ອະດີດນັກການທູດ ສະຫະລັດ ທ່ານ ເຮັນຣີ ຄິສຊິງເຈີ ໄດ້ກ່າວວ່າເວລາແມ່ນກຳລັງຫຍັບໃກ້ເຂົ້າມາ ສຳລັບການເຈລະຈາສັນຕິພາບ ໃນ ຢູເຄຣນ ເພື່ອຫຼຸດຜ່ອນຄວາມສ່ຽງຂອງສົງຄາມໂລກທີ່ທຳລາຍລ້າງອີກຄັ້ງນຶ່ງ, ແຕ່ລັດຖະບານ ກີຢິບ ໄດ້ປະຕິເສດຄຳເຫັນຂອງທ່ານນັ້ນວ່າ ເປັນການ “ເອົາໃຈຜູ້ຮຸກຮານ” ແລະ ໄດ້ກ່າວວ່າ ມັນອາດບໍ່ມີຂໍ້ຕົກລົງທີ່ປະກອບມີການຍອມຍົກເຂດແດນໃຫ້.
ທ່ານ ຄິສຊິງເຈີ, ອາຍຸ 99 ປີ ແລະ ເປັນຜູ້ສ້າງນະໂຍບາຍບັນເທົາສົງຄາມເຢັນ ຕໍ່ສະຫະພາບ ໂຊຫວຽດ ໃນຖານະເປັນລັດຖະມົນຕີການຕ່າງປະເທດພາຍໃຕ້ປະທານາທິບໍດີ ຣິເຈີດ ນິກສັນ ສັງກັດພັກຣີພັບບລີກັນ ແລະ ທ່ານ ເຈໂຣລ໌ ຝອດ, ໄດ້ພົບປະກັບທ່ານ ວລາດິເມຍ ປູຕິນ ຂອງຣັດເຊຍ ຫຼາຍຄັ້ງນັບຕັ້ງແຕ່ທ່ານໄດ້ກາຍເປັນປະທານາທິບໍດີຄັ້ງທຳອິດ ໃນປີ 2000.
ມັນບໍ່ມີທ່າທາງຂອງການສິ້ນສຸດຕໍ່ຄວາມຂັດແຍ້ງທີ່ໄດ້ເກີດຂຶ້ນຍ້ອນການບຸກລຸກຢູເຄຣນຂອງທ່ານ ປູຕິນ ເມື່ອວັນທີ 24 ກຸມພາທີ່ຜ່ານມາ, ເຊິ່ງໄດ້ສັງຫານປະຊາຊົນຫຼາຍສິບພັນຄົນ ແລະ ໄດ້ເຮັດໃຫ້ຫຼາຍລ້ານຄົນ ໜີອອກຈາກບ້ານຂອງເຂົາເຈົ້າ. ສະຫະລັດ ແລະ ພັນທະມິດຕາເວັນຕົກໄດ້ກ່າວປະນາມການບຸກລຸກນັ້ນ.
ຣັດເຊຍ ຕອນນີ້ແມ່ນໄດ້ຄວບຄຸມພື້ນທີ່ນຶ່ງສ່ວນຫ້າຫຼື 20 ເປີເຊັນຂອງ ຢູເຄຣນ.
ວັງເຄຣັມລິນກ່າວວ່າ ກີຢິບ ຕ້ອງຮັບຮູ້ການຄອບຄອງພາກພື້ນຕອນໃຕ້ ແລະ ຕາເວັນອອກຂອງ ມົສກູ. ຢູເຄຣນເວົ້າວ່າທະຫານ ຣັດເຊຍ ທຸກຄົນຕ້ອງອອກຈາກເຂດແດນຂອງເຂົາເຈົ້າ, ລວມທັງແຫຼມໄຄຣເມຍ, ເຊິ່ງຖືກຄອບຄອງໂດຍ ຣັດເຊຍ ໃນປີ 2014. ກີຢິບ ໄດ້ຂໍສະໝັກເຂົ້າຮ່ວມອົງການ NATO ຫຼັງຈາກ ມົສກູ ໄດ້ປະກາດການຄອບຄອງ ໃນເວລາຕໍ່ມາໃນເດືອນກັນຍາ.
ທ່ານ ຄິສຊິງເຈີ ໄດ້ຂຽນໃນວາລາສານ The Spectator ວ່າ “ເວລາແມ່ນກຳລັງຫຍັບໃກ້ເຂົ້າມາເພື່ອສ້າງແຜນຍຸດທະສາການປ່ຽນແປງ ເຊິ່ງໄດ້ຖືກບັນລຸແລ້ວ ແລະ ເພື່ອລວມມັນເຂົ້າໃນໂຄງຮ່າງໃໝ່ເພື່ອບັນລຸສັນຕິພາບຜ່ານການເຈລະຈາ.”
ທ່ານ ຄິສຊິງເຈີ ໄດ້ຂຽນວ່າ “ຂະບວນການສັນຕິພາບຄວນເຊື່ອມໂຍງ ຢູເຄຣນ ກັບອົງການ NATO, ບໍ່ວ່າຈະເປັນການເວົ້າແນວໃດກໍ່ຕາມ. ທາງເລືອກອື່ນຂອງຄວາມເປັນກາງ ແມ່ນບໍ່ມີຄວາມໝາຍອີກຕໍ່ໄປແລ້ວ.”
ທ່ານ ຄິສຊິງເຈີ ໄດ້ກ່າວໃນເດືອນພຶດສະພາທີ່ຜ່ານມາວ່າ ທ່ານໄດ້ສະເໜີການຢຸດຍິງພາຍໃຕ້ອັນທີ່ວ່າ ຣັດເຊຍ ຈະຖອນຈາກເຂດແນວໜ້າ ກ່ອນການບຸກໃນເດືອນກຸມພາ, ແຕ່ແຫຼມ ໄຄຣເມຍ ຈະເປັນຫົວຂໍ້ຂອງ “ການເຈລະຈາ.”