ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານກິມ ຈົງ ອຶນ ຢ້ຽມຢາມຂຸມຝັງສົບຂອງຄອບຄົວ ເພື່ອໄວ້ອາໄລແກ່ພໍ່ຕູ້


ພວກແມ່ຍິງພາກັນຟ້ອນຢູ່ປະຕູໄຊ ໃນວັນແຫ່ງຕາເວັນ ເພື່ອສະຫຼອງຄົບຮອບວັນເກີດມື້ລາງຜູ້ນໍາກໍ່ຕັ້ງປະເທດ ທ່ານ ກິມ ອຽວ ຊຸງ ທີ່ນະຄອນຫຼວງພຽງຢາງ ວັນທີ 15 ເມສາ 2021.
ພວກແມ່ຍິງພາກັນຟ້ອນຢູ່ປະຕູໄຊ ໃນວັນແຫ່ງຕາເວັນ ເພື່ອສະຫຼອງຄົບຮອບວັນເກີດມື້ລາງຜູ້ນໍາກໍ່ຕັ້ງປະເທດ ທ່ານ ກິມ ອຽວ ຊຸງ ທີ່ນະຄອນຫຼວງພຽງຢາງ ວັນທີ 15 ເມສາ 2021.

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ໄວ້ອາໄລສຸສານຂອງພໍ່ຕູ້ຂອງທ່ານ ທ່ານກິມ ອິລ ຊຸງ ໃນວັນພະຫັດວານນີ້ ເພື່ອເປັນຂີດໝາຍຄົບຮອບ ວັນເກີດຂອງຜູ້ກໍ່ຕັ້ງປະເທດ, ອີງຕາມການກ່າວຂອງອົງການຂ່າວທາງການລັດຖະບານ KCNA

ທ່ານກິມ ແລະພັນລະຍາ ທ່ານນາງ ຣີ ໂຊລ ຈູ ຍັງໄດ້ເບິ່ງການສະແດງຮ້ອງເພງ ແລະ ຟ້ອນຢູ່ວັງແຫ່ງຕາເວັນ ກຸມຊູຊານ, ບ່ອນທີ່ພໍ່ແລະພໍ່ຕູ້ຂອງທ່ານ ໄດ້ຖືກຝັງໄວ້ຢູ່ທີ່ນັ້ນ ໃນການສະຫຼອງວັນພັກແຫ່ງຊາດ, ອີງຕາມການລາຍງານຂອງອົງການຂ່າວ KCNA ໃນວັນສຸກມື້ນີ້.

ເຂົາເຈົ້າໄດ້ລາຍງານວ່າ “ເວລາການສະແດງໄດ້ສິິ້ນສຸດລົງ ພວກຄົນຜູ້ຊົມໄດ້ພາກັນຮ້ອງເຊຍເລຂາທິການໃຫຍ່ຄົນດັ່ງກ່າວ.”

ການບໍ່ໄດ້ປາກົດໂຕໃນວັນຄົບຮອບເມື່ອປີກາຍນີ້ຂອງທ່ານ ກິມ ນັ້ນ ໄດ້ເຮັດໃຫ້
ມີການສົງໄສ ກ່ຽວກັບສຸຂະພາບຂອງທ່ານ. ຕໍ່ມາໄດ້ມີການຊ່າລືໂດຍບໍ່ໄດ້ຖືກຢັ້ງຢືນ
ກ່ຽວກັບສະພາບການຂອງທ່ານ ແລະວ່າທ່ານຢູ່ໃສກັນແທ້ ຮວມທັງລາຍງານທີ່ສະເໜີວ່າ ທ່ານກິມ ໄດ້ຢູ່ໃນອາການອັນຕະລາຍຮ້າຍແຮງ ຫຼັງກຈາກການຜ່າຕັດ.

ທ່ານກິມ ໄດ້ຖືກຕິດຕາມໄປວັງດັ່ງກ່າວໃນປີນີ້ໂດຍພວກເຈົ້າໜ້າທີ່ຂັ້ນສູງ ຂອງເກົາຫຼີເໜືອ ຮວມທັງນ້ອງສາວຂອງທ່ານ ທ່ານນາງ ກິມ ໂຍ ຈົງ ອີງລາຍງານຂອງອົງການຂ່າວ KCNA.

ໃນຕົ້ນເດືອນນີ້ ເກົາຫຼີເໜືອ ກ່າວວ່າ ຕົນຈະບໍ່ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກ ເນື່ອງຈາກຄວາມເປັນຫ່ວງກ່ຽວກັບໄວຣັສໂຄໂຣນາ, ທີ່ທຳລາຍ ຄວາມຫວັງຂອງ ເກົາຫຼີໃຕ້ວ່າ ການແຂ່ງຂັນກິລາດັ່ງກ່າວ ອາດເປັນແຮງກະຕຸ້ນໃຫ້ຝື້ນຄືນການເຈລະຈາສັນຕິພາບ.

ເກົາຫຼີເໜືອກ່າວວ່າ ຕົນບໍ່ໄດ້ມີກໍລະນີໄວຣັສໂຄໂຣນາໃດໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG