ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກ່າວວ່າ ທ່ານຈະໃຫ້ເວລາ ແກ່ສະຫະລັດ ຈົນຮອດ
ທ້າຍປີນີ້ ເພື່ອເຮັດ “ການຕັດສິນໃຈທີ່ກ້າຫານ” ກ່ຽວກັບການເຈລະຈາ ເລື້ອງນິວເຄລຍ
ທີ່ໄດ້ຢຸດສະງັກລົງ ໂດຍເຕືອນເຖິງຜົນທີ່ຈະຕິດຕາມມາທີ່ມີແຕ່ “ຄວາມສິ້ນຫວັງ ແລະ
ເປັນອັນຕະລາຍແທ້ໆ” ຖ້າຫາກວໍຊິງຕັນ ບໍ່ປ່ຽນແປງວິທີ ການຂອງຕົນ.
ໃນການກ່າວຄຳປາໄສຕໍ່ກອງປະຊຸມສະພາເກົາຫຼີເໜືອ ທີ່ເຫັນດີເຫັນພ້ອມນຳທຸກປະ
ການນັ້ນ ທ່ານກິມ ຍັງໄດ້ກ່າວວ່າ ທ່ານແມ່ນເປີດກວ້າງ ທີ່ຈະພົບປະກັບປະທານາທິ-
ບໍດີ ສະຫະລັດ ທ່ານດໍໂນລ ທຣຳ “ອີກຄັ້ງນຶ່ງ” ແຕ່ສະຫະລັດຕ້ອງໄດ້ປ່ຽນທ່າທີຂອງ
ຕົນ ອີງຕາມລາຍງານຂອງສື່ມວນຊົນຂອງທາງການເກົາຫຼີເໜືອ.
ທ່ານທຣຳ ໃນສັບປະດານີ້ ໄດ້ກ່າວວ່າ ທ່ານກຳລັງພິຈາລະນາເບິ່ງ ການພົບປະ ກັບ
ທ່ານກິມ ອີກເທື່ອນຶ່ງ ແຕ່ໄດ້ຢືນຢັດວ່າ ສະຫະລັດ ຈະບໍ່ຜ່ອນຜັນມາດຕະການລົງໂທດ
ໃດໆ ຈົນກວ່າວ່າ ເກົາຫຼີເໜືອຈະທຳລາຍຄັງອາວຸດນິວເຄລຍຂອງຕົນ.
ການເຈລະຈາໄດ້ຢຸດສະງັກລົງ ຕັ້ງແຕ່ກອງປະຊຸມສຸດຍອດ ລະຫວ່າງ ທ່ານທຣຳ ແລະ
ທ່ານກິມ ທີ່ນະຄອນຮາໂນ່ຍ ໄດ້ສິ້ນສຸດລົງ ໂດຍປາດສະຈາກການຕົກລົງໃດໆ. ນັບຕັ້ງ
ແຕ່ນັ້ນມາ ບັນດາເຈົ້າໜ້າທີ່ຂອງເກົາຫຼີເໜືອກໍໄດ້ຂົ່ມຂູ່ວ່າຈະຖອນ ໂຕອອກຈາກການ
ເຈລະຈາ ແລະຈະເລີ້ມການທົດລອງນິວເຄລຍ ແລະລູກສອນໄຟ ຄືນໃໝ່.
ທ່ານກິມ ໄດ້ກ່າວວ່າ ສາຍສຳພັນຂອງທ່ານກັບທ່ານທຣຳ ຍັງຄົງ “ດີເລີດ” ຢູ່ຄືເກົ່າ. ແຕ່
ທ່ານໄດ້ກ່າວວ່າ ຄວາມລົ້ມແຫລວ ໃນກອງປະຊຸມສຸດຍອດທີ່ຮາໂນ່ຍ ໄດ້ພາໃຫ້ເກີດມີ
ຄວາມສົງໄສ ກ່ຽວກັບການເຈລະຈາກັບສະຫະລັດ ແລະ ວໍຊິງຕັນ ສົນໃຈທີ່ຈະປັບປຸງ
ສາຍສຳພັນ ແທ້ຈິງ ຫຼືບໍ່.
ທ່ານກິມ ເວົ້າວ່າ ສະຫະລັດ “ຍັງບໍ່ພ້ອມເທື່ອ ທີ່ຈະເຈລະຈາແບບໜ້າຕໍ່ໜ້າ ແລະແກ້
ໄຂບັນຫາຕ່າງໆ” ແລະທ່ານກ່າວຕື່ມອີກວ່າ ທ່ານບໍ່ “ຢາກເຫັນກອງປະຊຸມ ສຸດຍອດ
ແບບທີ່ຢູ່ຮາໂນ່ຍ ອີກ.”