ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ໄດ້ປະກາດ ໃນວັນພະຫັດວານນີ້ວ່າ ປະ ເທດຂອງທ່ານຈະບໍ່ປະຖິ້ມອາວຸດນິວເຄລຍ ຫຼື ນໍາໃຊ້ພວກມັນເພື່ອການຕໍ່ລອງໃນການເຈລະຈາຕ່າງໆ, ເຊິ່ງເປັນສັນຍານຫຼ້າສຸດຂອງທ່າທີທີ່ແຂງກະດ້າງຂອງທ່ານກິມ ທີ່ມີຕໍ່ສະຫະລັດ ແລະບັນດາປະເທດພັນທະມິດ ຂອງພວກເຂົາເຈົ້າ.
ອີງຕາມການລາຍງານຂອງອົງການຂ່າວສູນກາງເກົາຫຼີເໜືອ ຫຼື KCNA ໃນວັນສຸກມື້ນີ້ວ່າ ສະພາປະຊາຊົນສູງສຸດ, ເຊິ່ງເປັນສະພານິຕິບັນຍັດ ທີ່ສູງທີ່ສຸດຂອງເກົາຫຼີເໜືອ, ພາຍໃນຕົ້ນອາທິດນີ້ ໄດ້ມີການຮັບຜ່ານຮ່າງກົດໝາຍກ່ຽວກັບການຮັບຮອງສະຖານະທາງດ້ານອາວຸດນິວເຄລຍຂອງປະເທດ.
ອີງຕາມອົງການຂ່າວ KCNA ທີ່ລາຍງານກ່ຽວກັບຄຳປາໄສຂອງທ່ານກິມ ໃນວັນພະຫັດວານນີ້ວ່າ ເກົາຫຼີເໜືອ ຈະ “ບໍ່ປະຖິ້ມອາວຸດນິວເຄລຍ, ແລະກໍຈະບໍ່ມີການປົດອາວຸດເຊັ່ນກັນ, ບໍ່ມີການເຈລະຈາໃດໆ, ແລະຈະບໍ່ໃຊ້ ເປັນເຄື່ອງຕໍ່ລອງເພື່ອຂັ້ນຕອນໃນການແລກປ່ຽນ.”
ທ່ານກິມ ກ່າວຫາສະຫະລັດວ່າ ພະຍາຍາມໂຄ່ນລົ້ມລັດຖະບານຂອງທ່ານລົງໂດຍການກົດດັນໃຫ້ພວກເຂົາ ຍອມສະຫຼະອາວຸດນິວເຄລຍ, ແຕ່ກ່າວວ່າ ນະ ໂຍບາຍດັ່ງກ່າວນັ້ນ ຈະບໍ່ປະສົບຄວາມສຳເລັດ.
ເກົາຫຼີເໜືອ ຍົກເລີກການເຈລະຈາທາງດ້ານອາວຸດນິວເຄລຍກັບສະຫະລັດເມື່ອປີ 2019. ແຕ່ນັ້ນມາ, ພວກເຂົາເຈົ້າກໍໄດ້ສຸມໃສ່ການທົດລອງລູກສອນໄຟຫຼາຍຄັ້ງ, ເຊິ່ງມີການຍິງລູກສອນໄຟຈໍານວນຫຼາຍເປັນປະຫວັດການໃນປີນີ້. ເຈົ້າໜ້າທີ່ຂອງສະຫະລັດກ່າວວ່າ ເກົາຫຼີເໜືອຍັງໄດ້ມີການກະກຽມທີ່ຈະທຳການທົດລອງລະເບີດນິວເຄລຍລູກທີ 7 ຂອງພວກເຂົານໍາອີກດ້ວຍ.
ອີງຕາມກົດໝາຍໃໝ່ທີ່ຮັບຜ່ານໃນວັນຈັນທີ່ຜ່ານມາ, ເກົາຫຼີເໜືອຈະຕອບໂຕ້ດ້ວຍການໂຈມຕີທາງອາວຸດນິວເຄລຍໃນທັນທີ ຖ້າຫາກປະເທດຂອງພວກເຂົາຖືກຮຸກຮານໂດຍ “ກອງກໍາລັງຂອງສັດຕູ.”
ກົດໝາຍ ຍັງໄດ້ລວມເອົາແຜນການກ່ຽວກັບສະຖານະການຕ່າງໆທີ່ເກົາຫຼີເໜືອຈະຕ້ອງໄດ້ໃຊ້ອາວຸດນິວເຄລຍໃຕ້ນໍ້າ, ລວມເຖິງການໂຈມຕີຜູ້ນໍາຂອງປະເທດ, ກອງກໍາລັງທາງດ້ານຍຸດທະສາດນິວເຄລຍ ຫຼື ເພື່ອປົກປ້ອງການດໍາລົງຢູ່ຂອງປະເທດ.
ໃນຂະນະທີ່ຮ່າງກົດໝາຍເປີດເຜີຍວ່າ ການນໍາໃຊ້ອາວຸດນິວເຄລຍເປັນທາງເລືອກສຸດທ້າຍ, ແຕ່ກໍໄດ້ອະທິບາຍວ່າ ອາວຸດຕ່າງໆມີຄວາມສໍາຄັນຕໍ່ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງເກົາຫຼີເໜືອ.