ກະສັດ ຊາລສ໌ ທີສາມແຫ່ງ ອັງກິດ ໄດ້ເດີນທາງໄປ ເອດິນເບີກ ສກັອດແລນ ໃນວັນຈັນມື້ນີ້ບ່ອນທີ່ເພິ່ນຈະເຂົ້າຮ່ວມກັບນ້ອງຂອງເພິ່ນສຳລັບການແຫ່ຂະບວນມະໂຫລານ ເວລາທີ່ໂລງສົບແມ່ຂອງເພິ່ນຖືກນຳພາໄປຈາກຫໍພະຣາຊະວັງ ໂຮລີຣູດ, ເຊິ່ງແມ່ນສະຖານທີ່ພັກຜ່ອນທາງການຂອງພະມະຫາກະສັດ ອັງກິດໃນປະເທດ ສກັອດແລນ, ໄປມະຫາວິຫານ ເຊ້ນ ໄຈລສ໌.
ສົບຂອງພະຣາຊິນີ ເອລິຊາແບັດ ທີສອງ ຈະຖືກດອຍໄວ້ໃນໂບດມະຫາວິຫານດັ່ງກ່າວ ບ່ອນທີ່ສາທາລະນະຈະຖືກອະນຸຍາດ ໃຫ້ໄປສະແດງຄວາມເຄົາລົບ.
ໃນວັນອາທິດວານນີ້, ໂລງສົບຂອງເພິ່ນ ໄດ້ຖືກນຳໄປຈາກຫໍປະສາດ ແບລມໍຣາລ, ບ່ອນທີ່ເພິ່ນໄດ້ສິ້ນພະຊົນໃນວັນພະຫັດທີ່ຜ່ານມາໄປນະຄອນຫຼວງ ເອດິນເບີກ.
ລົດບັນທຸກໂລງສົບ, ເຊິ່ງຕິດຕາມດ້ວຍບັນດາເຈົ້າໜ້າທີ່ຣາຊະວົງ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພ, ໄດ້ເດີນທາງອອກຈາກຫໍປະສາດ ແບລມໍຣາລ ບໍ່ດົນກ່ອນຕອນທ່ຽງຂອງວັນອາທິດວານນີ້, ເຊິ່ງເປັນການເລີ່ມຕົ້ນຂອງການເດີນທາງທີ່ຍາວ ແລະ ຄັ້ງສຸດທ້າຍຂອງພະຣາຊິນີ ເອລິຊາແບັດ ທີສອງ.
ຂະບວນລົດດັ່ງກ່າວຖືກຕິດຕາມຢ່າງຊ້າໆຜ່ານຄ້ອຍບາລະມີ ສກັອດແລນ, ເຊິ່ງແມ່ນພູມີປະເທດ ທີ່ຖືກຮັກຫອມໂດຍມະຫາກະສັດ ທີ່ຫາກໍ່ໄດ້ສິ້ນພະຊົນໄປ, ບ່ອນທີ່ເພິ່ນໄດ້ໃຊ້ຫຼາຍອາທິດສຸດທ້າຍທີ່ສະຫງົບໃນຊີວິດຂອງເພິ່ນ. ໃນຫຼາຍປີທີ່ຜ່ານມາ, ພະຣາຊິນີໄດ້ໄປຢ້ຽມຢາມໝູ່ບ້ານຊົນນະບົດຂອງ ສກັອດແລນ ແຫ່ງນີ້ຫຼາຍຄັ້ງ ເວລາທີ່ເພິ່ນໄດ້ໄປພັກຢູ່ຫໍປະສາດ ແບາລມໍຣາລ, ເປັນເຂດທີ່ເພິ່ນຮັກ ແລະ ເພິ່ນກໍໄດ້ຮັບຄວາມຮັກຕອບແທນຢ່າງຫຼວງຫຼາຍເຊັ່ນກັນ.
ພວກປະຊາຊົນໄດ້ເຕົ້າໂຮມກັນຢູ່ແຄມທາງເພິ່ງຊ່ອງເບິ່ງເພິ່ນເປັນຄັ້ງສຸດທ້າຍ ແລະ ກ່າວອຳລາ. ຄວາມມິດງຽບໄດ້ສະແດງໃຫ້ເຫັນຄວາມຕົກໃຈທີ່ຍັງຄົງຮູ້ສຶກ ກ່ຽວກັບ ການຈາກໄປຂອງພະອົງ ແລະ ຄວາມເຄົາລົບເຊິ່ງພະຣາຊິນີທີ່ໄດ້ສິ້ນພະຊົນໄປໄດ້ມີຢູ່ໃນຊຸມຊົນຕ່າງໆທົ່ວອັງກິດ.
ຜູ້ຊົມບາງຄົນໄດ້ໂຍນດອກໄມ້ໃນຂະນະທີ່ລົດບັນທຸກສົບໄດ້ຜ່ານໄປ, ແລະຫຼາຍ ຄົນຢູ່ໃນຝູງຄົນດັ່ງກ່າວກໍໄດ້ນ້ຳຕາໄຫຼ. ມີຄົນຕົບມືຢ່າງເບົາໆລຸນຫຼັງທີ່ຂະບວນລົດໄດ້ດຳເນີນໄປທາງພາກໃຕ້.
ນາງ ສເຕຟານີ ຄຸກ, ຜູ້ອາໄສຢູ່ບ້ານ ບາລເລເທີ, ທີ່ຕັ້ງຢູ່ໃກ້ກັບຫໍປະສາດ ແບລມໍຣາລ ໄດ້ກ່າວວ່າ “ພວກເຮົາໄດ້ຮູ້ຈັກເພິ່ນຕະຫຼອດຊີວິດຂອງພວກເຮົາ. ສະນັ້ນ, ມັນໄດ້ເປັນສິ່ງນຶ່ງທີ່ຄົງທີ່ຢູ່ໃນຊີວິດຂອງພວກເຮົາທັງໝົດ.”
ຫຼັງຈາກການເດີນທາງ 6 ຊົ່ວໂມງ, ລົດບັນທຸກໂລງສົບກໍໄດ້ຂ້າມແມ່ນ້ຳ ຟອທ (Forth) ໄປສູ່ນະຄອນຫຼວງ ເອດິນເບີກ ຂອງ ສກັອດແລນ. ຢູ່ຕາມຖະໜົນ ໂຣຢອລ ໄມລ໌ (Royal Mile), ປະຊາຊົນຊາວ ສກັອດແລນ ໄດ້ລໍຖ້າເພື່ອເບິ່ງຂະບວນແຫ່ສົບດັ່ງກ່າວ.
ນາງ ຟີໂອນາ ມອຟແຟັດ ໄດ້ເດີນທາງຈາກເມືອງ ກລາສໂກ ເພື່ອໄປເປັນສັກຂີພະຍານຂອງຊ່ວງເວລານັ້ນ. ນາງໄດ້ກັ້ນນ້ຳຕາໄວ້ ໃນຂະນະທີ່ລາວໄດ້ອະທິບາຍ ກ່ຽວກັບ ຄວາມຮູ້ສຶກຂອງລາວ.