ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳເກົາຫຼີເໜືອ ກິມ ກ່າວວ່າ ເກົາຫຼີເໜືອ ‘ພ້ອມຢ່າງເຕັມສ່ວນ’ ສຳລັບການຕໍ່ສູ້ກັບ ສະຫະລັດ


ໃນພາບນີ້ ທີ່ໄດ້ສະໜອງໂດຍ ລັດຖະບານເກົາຫຼີເໜືອ ສະແດງໃຫ້ເຫັນ ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກຳລັງກ່າວຖະແຫລງ ຢູ່ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ, ວັນທີ 27 ກໍລະກົດ 2022.
ໃນພາບນີ້ ທີ່ໄດ້ສະໜອງໂດຍ ລັດຖະບານເກົາຫຼີເໜືອ ສະແດງໃຫ້ເຫັນ ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກຳລັງກ່າວຖະແຫລງ ຢູ່ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ, ວັນທີ 27 ກໍລະກົດ 2022.

ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໄດ້ກ່າວເຕືອນເມື່ອຕອນແລງວັນພຸດວານນີ້ ວ່າ ປະເທດຂອງທ່ານ ແມ່ນ “ພ້ອມຢ່າງເຕັມສ່່ວນ” ສຳລັບການຂັດແຍ້ງທາງດ້ານທະຫານໃດໆ ກັບສະຫະລັດ ອີງຕາມການກ່າວ ໃນວັນພະຫັດມື້ນີ້ ຂອງສື່ມວນຊົນທາງການເກົາຫຼີເໜືອ.

ຄຳເຕືອນດັ່ງກ່າວ ເປັນການຂົ່ມຂູ່ຄັ້ງຫຼ້າສຸດຂອງພຽງຢາງ ທ່າມກາງການຄາດຄະເນກັນວ່າ ຕົນຈະທຳການທົດລອງນິວເຄລຍຄັ້ງທີເຈັດ ໃນໄວໆນີ້.

ທ່ານກິມ ໃນການກ່າວຖະແຫລງ ທີ່ເປັນຂີດໝາຍວັນຄົບຮອບການສິ້ນສຸດສົງ ຄາມເກົາຫຼີ ຍັງໄດ້ກ່າວເຕືອນວ່າ ລັດຖະບານຂອງເກົາຫຼີໃຕ້ ຈະຖືກທຳລາຍລ້າງ ຖ້າຕົນທຳ “ການພະຍາຍາມທີ່ອັນຕະລາຍ” ໃດໆ ອີງຕາມອົງການ ຂ່າວຂອງສູນກາງເກົາຫຼີ ຫຼື KCNA ທີ່ບໍລິຫານໂດຍເກົາຫຼີເໜືອ.

ປະທານາທິບໍດີ ເກົາຫຼີໃຕ້ ຢຸນ ສຸກ ຢຽລ ທີ່ອານຸລັກນິຍົມ ຜູ້ທີ່ໄດ້ດຳລົງຕຳແໜ່ງ ໃນເດືອນພຶດສະພາ ໄດ້ກ່າວຊ້ຳແລ້ວຊ້ຳອີກເຖິງຄວາມເປັນໄປໄດ້ ໃນການໂຈມຕີກ່ອນ ທີ່ລວມມີ ການໂຈມຕີຕໍ່ເຈົ້າໜ້າທີ່ອາວຸໂສໃນຄະນະການນຳຂອງເກົາຫຼີເໜືອ ຖ້າຫາກເກົາຫຼີໃຕ້ ກວດພົບສັນຍານໃດໆຂອງການໂຈມຕີທີ່ໃກ້ຈະເກີດຂຶ້ນ.

ການກະທຳເຊັ່ນນັ້ນ ຈະຖືກ “ລົງໂທດໃນທັນທີດ້ວຍກຳລັງທີ່ໜັກໜ່ວງ” ທ່ານກິມ ໄດ້ກ່າວ ແລະກ່າວຕື່ມວ່າ “ລະບອກການປົກຄອງ ຢຸນ ສຸກ ຢຽລ ແລະກອງທັບຂອງລາວ ຈະຖືກທຳລາຍລ້າງ.”

ທ່ານເວົ້າອີກວ່າ “ຖ້າລະບອບການປົກຄອງເກົາຫຼີໃຕ້ ແລະພວກກອງທັບອັນຕະພານ ກຳລັງຄຶດວ່າ ຈະສູ້ກັບກອງທັບຂອງພວກເຮົາ ແລະຄຶດວ່າ ພວກເຂົາສາມາດຢຸດຢັ້ງ ຫຼື ທຳລາຍອຳນາດທາງທະຫານບາງສ່ວນຂອງພວກເຮົາ ກ່ອນໝູ່ນັ້ນ ໂດຍເອົາວິທີການຫຼືທາງດ້ານການທະຫານໃດໆ ກ່ອນໝູ່ນັ້ນ ພວກເຂົາຄຶດຜິດແລ້ວ.”

ໃນການກ່າວຖະແຫລງນັ້ນ ທ່ານກິມ ໄດ້ກ່າວໂອ້ອວດ ຊ້ຳແລ້ວຊ້ຳອີກເຖິງອາວຸດນິວເຄ​ລຍຂອງປະເທດທ່ານ ແລະບົ່ງບອກວ່າ ທ່ານກຽມພ້ອມທີ່ຈະໃຊ້ພວກມັນ ຖ້າວ່າຈຳເປັນ. ເກົາຫຼີເໜືອ ທ່ານໄດ້ກ່າວວ່າ “ໄດ້ກຽມພ້ອມຢ່າງເຕັມສ່ວນ” ສຳລັບການປະເຊີນໜ້າດ້ານການທະຫານກັບສະຫະລັດ.

ເກົາຫຼີເໜືອ ໄດ້ທົດລອງລູກສອນໄຟຈຳນວນນຶ່ງທີ່ ບໍ່ເຄີຍເຫັນມາກ່ອນໃນປີນີ້. ພຽງຢາງຍັງປາກົດວ່າ ໄດ້ສຳເລັດການກະກຽມສຳລັບການທົດລອງນິວເຄ​ລຍອີກເທື່ອນຶ່ງ ອີງຕາມເຈົ້າໜ້າທີ່ຂອງ ສະຫະລັດ ແລະເກົາຫຼີໃຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG