ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ຍີ່​ປຸ່ນ ທ່ານ​ກິ​ຊິ​ດະ ໃຫ້​ບູ​ລິ​ມະ​ສິດ​ຕໍ່​ການ​ສ້າງກອງ​ທັບ ແລະ​ຕ່າວ​ປີ້ນອັດ​ຕາ​ການ​ເກີດ​ທີ່​ຫຼຸດ​ລົງ


​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ກ່າວ​ຄຳ​ປາ​ໄສ​ ໃນ​ມື້​ທຳ​ອິດ​ຂອງ​ກອງ​ປະ​ຊ​ຸມ​ສະ​ໄໝ​ສາ​ມັນ​ຂອງ​ສະ​ພາ​ຕ່ຳ ທີ່​ໂຕ​ກຽວ ເມື່ອ​ວັນ​ທີ 23 ມັງ​ກອນ 2023.
​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມິ​ໂອະ ກິ​ຊິ​ດະ ກ່າວ​ຄຳ​ປາ​ໄສ​ ໃນ​ມື້​ທຳ​ອິດ​ຂອງ​ກອງ​ປະ​ຊ​ຸມ​ສະ​ໄໝ​ສາ​ມັນ​ຂອງ​ສະ​ພາ​ຕ່ຳ ທີ່​ໂຕ​ກຽວ ເມື່ອ​ວັນ​ທີ 23 ມັງ​ກອນ 2023.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ກິ​ຊິ​ດະ ຟູ​ມິ​ໂອະ ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ຍີ່​ປຸ່ນ​ພວມ​ປະ​ເຊີນ​ໜ້າ ​ກັບ​ສະ​ພາບ​ຄວາມ​ໝັ້ນ​ຄົງ​ທີ່​ຮ້າຍ​ແຮງ​ສຸດຢູ່​ໃນ​ຂົງ​ເຂດ ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີສອງສິ້ນ​ສຸດ​ລົງແລະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຊຸກ​ຍູ້​ໃຫ້​ມີ​ການ​ສ້າງ​ກຳ​ລັງ​ທະ​ຫານ ພາຍ​ໃຕ້​ຍຸດ​ທະ​ສາດ​ຄວາມ​ໝັ້ນ​ຄົງ​ ທີ່​ຫາ​ກໍ​ມີ​ການ​ຮັບ​ຮອງ​ເອົ​າ​ສະ​ບັບ​ໃໝ່ ໃນ​ໄລ​ຍະ 5 ປີ​ຕໍ່​ໜ້າແລ​ະ​ໄກ​ອອກ​ໄປ​ກວ່ານັ້ນ ຕະ​ຫຼອດຫາ​ທາງ​ແກ້​ໄຂ​ບັນ​ຫາ​ການ​ເກີດ​ທີ່​ຫຼຸດ​ນ້ອຍ​ລົງ​ຢ່າງວ່ອງ​ໄວເພື່ອ​ໃຫ້​ປະ​ເທດ​ຊາດ​ສາ​ມາດ​ຢູ່​ລອດ​ໄດ້​ຢ່າງ​ຍືນ​ຍົງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ລັດ​ຖະ​ບານ​ທ່ານ​ກິ​ຊິ​ດະ ໃນ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ ໄດ້​ຮັບ​ຮອງ​ເອົາ​ການ​ແກ້​ໄຂ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ສຳ​ຄັນ​ແລະ​ການ​ປະ​ຕິ​ຮູບ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ທີ່​ຮວມ​ທັງ​ຄວາມ​ສາ​ມາດ​ໃນ​ການ​ໂຈມ​ຕີ​ຕອບ​ໂຕ້​ຄືນທີ່​ແຕກ​ຕ່າງ​ໄປ​ຈາກ​ຫຼັກ​ການ​ປ້ອງ​ກັນ​ໂຕ​ໄດ້​ເທົ່າ​ນັ້ນ​ໃນ​ຍຸກ​ຫຼັງ​ສົງ​ຄາມ. ຍີ່​ປຸ່ນ​ກ່າວ​ວ່າ ການ​ຕິດ​ຕັ້ງ​ລະ​ບົບ​ຕໍ່​ຕ້ານ​ລູກ​ສອນ​ໄຟ​ໃນ​ເວ​ລານີ້ ແມ່ນ​ບໍ່​ພຽງ​ພໍ​ທີ່​ຈະ​ປ້ອງ​ກັນ​ອາ​ວຸດ​ທີ່​ມີ​ຄວາມ​ກ້າວ​ໜ້າ​ຢ່າງວ່ອງ​ໄວ​ຂອງ​ຈີນ ແລະ​ເກົາ​ຫຼີ​ເໜືອ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ເປີດ​ສະ​ໄໝ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ທີ່​ສຳ​ຄັນ​ໃນ​ປີນີ້ ທ່ານ​ກິ​ຊິ​ດະ​ເວົ້າ​ວ່າ ການ​ພົວ​ພັນ​ທາງ​ດ້ານ​ການ​ທູດ​ຢ່າງ​ຂຸ້ນ​ຂ້ຽວ​ ຄວນ​ເປັນ​ບູ​ລິ​ມະ​ສິດ ແຕ່​ກໍ​ຈຳ​ເປັນ​ຕ້ອງ​ມີ​ “​ອຳ​ນາດ​ໃນ​ດ້ານປ້ອງ​ກັນ​ປະ​ເທດ​ເພື່ອ​ໃຫ້​ການ​ໜຸນ​ຫຼັງ​ມັນ.” ທ່ານ​ກ່າວ​ວ່າ ຍຸດ​ທະ​ສາດ​ໃໝ່​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຍີ່​ປຸ່ນແມ່ນ​ອີງ​ໃສ່ການ​ຈຳ​ລອງ​ຕົວ​ຈິງ “ໃນ​ຂະ​ນະ​ທີ່​ພວກ​ເຮົາ​ປະ​ເຊີນ​ໜ້າ​ ກັບ​ສະ​ພາບ​ແວດ​ລ້ອມ​ດ້ານຄວາມໝັ້ນ​ຄົງ​ທີ່​ຮ້າຍ​ແຮງ​ ແລະ​ສະ​ຫຼັບ​ຊັບ​ຊ້ອນ​ທີ່​ສຸດ ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງທີ 2 ເປັນ​ຕົ້ນ​ມາ ແລະ​ຄຳ​ຖາມ​ທີ່​ວ່າ ພວກ​ເຮົາ​ສາ​ມາດ​ປົກ​ປ້ອງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ພວກ​ເຮົາ​ໃນ​ຍາມ​ສຸກ​ເສີນ​ໄດ້​ຫຼື​ບໍ່.”

ຍຸດ​ທະ​ສາດ​ດັ່ງ​ກ່າວ​ແມ່ນ​ຊອກ​ຫາ​ທາງກວດ​ສອບ​ເບິ່ງ​ຄວາມ​ໄຝ່​ຝັນ​ໃນ​ການ​ອ້າງ​ເອົາ​ດິນ​ແດນ​ແບບ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ຂອ​ຈີນ ແຕ່​ກໍ​ເປັນ​ບັນ​ຫາ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ​ສຳ​ຄັນ​ສຳ​ລັບ​ຫຼາຍປະ​ເທດ​ໃນ​ເຂດ​ເອ​ເຊຍ ທີ່​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ​ຈາກ​ການຮຸກ​ຮານ​ຂອງ​ຍີ່​ປຸ່ນ​ໃນ​ສະ​ໄໝ​ສົງ​ຄາມ. ທ່ານ​ກິ​ຊິ​ດະກ່າວ​ວ່າ ມັນ​ເປັນ “ບາດ​ລ້ຽວ​ທີ່​ສຳ​ຄັນ” ໃນ​ນະ​ໂຍ​ບາຍ​ຄວາມ​ໝັ້ນ​ຄົງ​ຂອ​ງ​ຍີ່​ປຸ່ນ ແຕ່​ກໍ​ຍັງ​ສືບ​ຕໍ່​ຢູ່​ພາຍ​ໃນ​ຂໍ້​ຈຳ​ກັດ​ໃນ​ລັດ​ຖະ​ທຳ​ມະ​ນູນ​ແບບ​ສັນ​ຕິ​ຂອງ​ຕົນ​ແລະ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ.

ທ່ານ​ກິ​ຊິ​ດະ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຢ່າງ​ຈະ​ແຈ້ງວ່າມັນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ແມ່ນ​ແຕ່​ໜ້ອຍ​ດຽວ​ ໄປ​ຈາກ​ຫຼັກ​ການ​ບໍ່​ມີ​ອາ​ວຸດ​ນິວ​ເຄ​ລຍ​ແລະ​ມີ​ແຕ່​ປ້ອງ​ກັນ​ໂຕ​ໄດ້ເທົ່າ​ນັ້ນ​ຂອງ​ຍີ່​ປຸ່ນ​ແລະ​ບາດ​ກ້າວ​ຂອງ​ພວກ​ເຮົາ​ໃນ​ຖາ​ນະ​ປະ​ເທດ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ.”

ພາຍ​ໃນ​ເດືອນນີ້ ທ່ານ​ກິ​ຊິ​ດະ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ 5 ປະ​ເທດ ຮວມ​ທັ​ງ​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເພື່ອ​ໃຫ້​ການ​ອະ​ທິ​ບາຍ​ກ່ຽວ​ກັບ​ນະ​ໂຍ​ບາຍ​ໃໝ່​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ຍີ່​ປຸ່ນແລະ​ຈ​ະ​ເສີມ​ຂະ​ຫຍ​າຍ​ຄວາມ​ສຳ​ພັນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ເພີ້ມ​ຕື່ມ​ກັບ​ສະ​ຫະ​ລັດ ຊຶ່ງ​ພັນ​ທະ​ມິດ​ຂອງ​ຍີ່​ປຸ່ນ.

ຍີ່​ປຸ່ນ​ມີ​ແຜນ​ການ​ຈະ​ເພີ້ມ​ງົບ​ປະ​ມານ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂຶ້ນສອງ​ເທົ່າ​ພາຍ​ໃນ​ໄລ​ຍະ​ 5 ປີ​ຕໍ່​ໜ້າເປັນ 43 ພັນ​ຕື້​ເຢັນ ຫຼື​ປະ​ມານ 332 ພັນ​ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​ປັບ​ປຸງ​ຄວາ​ມສ​າ​ມາດ​ທາງ​ດ້ານ​ໄຊ​ເບີ້​ແລະ​ສືບ​ລັບ​ຂອງ​ຕົນ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG