ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ກິມ ປະຕິຍານ ທີ່ຈະສ້າງ “ກອງທັບທີ່ບໍ່ມີໃຜທຳລາຍໄດ້” ໃນຂະນະທີ່ກ່າວໂຈມຕີ ສະຫະລັດ


ອຸປະກອນທາງທະຫານສາມາດເຫັນໄດ້ໃນລະຫວ່າງການເດີນສວນສະໜາມກອງທັບ ເພື່ອສະເຫຼີມສະຫຼອງກອງປະຊຸມຄັ້ງທີ 8 ຂອງພັກກຳມະກອນ, ນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ. 14 ມັງກອນ, 2021. ພາບນີ້ສະໜອງໃຫ້ ໂດຍອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ (KCNA).
ອຸປະກອນທາງທະຫານສາມາດເຫັນໄດ້ໃນລະຫວ່າງການເດີນສວນສະໜາມກອງທັບ ເພື່ອສະເຫຼີມສະຫຼອງກອງປະຊຸມຄັ້ງທີ 8 ຂອງພັກກຳມະກອນ, ນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ. 14 ມັງກອນ, 2021. ພາບນີ້ສະໜອງໃຫ້ ໂດຍອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ (KCNA).

ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ກວດສອບເບິ່ງລູກສອນໄຟຂະໜາດແຮງເຊິ່ງຖືກພັດທະນາຂຶ້ນມາເພື່ອດຳເນີນການໂຈມຕີນິວເຄລຍຕໍ່ແຜ່ນດິນໃຫຍ່ຂອງສະຫະລັດ, ໃນຂະນະທີ່ທ່ານໄດ້ປະ ຕິຍານທີ່ຈະສ້າງກອງທັບ “ທີ່ບໍ່ມີໃຜທຳລາຍໄດ້” ເພື່ອຮັບມືກັບສິ່ງທີ່ທ່ານເອີ້ນວ່າຄວາມມຸ່ງຮ້າຍຢ່າງຕໍ່ເນື່ອງຂອງ ສະຫະລັດ, ອີງຕາມການລາຍງານຂອງສື່ມວນຊົນລັດຖະບານ.

ໃນສິ່ງທີ່ປາກົດວ່າຈະເປັນຄວາມພະຍາຍາມສືບຕໍ່ເພື່ອຍຸແຍ່ໃຫ້ເກີດຄວາມໂມໂຫ ລະຫວ່າງ ວໍຊິງ ຕັນ ແລະ ໂຊລ ນັ້ນ, ທ່ານ ກິມ ຍັງໄດ້ໃຊ້ຄຳປາໄສຂອງທ່ານໃນງານສະແດງລະບົບອາວຸດທີ່ດົນໆຈັດຂຶ້ນເທື່ອນຶ່ງໃນວັນຈັນວານນີ້ ເພື່ອຢໍ້າວ່າອຳນາດທາງທະຫານຂອງທ່ານບໍ່ໄດ້ແນເປົ້າໃສ່ເກົາຫຼີໃຕ້ ແລະ ວ່າມັນບໍ່ຄວນເປັນສົງຄາມທີ່ເຮັດໃຫ້ຄົນ ເກົາຫຼີ ຫັນມາສູ້ກັນອີກ.

ທ່ານ ກິມ ໄດ້ກ່າວໃນວັນຈັນວານນີ້ວ່າ “ສະຫະລັດ ໄດ້ໃຫ້ສັນຍານຢ່າງເປັນປະຈຳວ່າເຂົາເຈົ້າບໍ່ໄດ້ມຸ່ງຮ້າຍຕໍ່ປະເທດຂອງພວກເຮົາ, ແຕ່ມັນບໍ່ມີຫຼັກຖານທີ່ອີງໃສ່ການກະທຳທີ່ເຮັດໃຫ້ພວກເຮົາເຊື່ອວ່າເຂົາເຈົ້າບໍ່ໄດ້ມຸ່ງຮ້າຍ. ສະຫະລັດ ແມ່ນໄດ້ສືບຕໍ່ສ້າງຄວາມເຄັ່ງຕຶງໃນພາກພື້ນດ້ວຍການຕັດ ສິນ ແລະການກະທຳທີ່ຜິດຂອງເຂົາເຈົ້າ,” ອີງຕາມອົງການຂ່າວສູນກາງຂອງທາງການ ເກົາຫຼີເໜືອ ຫຼື (KCNA).

ດ້ວຍການເອີ້ນວ່າ ສະຫະລັດ ເປັນ “ແຫຼ່ງທີ່ມາ” ຂອງຄວາມບໍ່ໝັ້ນຄົງໃນແຫຼມ ເກົາຫຼີ ນັ້ນ, ທ່ານ ກິມ ໄດ້ກ່າວວ່າຈຸດປະສົງທີ່ສຳຄັນທີ່ສຸດຂອງປະເທດຂອງ ທ່ານ ແມ່ນການມີ “ກອງທັບທີ່ມີອຳນາດທີ່ສຸດ” ທີ່ບໍ່ມີໃຜກ້າມາທ້າທາຍ.

ງານສະແດງດັ່ງກ່າວ, ເຊິ່ງອົງການຂ່າວ KCNA ໄດ້ກ່າວວ່າມີຈຸດປະສົງ ເພື່ອສະເຫຼີມສະຫຼອງວັນ ເກີດ 76 ປີຂອງພັກກຳມະກອນທີ່ກຳລັງປົກຄອງປະເທດໃນວັນອາທິດທີ່ຜ່ານມານັ້ນ, ແມ່ນຄັ້ງທຳ ອິດນັບຕັ້ງແຕ່ ທ່ານກິມ ໄດ້ເຂົ້າກຳອຳນາດໃນທ້າຍປີ 2011, ອີງຕາມບັນດາເຈົ້າໜ້າທີ່ລັດຖະ ບານ ໂຊລ. ຮູບພາບຕ່າງໆຂອງ ເກົາຫຼີເໜືອ ໄດ້ສະແດງໃຫ້ເຫັນທ່ານກິມ, ນຸ່ງຊຸດແວັດສີດຳ, ຍ່າງຢູ່ຜ້າພົມແດງຮຽງຂ້າງລູກສອນໄຟຂະໜາດໃຫຍ່ທີ່ຢອງຢູ່ເທິງລົດບັນທຸກ, ຍ່າງຜ່ານລະບົບຍິງຈະ ຫຼວດຫຼາຍລູກ ແລະ ເບິ່ງເຮືອບິນລົບບິນຜ່ານເປັນແຖວ.

ງານວາງສະແດງດັ່ງກ່າວປະກອບມີອາວຸດທີ່ຖືກພັດທະນາຂຶ້ນໃໝ່ຈຳນວນຫຼາຍ, ລວມທັງລູກສອນໄຟຂີປະນາ
ວຸດຂ້າມທະວີບທີ່ ເກົາຫຼີເໜືອ ໄດ້ທົດລອງຍິງ ຫຼື ວາງສະແດງໃນລະຫວ່າງການເດີນສວນສະໜາມກອງທັບເມື່ອບໍ່ເທົ່າໃດປີທີ່ຜ່ານມາ, ອີງຕາມການກ່າວຂອງບັນດານັກຊ່ຽວຊານ.

ທ່ານ ຢາງ ວຸກ, ຜູ້ຊ່ຽວຊານດ້ານທະຫານ ທີ່ສອນຢູ່ມະຫາວິທະຍາໄລ ຮານນາມ (Hannam) ຂອງ ເກົາຫຼີໃຕ້, ໄດ້ກ່າວວ່າອາວຸດຕ່າງໆໃນຮູບນັ້ນລວມມີສິ່ງທີ່ປາກົດວ່າຈະເປັນລູກສອນໄຟຂີປະນາວຸດຂ້າມທະວີບໃໝ່ທີ່ ເກົາຫຼີເໜືອ ໄດ້ເປີດເຜີຍໃນລະຫວ່າງການເດີນສວນສະໜາມກອງທັບເມື່ອປີກາຍນີ້ແຕ່ຍັງບໍ່ໄດ້ທົດລອງຍິງເທື່ອ, ອີງຕາມທ່ານ ຢາງ. ລູກສອນໄຟດັ່ງກ່າວທີ່ຕັ້ງຢູ່ເທິງລົດຍິງ 12 ລໍ້ ໃນລະຫວ່າງການເດີນສວນສະໜາມນັ້ນໄດ້ຖືກພິຈາລະນາວ່າເປັນລູກສອນໄຟຂີປະນາ ວຸດຂ້າມທະວີບທີ່ໃຫຍ່ທີ່ສຸດຂອງ ເກົາຫຼີເໜືອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG