ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ກິມ ຈົງ ອຶນ ຍົກ​ຍ້ອງ ຈົດ​ໝາຍຈາກ ທ່ານ ທ​ຣຳ


​ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອ​ຶນ ອ່ານ​ຈົດ​ໝາຍ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ນະ​ຄອນຫຼວງ ພຽງ​ຢາງ, ເກົາ​ຫຼີ​ເໜືອ. 22 ກໍ​ລະ​ກົດ, 2019.
​ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອ​ຶນ ອ່ານ​ຈົດ​ໝາຍ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ນະ​ຄອນຫຼວງ ພຽງ​ຢາງ, ເກົາ​ຫຼີ​ເໜືອ. 22 ກໍ​ລະ​ກົດ, 2019.

ຜູ້​ນຳ​ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ໄດ້​ຮັບ​ຈົດ​ໝາຍ​ສ່ວນ​ຕົວ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ
ຫະລັດ ທ່ານ ດໍໂນລ ທຣຳ ແລະ ກຳລັງພິຈາລະນາ ກ່ຽວກັບ ຫົວ ຂໍ້ຂອງມັນ.

ອົງ​ການຂ່າວ​ສູນ​ກາງ​ ຂອງ​ທາງ​ການ ເກົາຫຼີ​ ຫຼື KCNA ໄດ້​ເປີດເຜີຍຮູບ​ທ່ານ ກິມ ກຳ​
ລັງນັ່ງອ່ານຈົດໝາຍສະບັບນຶ່ງ ທີ່ປາກົດວ່າ ມີຫົວຈົດໝາຍຂຽນວ່າ ທຳນຽບຂາວ.
ລາຍງານໄດ້ຢ້ຳຄຳເວົ້າຂອງທ່ານ ກິມ ທີ່ຍົກຍ້ອງມັນວ່າ “ມີ ເນື້ອຫາທີ່ດີເລີດ.”

ອົງ​ການ​ຂ່າວ KCNA ໄດ້​ລາຍ​ງານ​ວ່າ “ຂໍ​ຍົກ​ຍ້ອງ​ຄວາມ​ສາ​ມາດໃນ​ການພິ​ຈາ​ລະ​ນາ
ທາງການເມືອງ ແລະ ຄວາມກ້າຫານທີ່ພິເສດຂອງປະທານາທິບໍດີ ທຣຳ, ທ່ານ ກິມຈົງ
ອຶນ ໄດ້ກ່າວວ່າ ທ່ານຈະພິຈາລະນາກ່ຽວກັບ ຫົວຂໍ້ທີ່ໜ້າສົນໃຈ ນັ້ນຢ່າງຈິງຈັງ.”

ລາຍ​ງານບໍ່​ໄດ້​ເວົ້າ​ແນວອື່ນ ກ່ຽວ​ກັບ ຫົວ​ຂໍ້​ຂອງ​ຈົດ​ໝາຍ​ນັ້ນ.

ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ, ໃນ​ຂະ​ນະ​ທີ່​ທ່ານ​ໄດ້​
ເດີນທາງອອກຈາກນະຄອນຫຼວງ ວໍຊິງຕັນ ເພື່ອຢ້ຽມຢາມພາກພື້ນຕາເວັນອອກກາງ
ນັ້ນ, ໄດ້ຢືນຢັນວ່າຈົດໝາຍດັ່ງກ່າວໄດ້ຖືກສົ່ງໃຫ້ທ່ານ ກິມ. ທູດລະດັບສູງ ສະຫະລັດ
ດັ່ງກ່າວໄດ້ເວົ້າວ່າ ທ່ານ “ຫວັງວ່າ ມັນຈະສະໜອງພື້ນຖານທີ່ດີໃຫ້ເຮົາ ເພື່ອເລີ່ມ,
ແລະ ສືບຕໍ່ການປຶກສາຫາລືທີ່ສຳຄັນດັ່ງກ່າວນີ້ ກັບ ຊາວເກົາຫຼີ ເພື່ອລົບລ້າງອາວຸດ
ນິວເຄລຍ ໃນແຫຼມ ເກົາຫຼີ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ຕົ້ນ​ເດືອນນີ້​ວ່າ ທ່ານ​ໄດ້​ຮັບ​ຈົດ​ໝາຍ​ທີ່ “ສວຍ​ງາມ, ມີຄວາມ
ເປັນສ່ວນຕົວຫຼາຍ ແລະ ອົບອຸ່ນຫຼາຍ” ຈາກຜູ້ນຳເກົາຫຼີເໜືອ.

ເຖິງ​ແມ່ນ​ວ່າ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແລະ ເກົາຫຼີ​ເໜືອ
ຕົກຢູ່ໃນສະພາບບໍ່ໄປບໍ່ມາກໍຕາມ, ທ່ານ ກິມ ແລະ ທ່ານ ທຣຳ ກໍໄດ້ ສົ່ງຈົດໝາຍ
ແລະ ຮູບພາບແລກປ່ຽນກັນໃນປີທີ່ຜ່ານມາ, ແລະທັງສອງທ່ານໄດ້ ເວົ້າວ່າ ສາຍພົວ
ພັນຂອງພວກເພິ່ນແມ່ນຍັງຄົງອົບອຸ່ນຢູ່ຄືເກົ່າ.

ການ​ເຈ​ລະ​ໃນ​ລະ​ດັບທີ່ບໍ່​ມີ​ນັກ​ການ​ເມືອງ​ຄົນ​ສຳ​ຄັນ​ເຂົ້າ​ຮ່ວມ ໄດ້​ພັງ​ລົງ ຫລັງ​ ຈ​າກ
ກອງປະຊຸມສຸດຍອດໃນເດືອນກຸມພາທີ່ຜ່ານມາ ລະຫວ່າງ ທ່ານ ທຣຳ ກັບ ທ່ານ ກິມ
ໃນນະຄອນຫຼວງ ຮາໂນ່ຍ, ປະເທດ ຫວຽດນາມ, ເຊິ່ງສິ້ນສຸດລົງ ດ້ວຍການບໍ່ມີຂໍ້ຕົກ
ລົງ. ທ່ານ ກິມ ແມ່ນບໍ່ພໍໃຈກັບຄວາມກ້າວໜ້າຂອງການຫຼຸດ ຜ່ອນມາດຕະການລົງ
ໂທດ ສະຫະລັດ, ໃນຂະນະທີ່ ທ່ານ ທຣຳ ໄດ້ຜິດຫວັງ ກັບການທີ່ທ່ານ ກິມ ບໍ່ສາ
ມາດຍົກເລີກໂຄງການນິວເຄລຍຂອງທ່ານທັງໝົດ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ, ເກົາຫຼີ​ເໜືອ ແມ່ນ​ໄດ້​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້
ຫຼາຍລູກ ແລະ ອາວຸດອື່ນໆ. ທ່ານ ກິມ ໄດ້ກ່າວວ່າ ທ່ານຈະໃຫ້ເວລາແກ່ ລັດຖະບານ
ວໍຊິງຕັນ ໄປຈົນຮອດທ້າຍປີ ເພື່ອຈັດການເຈລະຈາທີ່ມີການຜ່ອນ ສັ້ນ ຜ່ອນຍາວໄດ້
ຫຼາຍຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG