ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫຼາຍກວ່າ 660 ຄົນ ເສຍຊີວິດ ໃນການຕໍ່ສູ້ ​ຍາດ​ເອົາເມືອງ Kobani ​


Islamic State CNPK
please wait
Embed

No media source currently available

0:00 0:01:33 0:00

Islamic State CNPK

ກຸ່ມຕິດຕາມເບິ່ງສະຖານະການກຸ່ມ​ນຶ່ງ ກ່າວວ່າ ມີຫຼາຍກວ່າ 660
ຄົນ ໄດ້ເສຍຊີວິດ ໃນການຕໍ່ສູ້ກັນມາເປັນ​ເວລາ​ນຶ່ງເດືອນ ​ເພື່ອ​
ຍາດເອົາເມືອງ Kobani ​ໃນ​ເຂດຊາຍ ແດນພາກ​ເໜືອຊີເຣຍນັ້ນ.

ກຸ່ມສິ້ງ​ຊອມ​ເບິ່ງສິດທິມະນຸດຂອງຊີເຣຍ ທີ່ມີສຳນັກງານຢູ່ອັງກິດ ​
ແລະ​ມີ​ແຫ​ລ່ງຂ່າວ​ຢູ່​ພາຍໃນຊີເຣຍນັ້ນ ລາຍງານໃນວັນພະຫັດມື້ນີ້
ວ່າ ພວກຫົວຮຸນແຮງຂອງກຸ່ມລັດອິສລາມ ປະມານ 380 ຄົນ ໄດ້
ຖືກສັງຫານໃນການຕໍ່ສູ້ກັບກອງກຳລັງຊາວເຄີດ ຢູ່ໃນເຂດນັ້ນ
ທີ່ຮູ້ກັນໃນອີກ​ຊື່​ນຶ່ງ​ວ່າ Ayn al-Arab.

ໃນຈຳນວນຂອງຜູ້ທີ່ເສຍຊີວິດທີ່​ເຫລືອນັ້ນ ມີພວກນັກ​ລົບຊາວເຄີດ
260 ກ່ວາຄົນແລະມີພົນລະເຮືອນ 17 ຄົນ. ການ​ບຸກ​ໂຈມ​ຕີ​ ​ຍາດ​ເອົາ​ເມືອງ​ໂກ​ບາ​ນີ ຂອງ
ກຸ່ມລັດອີສລາມ ທີ່ເລີ້ມຂຶ້ນໃນເດືອນກັນຍາ ໄດ້ຂັບໄລ່ຫລາຍໝື່ນຄົນ ຊຶ່ງສ່ວນໃຫຍ່ເປັນ
ຊາວເຄີດຊີເຣຍ ໃຫ້ຫລົບໜີໄປຍັງເທີກີ.

​ສະຫະລັດແລະບັນດາປະເທດພາຄີ ໄດ້​ເພີ້​ມທະວີ​ການ​ຖີ້ມລະ​ເບີດ​ໃສ່​ພວກລັດອີສລາມໃນ
ເມືອງ Kobani ໃນອາທິດນີ້ ເພື່ອຊ່ອຍເຫຼືອພວກທະຫານ​ບ້ານຊາວເຄີດ ທາງພາກພື້ນດິນ.

ການວິເຄາະຂອງສະຫະລັດ ເຊື່ອວ່າ ການໂຈມຕີ​ເຫລົ່ານີ້ໄດ້ສັງຫານພວກຫົວຮຸນແຮງ
ລັດອີສລາມ ຫຼາຍຮ້ອຍຄົນ.

XS
SM
MD
LG