ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ກິມ ມີ​ໝາຍ​ກຳ​ນົດ​ ​ທີ່​ຈະ​ພົບ​ປະກັບ​ທ່ານ​ປູ​ຕິນ ຊຶ່ງ​​ທ່ານ​ທ​ຣຳ ກໍແມ່ນ​ຜູ້ນຶ່ງທີ່ທັງສອງທ່ານຄິດຢາກຈະພົບພໍ້ຄືກັນ


ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ, ຂວາ, ແລະ​ທ່ານ Choe Ryong Hae, ​ຮອງ​ປະ​ທານ​ສູນ​ກາງ​ພັກແຮງ​ງານ, ໄປ​ຮອດ​ພິ​ທີ​ເປີດ​ງານໝູ່​ບ້ານ Ryomyong, ພຽງ​ຢາງ, ເກົາ​ຫຼີ​ເໜືອ, 13 ເມ​ສາ 2107.
ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ, ຂວາ, ແລະ​ທ່ານ Choe Ryong Hae, ​ຮອງ​ປະ​ທານ​ສູນ​ກາງ​ພັກແຮງ​ງານ, ໄປ​ຮອດ​ພິ​ທີ​ເປີດ​ງານໝູ່​ບ້ານ Ryomyong, ພຽງ​ຢາງ, ເກົາ​ຫຼີ​ເໜືອ, 13 ເມ​ສາ 2107.

ນັບ​ຕັ້ງ​ແຕ່ ກັບ​ຄືນ​ຈາກ​ການ​ໂດດ​ດ່ຽວ ​ຈາກ​ນາໆ​ຊາດ ພຽງ​ແຕ່ ນຶ່ງ​ປີ​ເທົ່າ​ນັ້ນ, ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໄດ້​ກາຍ​ມາ​ເປັນ​ຄົນ​ມີ​ພາ​ລະ​ກິດ​ຫຍຸ້ງຫຼາຍ.

ທ່ານ​ກິມ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍໂນ​ລ ທ​ຣຳ 2 ເທື່ອ ໄດ້​ພົບ​ປະ​ກັ​ບ ປະ​ທາ​ນາ​ທິ​ບໍເກົາ​ຫຼີ​ໃຕ້ ທ່ານ​ມູນ ແຈ ອິນ 3 ຄັ້ງ ແລະໄດ້​ພົບ​ ປະ​ກັ​ບປະ​ທານ​ປະ​ເທດ​ຈີນ ທ່ານ​ສີ​ ຈິ້ນ​ຜິງ 4 ເທື່ອ ແລະ​ຄັ້ງ​ນຶ່ງ ​ກັບປະ​ທານ ​ປະ​ເທດ​ຫວຽດ​ນາມ ທ່ານ ຫງວຽນ​ ຟູ ຈ່ອງ.

ສິ່ງ​ນຶ່ງ​ທີ່​ຂາດ​ໄປ​ໃນ​ບັນ​ຊີ​ນີ້ ກໍ​ແມ່ນ ປະ​ທາ​ນາ​ທິ​ບໍຣັດ​ເຊຍ ​ທ່ານວ​ລາ​ດິ​ເມຍ ປູ​ຕິນ ຊຶ່ງ​ມັນ​ອາດ​ຈະ​ປ່ຽນ​ໄປ ​ໃນ​ໄວໆ​ນີ້.

ທ່ານ Dmitry Peskov ໂຄ​ສົກ​ຂອງວັງ​ເຄ​ຣັມ​ລິນ​ ໄດ້ຢືນ​ຢັນ ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ຕຽມ​ການ​ສຳ​ລັບ​ຂ່າວຊ່າ​ລື​ກັນ​ນັ້ນ ທີ່ວ່າ ກອງ​ປະ​ຊຸມ​ສຸດຍອດ​ ຂອງ ທ່ານ​ກິມ ກັບ​ທ່ານ​ປູ​ຕິນ ແມ່ນ​ກຳ​ລັງ​ຈະ​ມີ​ຂຶ້ນ. ການ​ພົບ​ປະ​ກັນ​ນີ້ ອາດ​ຈະ​ມີ​ຂຶ້ນ​ຢ່າງ​ໄວວາ ໃນ​ສັບ​ປະ​ດາ​ໜ້າ ກໍ​ເປັນ​ໄດ້, ອີງ​ຕາມ​ອົງ​ການ​ຂ່າວຢອນ​ຮັບ ທີ່ເປັນ ອົງ​ການ​ຂ່າວເຄິ່ງ​ທາງ​ການ​ຂອງ​ເກົາ​ຫຼີ​ໃຕ້ ນັ້ນ.

ປະທານາທິບໍຣັດເຊຍ ທ່ານວລາດິເມຍ ປູຕິນ ກ່າວ ໃນກອງປະຊຸມ ກັບບັນດາ ນັກການເມືອງຝຣັ່ງ ທີ່ຢ້ຽມຢາມໄຄຣເມຍ, ຊິມຢີຣ໌ໂຣໂປລ, 18 ມີນາ 2019.
ປະທານາທິບໍຣັດເຊຍ ທ່ານວລາດິເມຍ ປູຕິນ ກ່າວ ໃນກອງປະຊຸມ ກັບບັນດາ ນັກການເມືອງຝຣັ່ງ ທີ່ຢ້ຽມຢາມໄຄຣເມຍ, ຊິມຢີຣ໌ໂຣໂປລ, 18 ມີນາ 2019.

ພຽງຢາງ ແລະ​ມົ​ສ​ກູ ໄດ້​ມີ​ຈຸດ​ປະ​ສົງ​ທີ່​ແຈ້ງ​ຂາວ​ ໃນ​ການ​ພົບ​ປະ​ກັນຄັ້ງ​ນີ້.

ທ່ານ​ກິມ ຜູ້​ຊຶ່ງ​ທີ່​ລັດ​ຖະ​ບານ​ຂອງ​ເພິ່ນ​ແມ່ນຖືກ​ບີບ​ຄັ້ນ ໂດຍ​ການ​ລົງ​ໂທດ​ຈາກ​ນາໆ​ຊາດ ຊຶ່ງ​ເບິ່ງ​ຄື​ວ່າ ​ຈະ​ຊຸກ​ຍູ້​ໃຫ້ທ່ານປູ​ຕິນ ຊ່ອຍ​ເຫຼືອ​ທາງ​ດ້ານ​ເສດ​ຖະ​ກິດ ທີ່​ສາ​ມາດ​ຊ່ອຍ​ໃຫ້​ທ່ານ ມີ​ການ​ຕໍ່​ລອງຫຼາຍ​ຂຶ້ນ ໃນ​ການ​ເຈ​ລະ​ຈາ​ໂຄງ​ການ​ນິວ​ເຄ​ລຍກັບ​ສະ​ຫະ​ລັດ.

ທ່ານ​ປູ​ຕິນ ອາດ​ໃຊ້​ການ​ພົບ​ປະ​ກັນ​ນີ້ ເພື່ອ​ເສີມ​ຂະ​ຫຍາຍ​ການ​ມີ​ອິດ​ທິ​ພົນ​ຂອງ​ທ່ານ ເຂົ້າ​ໃນ​ເກົາ​ຫຼີ​ເໜືອ ແລະ​ຄ້ຳປະ​ກັນ​ມົ​ສ​ກູວ່າ ນີ້​ບໍ່​ແມ່ນການ​ເຈ​ລະ​ຈາ​ຂ້າງ ນອກ ກ່ຽວ​ກັບ​ໂຄງ​ການ​ອາວຸດ​ນິວ​ເຄລຍ​ຂອງ​ເກົາ​ຫຼີ​ເໜື​ອ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ພົວປະກັນ ຄັ້ງທີ 2 ໃນກອງປະຊຸມສະຫະລັດ-ເກົາຫຼີເໜືອ ໃນໂຮງແຮມທີ່ນະຄອນຫຼວງຮ່າໂນ່ຍ, 28 ກຸມພາ 2019.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ພົວປະກັນ ຄັ້ງທີ 2 ໃນກອງປະຊຸມສະຫະລັດ-ເກົາຫຼີເໜືອ ໃນໂຮງແຮມທີ່ນະຄອນຫຼວງຮ່າໂນ່ຍ, 28 ກຸມພາ 2019.

XS
SM
MD
LG