອ​ຫລີກຊັ້ນ​ເມກອັນ​ນຶ່ງກ່ອນມັນ​ຈະ​ໄປ​ຕຳ​ໃສ່​ເຈີ້ຍ​ພູໜ່ວຍ​ນຶ່ງ, ອີງ​ຕາມ​ບັນ​ດາ​ນັກ​ສືບ​ສວນ​ຂອງ​ລັດ​ຖະ​ບານ​ກາງ​ເວົ້າ.

ທ່ານ​ນາງ ເຈນ​ນິ​ເຟີ ຮອມ​ເມນ​ດີ (Jennifer Homendy) ຈາກ​ຄະ​ນະ​ກຳ​ມະ​ການ​ດ້ານ​ຄວາມ​ປອດ​ໄພ​ດ້ານ​ການ​ຂົນ​ສົ່ງ​ແຫ່ງ​ຊາດ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ນັກ​ບິນ​ຄົນ​ນັ້ນ ໄດ້​ຮັບອະ​ນຸ​ຍາດ​ພິ​ເສດ​ໃຫ້​ບິນ​ຢູ່​ໃນ​ໝອກ​ຄວັນ​ທີ່​ໜາ​ໄດ້ ແລ້ວ​ຈາກນັ້ນ​ ບໍ່​ພໍ​ໃດ​ນາ​ທີ​ຕໍ່​ມາ ກໍ​ໄດ້​ແຈ້ງ​ໃຫ້​ພວກ​ຄວບ​ຄຸມ​ການ​ບິນ​ຊາບ​ ກ່ຽວ​ກັບ​ການ​ເອົາເຮືອ​ບິນ​ບືນຂຶ້ນໄປ​ນັ້ນ.

ແລ້ວພວກ​ຄວບ​ຄຸມ​ການ​ບິນ​ກໍ​ບໍ່​ໄດ້​ຮັບ​ຄຳ​ຕອບ​ຈາກ​ນັກ​ບິນ​ອີກ​ເລີຍ​.

ທ່ານ​ນາງ ຮອມ​ເມນ​ດີ ເວົ້າ​ວ່າ​ຂໍ້​ມູນ​ທີ່​ບັນ​ທຶກ​ຢູ່​ໃນ​ເຄື່ອງ​ຈັບ​ສັນ​ຍານ​ເຮືອ​ບິນ​ ສະ​ແດງ​ໃຫ້​ຮູ້​ວ່າເຮືອ​ບິນ​ເຮ​ລິ​ຄອບ​ເຕີລຳ​ນັ້ນ​ໄດ້​ດຳ​ເນີນ​ການ​ບິນ​ເພື່ອປີນ​ຂຶ້ນ​ໄດ້​ຫລາຍຮ້ອຍ​ແມັດ​ ກ່ອນ​ຈະ​ອ່ວຍ​ຫົວລ້ຽວຊ້າຍ ແລະ​ບິນ​ລົງ​ມາແລ້ວ​ຕຳ​ໃສ່​ພູຢູ່​ທາງ​ເໜືອຂອງນະ​ຄອນລອ​ສ ແອນ​ເຈີ​ລິ​ສ.

ຢູ່​ໃນ​ການລາຍ​ງານ​ຕໍ່​ກອງ​ປະ​ຊຸມໃນ​ວັນ​ຈັນວານນີ້ ທ່ານ​ນາງ​ໄດ້​ພັນ​ລະ​ນາ​ກ່ຽວ​ກັບບ່ອນທີ່​ຊາກ​ຫັກ​ພັງກະ​ຈາຍ​ໄປ​ນັ້ນແມ່ນ "ກວ້າງຫລາຍ."

"ຫາງ​ເຮືອ​ບິນປ່ຽງນຶ່ງແມ່ນ​ຢູ່​ຕີນ​ພູ, ສ່ວນ​ລຳ​ຕົວ​ຂອງ​ເຮືອ​ບິນ​ແມ່ນ​ຟົ້ງ​ໄປຢູ່​ອີກຝາກ​ນຶ່ງ​ຂອງ​ພູ ແລະ​ໃບ​ພັດ​ຂອງເຮືອ​ບິນ ແມ່ນ​ຢູ່​ໄກ​ຈາກ​ຫັ້ນ​ໄປ​ປະ​ມານ 91 ແມັດ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ຜູ້ຊຶ່ງກ່າວ​ຕໍ່​ໄປ​ອີກວ່າທຸກ​ສິ່ງ ທຸກ​ຢ່າງ ແມ່ນ​ໄດ້​ຖືກ​ສັນ​ນິດ​ຖານ​ເບິ່ງ ທັງ​ນັກ​ບິນ, ເຮືອ​ບິນ ແລະ​ສະ​ພາບ​ແວດ​ລ້ອມ.

ກົດ​ລະ​ບຽບ​ຂອງ​ລັດ​ຖະ​ບານ​ກາງ​ຮຽກ​ຮ້ອງ​ໃຫ້ເຮືອ​ບິນ​ເຮ​ລິ​ຄອບ​ເຕີ​ຖື​ເອົາເຄື່ອງ​ບັນ​ທຶກ​ຂໍ້​ມູນ​ການ​ບິນ​ທີ່​ເປັນກ່ອງ​ດຳຄື​ກັນ​ກັບ​ເຄື່ອງ​ທີ່​ໃຊ້​ຢູ່​ໃນ​ເຮືອ​ບິນ​ໂດຍ​ສານນັ້ນ ໄປ​ນຳ.

ທ່ານ ໄບ​ຣ​ແອັນ (Bryant) ແລະ ​ລູກ​ສາວອາ​ຍຸ 13 ປີຂອງ​ທ່ານ, ນາງ ຈີ​ອາ​ນາ (Gianna) ແມ່ນນອນ​ຢູ່​ໃນ​ຈຳ​ນວນ 9 ຄົນ ​ທີ່​ເສຍ​ຊີ​ວິດ​ຢູ່​ໃນ​ເຫ​ດ​ເຮືອ​ບິນຕົກໃນ​ວັນ​ອາ​ທິດ​ຜ່ານມາ ທີ່​ເຮັດ​ໃຫ້​ໂລກ​ແຫ່ງ​ການ​ກິ​ລາຕົກ​ຕະ​ລຶງ ແລະ​ເຮັດ​ໃຫ້ແຟນ​ກິ​ລາ​ ແລະ​ເພື່ອນ​ນັກ​ກິ​ລາ​ທັງ​ຫລາຍຂອງ​ທ່ານບໍ່​ຮູ້​ຈັກວ່າ​ຈະ​ຫາ​ຄຳ​ເວົ້າອັນ​ໃດ​ດີ​ເພື່ອມາພັນ​ລະ​ນາເຖິງ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ໄດ້.

ນັກ​ບິນ​ຄົນ​ນັ້ນ ຍັງ​ເສຍ​ຊີ​ວິດ​ຢູ່​ຮຽງ​ຂ້າງ​ຂອງຄູ​ຝຶກ​ກິ​ລາ​ເບ​ສບອ​ລຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ອໍ​ແຣນ​ຈ໌ ໂຄ​ສ​ທ໌ (Orange Coast)​ໄ, ທ່ານ ຈອນ ອອ​ລ​ໂທ​ແລ​ລີ (John Altobelli). ເຮືອ​ບິນ​ເຮ​ລິ​ຄອບ​ເຕີລຳ​ນັ້ນກຳ​ລັງ​ມຸ້ງ​ໜ້າ​ໄປ​ຫາບ່ອນ​ແຂ່ງ​ຂັນ​ບານ​ບ້ວງ ​ຂອງພວກ​ຊາວ​ໜຸ່ມທີ່​ນາງ ຈີ​ອາ​ນາ (Gianna) ໄບ​ຣ​ແອັນ ​ມີແຜນວ່າ​ຈະ​ໄປ​ຫລິ້ນຢູ່​ໃນ​ນັ້ນ.
ທ່ານໂຄ​ບີ ໄບ​ຣ​ແອັນ (Kobe Bryant) ມີ​ອາຍຸ​ໄດ້ 41 ປີ ແລະ​ຈະ​ຖືກ​ຈົດ​ຈຳ ໄວ້​ວ່າ​ເປັນນັກ​ກິ​ລາບານ​ບ້ວງ​ອາ​ຊີບ​ທີ່ດີ​ທີ່​ສຸດຄົນ​ນຶ່ງ ​ທີ່ໄດ້​ກ້າວ​ເຂົ້າ​ໄປ​ໃນ​ເດີ່ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG