ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນ້ອງສາວຂອງທ່ານກິມ​ ເຕືອນວ່າ ເກົາຫລີເໜືອ ພ້ອມທີ່ຈະປະຕິບັດການຕໍ່ສະຫະລັດ ແລະເກົາຫລີໃຕ້

ແຟ້ມພາບ - ລູກສອນໄຟຖືກນຳມາສະແດງ ໃນລະຫວ່າງການຍ່າງສວນສະໜາມທາງທະຫານ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບເກົາຫລີເໜືອ ຄົບຮອບ 75 ປີ, ຢູ່ສະໜາມຫຼວງ Kim Il Sung ໃນນະຄອນຫຼວງພຽງຢາງ, ໃນວັນທີ 8 ກຸມພາ 2023, ຮູບນີ້ໄດ້ຖືກເຜີຍແຜ່ໂດຍອົງການຂ່າວສູນກາງຂອງເກົາຫລີເໜືອ (KCNA).

ນ້ອງສາວຂອງຜູ້ນໍາເກົາຫລີເຫນືອເຕືອນວ່າ ປະເທດຂອງທ່ານນາງພ້ອມທີ່ຈະ “ປະຕິບັດການຢ່າງວ່ອງໄວ ແລະຖ້ວມລົ້ນ” ຕໍ່ສະຫະລັດ ແລະເກົາຫລີໃຕ້ ອີງ​ຕາມ​ລາ​ຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານນາງກິມ ໂຢ ຈອງ (Kim Yo Jong) ໄດ້ເຕືອນໃນວັນອັງຄານມື້ນີ້ ຫຼັງຈາກທີ່ເຮືອບິນຖິ້ມລະເບີດ B-52 ຂອງສະຫະລັດ ທີ່​ສາ​ມາດ​ບັນ​ທຸກ​ນິວ​ເຄ​ລຍໄດ້ບິນ ໄປທີ່ແຫຼມເກົາຫລີ ເພື່ອຝຶກຊ້ອມກັບເຄື່ອງບິນລົບຂອງກອງທັບເກົາຫລີໃຕ້.

ນອກນັ້ນ, ກອງທັບຂອງບັນດາພັນທະມິດ ແມ່ນກຳລັງກຽມການຊ້ອມ​ລົບພາກສະຫນາມທີ່ໃຫຍ່ທີ່ສຸດ ຄືນ​ອີກ ໃນໄວໆນີ້. ທ່ານນາງກິມ ໂຢ ຈອງ ບໍ່ໄດ້ໃຫ້​ລາຍລະອຽດ​ໃດໆ ກ່ຽວກັບການຕອບໂຕ້ທີ່ໄດ້ວາງແຜນໄວ້, ແຕ່ເກົາຫລີເຫນືອມັກຈະທົດລອງ​ການ​ຍິງລູກສອນໄຟ ໃນເວລາທີ່ບັນດາພັນທະມິດຈັດການຊ້ອມລົບທາງທະຫານ ເພາະເກົາ​ຫຼີ​ເໜືອ​ຖືວ່າ ເປັນການຝືກຊ້ອມ​ໃນການບຸກ​ໂຈມ​ຕີ. ​ທ່ານນາງກ່າວວ່າ "ພວກເຮົາຈັບຕາເບິ່ງການເຄື່ອນໄຫວຕ່າງໆ ທາງທະຫານທີ່ບໍ່ຢຸດ​ເຊົາ" ໂດຍສະຫະລັດແລະເກົາຫຼີໃຕ້ ແລະ ພວກເຮົາ "ຢູ່ໃນສະ​ພາບກຽມ ພ້ອມ " ທີ່ຈະປະຕິບັດການ.

ອ່ານຂ່າວເປັນພາສາອັງກິດຕື່ມ

XS
SM
MD
LG