ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳເກົາຫຼີ ເໜືອ ແລະໃຕ້ ສິ້ນສຸດ ກອງປະຊຸມ ສຸດຍອດ ດ້ວຍການໄປ​ທ່ຽວ ພູປະຫວັດສາດ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກຳລັງຖ່າຍຮູບນຳກັນ ຢູ່ທີ່ ພູພຽກທູ ໃນເກົາຫຼີເໜືອ, ວັນທີ 20 ກັນຍາ 2018.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກຳລັງຖ່າຍຮູບນຳກັນ ຢູ່ທີ່ ພູພຽກທູ ໃນເກົາຫຼີເໜືອ, ວັນທີ 20 ກັນຍາ 2018.

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ
ພວມໃຊ້ເວລາມື້ສຸດທ້າຍຂອງກອງປະຊຸມສຸດຍອດ ໄລຍະສາມ ວັນ ດ້ວຍການເດີນທາງ
ໄປຢ້ຽມຢາມພູທີ່ມີຊື່ສຽງໃນປະຫວັດສາດ ອັນ​ເປັນທີ່ ສັກກາລະ​ຂອງ​ຜູ້​ຄົນ​ໃນ​ທັງ​ສອງ​
ປະ​ເທດ.

ຜູ້ນຳທັງສອງ ພ້ອມດ້ວຍພັນລະຍາຂອງພວກເພິ່ນ ໄດ້ຂີ່ເຮືອບິນ ແບບ​ແຍກກັນ ໃນ​ວັນ​
ພະ​ຫັດ​ມື້ນີ້ ຈາກນະຄອນຫຼວງພຽງຢາງ ໄປຍັງພູພຽກທູ ຊຶ່ງຕັ້ງຢູ່ ເລາະຕາມເຂດຊາຍ
ແດນ ລະຫວ່າງ ເກົາຫຼີເໜືອ ແລະ ຈີນ. ພູໄຟໜ່ວຍນີ້ ຖືວ່າ ເປັນບ່ອນ​ປະ​ສູດຂອງ
ອົງກະສັດດານກຸນ ເຊິ່ງມີຕຳນານວ່າ ເປັນຜູ້ກໍ່ຕັ້ງອານາຈັກທຳອິດຂອງເກົາຫຼີ.
ພູໄຟດັ່ງກ່າວຍັງເປັນສ່ວນນຶ່ງທີ່ສຳຄັນໃນຄວາມ ພະຍາຍາມຂອງເກົາຫຼີເໜືອ ເພື່ອທີ່
ຈະປູກຝັງຄວາມເຊື່ອຖື ກ່ຽວກັບຄວາມສັກສິດ ໃນການປົກຄອງປະເທດ ທີ່ສືບທອດ
ກັນມາຕາມສາຍເລືອດຂອງຄອບຄົວ ຣາຊະວົງດັ່ງກ່າວ ແກ່ປະຊາຊົນຂອງຕົນ.

ທັງສອງຄູ່ສາມີພັນລະຍາໄດ້ຂັບລົດຂຶ້ນໄປຍັງຈອມພູໄຟພຽກທູ ຊຶ່ງສູງ 2,750 ແມັດ
ເໜືອລະດັບທະເລ ຕໍ່ຈາກນັ້ນ ພວກເພິ່ນ ກໍໄດ້ພາກັນຖ່າຍຮູບ ຢູ່ຕໍ່ໜ້າ ທະເລສາບ
ຈອນຈີ ທີ່ເກີດມາຈາກປາກພູໄຟ ພຽກທູ ຂະໜາດໃຫຍ່ ທີ່ໄດ້ລະເບີດຂຶ້ນໃນເມື່ອກ່ອນ.

ທ່ານ ກິມ ແລະ ທ່ານ ມູນ ໄດ້ລົງນາມ ໃນຂໍ້ຕົກລົງສະບັບນຶ່ງ ເມື່ອວັນພຸດວານນີ້ ທີ່
ຮຽກ ຮ້ອງໃຫ້ເກົາຫຼີເໜືອ ປິດສະຖານທີ່ທົດລອງເຄື່ອງຈັກ ແລະຖານ ຍິງທົດລອງລູກ
ສອນໄຟ ຂອງຕົນລົງ ຢ່າງເປັນ​ການຖາວອນ ພາຍໃຕ້ການສັງ​ເກດ​ການຢ່າງໃກ້ຊິດ
ຂອງບັນດານັກຊ່ຽວຊານສາກົນ. ນອກນັ້ນ ທ່ານກິມ ຍັງ ໄດ້ສະເໜີ ທີ່ຈະທັບມ້າງ
ໂຮງໄຟ​ຟ້ານິວເຄລຍ ຢົງບີຢອນ ທີ່ສຳຄັນ ຂອງຕົນ ຖ້າ​ ສະຫະລັດ ຫາກເອົາ
“ມາດຕະການທີ່ທຽບ​ເທົ່າ​ກັນ.”


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG