ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນ້ອງສາວ ກິມ ຈົງ ອຶນ ແລະ ຄະນະຜູ້ແທນ ເກົາຫຼີເໜືອ ໄປເຖິງ ພຽງຈາງ ແລ້ວ


ຍານາງ ກິມ ໂຢ ຈົງ ນ້ອງສາວຂອງ ກິມ ຈົງ ອຶນ ຜູ້ນຳ ເກົາຫຼີເໜືອ ເດີນທາງໄປເຖິງ ສະໜາມບິນສາກົນ ເມືອງພຽງຈາງ ໃນເກົາຫຼີໃຕ້. (ວັນທີ 9 ກຸມພາ 2018)
ຍານາງ ກິມ ໂຢ ຈົງ ນ້ອງສາວຂອງ ກິມ ຈົງ ອຶນ ຜູ້ນຳ ເກົາຫຼີເໜືອ ເດີນທາງໄປເຖິງ ສະໜາມບິນສາກົນ ເມືອງພຽງຈາງ ໃນເກົາຫຼີໃຕ້. (ວັນທີ 9 ກຸມພາ 2018)

ນ້ອງ​ສາວ​ຂອງ​ຜູ້ນຳຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົ​ງ ອຶນ ​ໄດ້​ເດີນທາງ​ໄປ​ເຖິງ​ເກົາຫຼີ​ໃຕ້
ແລ້ວ.

ຍານາງ​ກິມ ​ໂຢ ຈົງ ​ເປັນ​ສະມາຊິກ​ຄອບຄົວຄົນທຳອິດ ຂອງລະບອບ ​ທີ່​ປົກຄອງເກົາ
​ຫຼີ​ເໜືອ ມາເປັນເວລາດົນນານ ເດີນທາງໄປຢ້ຽມຢາມ​ເກົາຫຼີ​ໃຕ້ ນັບ​ແຕ່​ສົງຄາມ​ເກົາ
ຫຼີ ​ທີ່ມີຂຶ້ນແຕ່​ປີ 1950 ຫາ 1953 ນັ້ນ ​ໄດ້​ສິ້ນ​ສຸດ​ລົງ.

ຍານາງ ​ແລະ​ຄະນະ​ຜູ້​ຕິດ​ຕາມ​ ຮວມທັງ​ ທ່ານ​ກິມ ຢົງ ນຳ ປະມຸກໃນທາງ​ພິທີ​ການ
ຂອງ​ເກົາຫຼີ​ເໜືອ ​ໄດ້ໄປ​ເຖິງ ສະໜາມ​ບິນ​ສາກົນ​ອິນ​ຈອນ ​ໃນ​ວັນ​ສຸກ​ມື້​ນີ້.

ຍານາງ​ກິມ ​ໂຢ ຈົງ ​ເປັນ​ສະມາຊິກ​ຂັ້ນ​ສູງ​ພັກກຳມະກອນເກົາຫຼີ​ເໜືອ ຊຶ່ງເປັນພັກລັດ
ຖະບານ ທີ່ປົກຄອງປະເທດ ​ແລະເປັນ​ທີ່​ປຶກສາ​ທີ່​ສຳຄັນ ໃຫ້​ແກ່​ອ້າຍ​ຂອງ​ຍານາງ.

ອົງການສະຫະ​ປະຊາ​ຊາດ ​ໄດ້​ອະນຸຍາດ​ໃຫ້​ຜູ້ຕາງໜ້າ​ລະດັບ​ສູງ ຂອງ​ເກົາ​ຫລີເໜືອ
ເດີ​ນທາງ​ໄປ​ເກົາຫຼີ​ໃຕ້ເພື່ອ​ເຂົ້າ​ຮ່ວມພິທີເປີດການແຂ່ງຂັນ​ກິລາ​ໂອ​ລິ​ມປິກລະດູໜາວ
ໂດຍໄດ້ຮັບການຍົກເວັ້ນ ຈາກ​ການ​ລົງ​ໂທດ ຕໍ່​ລະບອບ​ການປົກຄອງທີ່ກົດຂີ່ດັ່ງກ່າວ.

ການ​ຍົກ​ເວັ້ນ​ດັ່ງກ່າວມີຜົນ​ໂດ​ຍກົງ​ຕໍ່ທ່ານ​ໂຈ ວີ ຜູ້ນຳ​ຂັ້ນ​ສູງ ຂອງພັກກຳມະກອນເກົາ
ຫຼີ​ເໜືອ ​ທີ່​ໄດ້​ມີຊື່ຢູ່​ໃນ​ບັນຊີ​ດໍາ​ຂອງ​ສະຫະ​ປະຊາ​ຊາດ ນັບ​ແຕ່​ວັນ​ທີ 2 ມິຖຸນາປີ 2017
​ເປັນຕົ້ນມາ ແລະ​ຖືກ​ຫ້າມບໍ່ໃຫ້​ເດີນທາງ​ແລະ​ກັກ​ຊັບ​ສິນ.

ກອງເຊຍຂອງເກົາຫຼີເໜືອ ໂບກມີ ຂະນະທີ່ເດີນທາງໄປຮອດຫ້ອງການ ທີ່ໃຫ້ອະນຸຍາດ ໃກ້ເຂດ ປອດທະຫານ ທີ່ເມືອງປາຈູ ໃນເກົາຫຼີໃຕ້. (ວັນທີ 7 ກຸມພາ 2018)
ກອງເຊຍຂອງເກົາຫຼີເໜືອ ໂບກມີ ຂະນະທີ່ເດີນທາງໄປຮອດຫ້ອງການ ທີ່ໃຫ້ອະນຸຍາດ ໃກ້ເຂດ ປອດທະຫານ ທີ່ເມືອງປາຈູ ໃນເກົາຫຼີໃຕ້. (ວັນທີ 7 ກຸມພາ 2018)

ຄະນະ​ປະຕິບັດ​ງານໃນ​ເກົາຫຼີ​ໃຕ້​ຂອງ​ສະຫະ​ປະຊາ​ຊາດໄດ້​ກ່າວ​ຕໍ່ຄະນະ​ກຳມະການ
​ສະພາ​ຄວາມ​ໝັ້ນຄົງວ່າ ​ຜູ້​ແທນ ທີ່ມີສະມາຊິກ 22 ຄົນ ​ຄາດ​ວ່າ​ ຈະ​ເຂົ້າ​ຮ່ວມໃນພິທີ​ເປີດການແຂ່ງຂັນກິລາໂອລິມປິກ ໃນວັນ​ສຸກມື້ນີ້ ​ແລະ​ຈະ​ຢູ່ທີ່ນັ້ນ​ຈົນ​ຮອດ​ວັນ​ອາທິດ.

ການ​ຍົກ​ເວັ້ນຂອງສະຫະ​ປະຊາ​ຊາດ ຍັງ​ອະນຸຍາດ​ໃຫ້​ຜູ້​ແທນເກົາ​ຫຼີ​ເໜືອ ນຳ​ເອົາ​ສິນ
ຄ້າ​ຫລູຫລາ​ກັບຄືນ​ບ້ານໄດ້ ຊຶ່ງການນຳ​ເຂົ້າໄດ້​ຖືກ​ຫ້າມນັ້ນ.

​ເກົາຫຼີ​ໃຕ້ໄດ້​ຮ້ອງ​ຂໍ​ໃຫ້​ຍົກ​ເວັ້ນໂດຍ​ແຈ້ງໃຫ້​ຄະນະ​ກຳມະການຂອງສະຫະ​ປະຊາ​ຊາດ
ຢູ່​ໃນ​ໜັງສື​ວ່າ ການ​ຢ້ຽມຢາມນີ້ “ຈະ​ເປັນ​ໂອກາດ​ເວລາ​ອັນ​ດີ ​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ
​ຕຶງໃນແຫລມ​ເກົາຫຼີ ​ແລະ​ໄກອອກ​ໄປ​ກວ່າ​ນັ້ນ.”

ຍານ​າງກິມ ​ໂຢ ຈົງ ມີຊື່ຢູ່ໃນ​ບັນຊີ​ດຳ​ຂອງ​ກະຊວງ​ການ​ເງິນ​ສະຫະ​ລັດ ​ແຕ່​ບໍ່​ໄດ້​ຢູ່​ໃນ
​ບັນຊີ​ດຳຂອງ​ສະຫະ​ປະຊາ​ຊາດ.

Koreas Olympics
please wait
Embed

No media source currently available

0:00 0:00:37 0:00

ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ມູນ ​ເຈ-ອິນ ຈະ​ຮັບ​ປະທານ​ອາຫານ​ທ່ຽງກັບຄະນະຜູ້​ແທນຂອງເກົາຫຼີເໜືອໃນ​ວັນ​ເສົາ​ມື້​ອື່ນ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG