ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳເກົາຫຼີເໜືອ ຮ້າຍ ພວກນັກພະຍາກອນ ອາກາດ ຂອງ​ປະ​ເທດ


ຜູ້ນຳເກົາຫຼີເໜືອ Kim Jong Un ​ໄດ້​ໃຫ້ “ການ​ຊີ້​ນຳ​ສະໜາມ” ບັນດາ​ນັກ​ພະຍາກອນອາກາດ ພະແນກອຸທົກກະສາດ​ແລະ​ອຸຕຸນິຍົມຂອງ​ປະ​ເທດ.
ຜູ້ນຳເກົາຫຼີເໜືອ Kim Jong Un ​ໄດ້​ໃຫ້ “ການ​ຊີ້​ນຳ​ສະໜາມ” ບັນດາ​ນັກ​ພະຍາກອນອາກາດ ພະແນກອຸທົກກະສາດ​ແລະ​ອຸຕຸນິຍົມຂອງ​ປະ​ເທດ.
ຜູ້ນຳ​ເກົາຫຼີ​ເໜືອ ທ່ານ Kim Jong Un ​ໄດ້​ອອກ​ມາ​ກ່າວ​ຕິຕຽນ
ພວກນັກພະຍາກອນອາກາດຂອງ​ປະ​ເທດ​ ຢ່າງເປັນການເປີດ
ເຜີຍ​ວ່າ ພວກ​ເຂົາໄດ້ທຳການພະຍາກອນ​ອາກາດ ຢ່າງ​ຜິດ​ພາດ
ຫຼາຍ​ຄັ້ງມາ​ແລ້ວ.

ອົງການຂ່າວສູນ​ກາງເກົາຫຼີ ຂອງທາງການກ່າວ​ວ່າ ການ​ຕຳນິ
​ດັ່ງກ່າວ ມີຂຶ້ນ​ໃນ​ຂະນະ​ທີ່ທ່ານ Kim ​ໄປ​ຢ້ຽມຢາມ ພະແນກ
ອຸທົກກະສາດ​ແລະ​ອຸຕຸນິຍົມຂອງ​ປະ​ເທດ ເມື່ອ​ບໍ່​ດົນ​ມາ​ນີ້.

​ລາຍ​ງານຂ່າວແຈ້ງ​ວ່າ ບັນດາ​ນັກ​ພະຍາກອນອາກາດ ​ໄດ້​ຮັບ
“ການ​ຊີ້​ນຳ​ສະໜາມ” ຈາກຜູ້ນຳທີ່​ໜຸ່ມ​ນ້ອຍຄົນນີ້ ຊຶ່ງ​ມັກຈະ
ເປັນ​ຜູ້​ສະ​ແດງ​ຕົນ ວ່າ ມີ​ພູມິ​ປັນຍາ​ອັນກວ້າງຂວາງ ໃນ​ທຸກໆ​ດ້ານ ນັບແຕ່ເລື່ອງສິນລະປະ
ຕ່າງໆ ​ໄປຈົນເຖິງ​ວິທະຍາສາດ​ນິວ​ເຄລຍ.

ຮູບ​ພາບ​ຕ່າງໆ​ທີ່​ໄດ້​ພິມເຜີຍແຜ່​ອິນ​ເຕີ​ແນັດ ສະ​ແດງ​ໃຫ້​ເຫັນ​ສີ​ໜ້າ​ອັນ​ເຂັ້ມງວດ ​ແລະ
ຕັ້ງອົກ​ຕັ້ງ​ໃຈ ຂອງບັນດາ​ພະນັກງານ ທີ່​ກຳລັງ​ຮັບ​ຟັງ​ ຄຳ​ບັນ​ລະ​ຍາຍ​ຈາກ ທ່ານ Kim
ຊຶ່ງຜູ້ກ່ຽວ​ໄດ້​ເວົ້າວ່າ “ການ​ສັງ​ເກດ​ການກ່ຽວກັບເລື່ອງອຸຕຸນິຍົມວິທະຍາ ຍັງ​ບໍ່​ທັນ​
ສະ​ໄໝ ​ແລະບໍ່​ເປັນ​ໄປ​ຕາມ​ພື້ນຖານ​ຂອງ​ວິທະຍາ​ສາດ”
ຢູ່​ໃນ​ປະ​ເທດຂອງ​ທ່ານ.

ທ່ານ Kim ​ໄດ້​ຈົ່ມວ່າ “​ໃນ​ເວລາ​ໃດທີ່ການ​ສັງ​ເກດ​ການທາງດ້ານອຸຕຸ ນິຍົມວິທະຍາ
ແລະ​ ການ​ພະຍາກອນອາກາດ ​ໄດ້​ປະຕິບັດ​ກັນຢ່າງ​ຖືກ ຕ້ອງ​ແລ້ວ ມັນ​ກໍ​ອາດ​
ສາມາດ​ປົກ​ປ້ອງ​ຊີວິດ​ ແລະ ຊັບ​ສິນ​ຂອງປະຊາຊົນ ຈາກ​ໄພພິ​ບັດທັງຫຼາຍ ທີ່​ເກີດ​
ຂຶ້ນຈາກປະກົດ​ການດິນ​ຟ້າ​ອາກາດທີ່​ຜິດ​ປົກກະຕິ.”


ເກົາຫລີເໜືອຊຶ່ງເປັນປະເທດ​ທີ່​ທຸກຍາກ​ ​ໃນປີນີ້ໄດ້​ປະ​ເຊີ​ນກັບ​ໄພ​ແຫ້ງ​ແລ້ງທີ່​ຮ້າຍ​ແຮງ​ສຸດ
​ໃນ​ລະດູ​ບານໃໝ່ ໃນຮອບ ​3 ທົດ​ສະວັດ​ກວ່າໆ ຊຶ່ງໄດ້​ເຮັດໃຫ້ຜົນລະປູກ​ໄດ້​ຮັບຄວາມ​
ເສຍ​ຫາຍ​ໃນເນື້ອ​ທີ່ຫຼາຍພັນເຮັກຕາ.
XS
SM
MD
LG