ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ກິມ ຈົງ ອຶນ ຍົກ​ຍ້ອງ ຈົດ​ໝາຍ​ຈາກ ທ່ານ ທ​ຣຳ ວ່າ "ດີ​ເລີດ"


ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ອ່ານ​ຈົດ​ໝາຍ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ນະ​ຄອນຫຼວງ ພຽງ​ຢາງ, ເກົາຫຼີ​ເໜືອ. ຮູ​ບ​ນີ້​ເປີດ​ເຜີຍ​ໂດຍ ​ອົງ​ການ​ສູນ​ກາງ​ຂ່າວ ຂອງ ເກົາຫຼີ​ເໜືອ. 22 ມິ​ຖຸ​ນາ, 2019.
ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ອ່ານ​ຈົດ​ໝາຍ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ນະ​ຄອນຫຼວງ ພຽງ​ຢາງ, ເກົາຫຼີ​ເໜືອ. ຮູ​ບ​ນີ້​ເປີດ​ເຜີຍ​ໂດຍ ​ອົງ​ການ​ສູນ​ກາງ​ຂ່າວ ຂອງ ເກົາຫຼີ​ເໜືອ. 22 ມິ​ຖຸ​ນາ, 2019.

ຜູ້​ນຳ ເກົາຫຼີ​ເໜືອ ໄດ້​ຮັບ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​
ໂນລ ທຣຳ ແລະ ກຳລັງພິຈາລະນາເບິ່ງຫົວຂໍ້ຂອງມັນ, ສື່ມວນຊົນລັດຖະບານ ເກົາຫຼີ
ເໜືອ ໄດ້ລາຍງານໃນວັນອາທິດມື້ນີ້.

ອົງ​ການຂ່າວ​ສູນ​ກາງ​ ຂອງ​ທາງ​ການ ເກົາຫຼີ​ ຫຼື KCNA ໄດ້​ເປີດເຜີຍຮູບ​ທ່ານ ກິມ ກຳ​
ລັງນັ່ງອ່ານຈົດໝາຍສະບັບນຶ່ງ ທີ່ປາກົດວ່າ ມີຫົວຈົດໝາຍຂຽນວ່າ ທຳນຽບຂາວ.
ລາຍງານໄດ້ຢ້ຳຄຳເວົ້າຂອງທ່ານ ກິມ ທີ່ຍົກຍ້ອງມັນວ່າ “ມີເນື້ອຫາທີ່ດີເລີດ.”

ອົງ​ການ​ຂ່າວ KCNA ໄດ້​ລາຍ​ງານ​ວ່າ “ຂໍ​ຍົກ​ຍ້ອງ​ຄວາມ​ສາ​ມາດໃນ​ການພິ​ຈາ​ລະ​ນາ​
ທາງການເມືອງ ແລະ ຄວາມກ້າຫານທີ່ພິເສດຂອງປະທານາທິບໍດີ ທຣຳ, ທ່ານ ກິມ
ຈົງ ອຶນ ໄດ້ກ່າວວ່າ ທ່ານຈະພິຈາລະນາກ່ຽວກັບ ຫົວຂໍ້ທີ່ໜ້າສົນໃຈນັ້ນຢ່າງຈິງຈັງ.”

ລາຍ​ງານບໍ່​ໄດ້​ເວົ້າ​ແນວອື່ນ ກ່ຽວ​ກັບ ຫົວ​ຂໍ້​ຂອງ​ຈົດ​ໝາຍ​ນັ້ນ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ຕົ້ນ​ເດືອນນີ້​ວ່າ ທ່ານ​ໄດ້​ຮັບ ຈົດ​ໝາຍ​ສະ​ບັບ​ນຶ່ງ ທີ່ “​ສວຍ
ງາມ, ມີຄວາມເປັນສ່ວນຕົວຫຼາຍ ແລະ ອົບອຸ່ນຫຼາຍ” ຈາກຜູ້ນຳເກົາຫຼີເໜືອ.

ເຖິງ​ແມ່ນ​ວ່າ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແລະ ເກົາຫຼີ​ເໜືອ
ຕົກຢູ່ໃນສະພາບບໍ່ໄປບໍ່ມາກໍຕາມ, ທ່ານ ກິມ ແລະ ທ່ານ ທຣຳ ກໍໄດ້ ສົ່ງຈົດໝາຍ
ແລະ ຮູບພາບແລກປ່ຽນກັນໃນປີທີ່ຜ່ານມາ, ແລະ ທັງສອງທ່ານໄດ້ເວົ້າວ່າ ສາຍພົວ
ພັນຂອງພວກເພິ່ນແມ່ນຍັງຄົງອົບອຸ່ນຢູ່ຄືເກົ່າ.

ການ​ເຈ​ລະ​ໃນ​ລະ​ດັບທີ່ບໍ່​ມີ​ນັກ​ການ​ເມືອງ​ຄົນ​ສຳ​ຄັນ​ເຂົ້າ​ຮ່ວມ ໄດ້​ພັງ​ລົງ ຫລັງ​ ຈ​າກ​
ກອງປະຊຸມສຸດຍອດໃນເດືອນກຸມພາທີ່ຜ່ານມາ ລະຫວ່າງ ທ່ານ ທຣຳ ກັບ ທ່ານ ກິມ
ໃນນະຄອນຫຼວງ ຮາໂນ່ຍ, ປະເທດ ຫວຽດນາມ, ເຊິ່ງສິ້ນສຸດລົງດ້ວຍການບໍ່ມີຂໍ້
ຕົກລົງ. ທ່ານ ກິມ ແມ່ນບໍ່ພໍໃຈກັບຄວາມກ້າວໜ້າຂອງການຫຼຸດຜ່ອນມາດຕະການ
ລົງໂທດ ສະຫະລັດ, ໃນຂະນະທີ່ ທ່ານ ທຣຳ ໄດ້ຜິດຫວັງກັບການທີ່ທ່ານ ກິມ ບໍ່ສາ
ມາດຍົກເລີກໂຄງການນິວເຄລຍຂອງທ່ານທັງໝົດ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ, ເກົາຫຼີ​ເໜືອ ແມ່ນ​ໄດ້​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້
ຫຼາຍລູກ ແລະ ອາວຸດອື່ນໆ. ທ່ານ ກິມ ໄດ້ກ່າວວ່າ ທ່ານຈະໃຫ້ເວລາແກ່ລັດຖະບານ
ວໍຊິງຕັນ ໄປຈົນຮອດທ້າຍປີ ເພື່ອຈັດການເຈລະຈາທີ່ມີການຜ່ອນສັ້ນຜ່ອນຍາວໄດ້
ຫຼາຍຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG