ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ທ່ານ ກິມ ຈົງ ອຶນ ສັ່ງໃຫ້ຕຽມພ້ອມສຳລັບ “ສົງຄາມເຕັມຮູບແບບ”, ຂະຫຍາຍການຜະລິດອາວຸດ


ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 7 ຂອງຄະນະກຳມາທິການກອງທັບສູນກາງທີ 8 ຂອງພັກກຳມະກອນ ເກົາຫຼີ, ໃນນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ, 9 ສິງຫາ 2023. (KCNA via Reuters)
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 7 ຂອງຄະນະກຳມາທິການກອງທັບສູນກາງທີ 8 ຂອງພັກກຳມະກອນ ເກົາຫຼີ, ໃນນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ, 9 ສິງຫາ 2023. (KCNA via Reuters)

ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ແລະ ເຈົ້າ​ໜ້າ​ທີ່ກອງ​ທັບ​ລະ​ດັບ​ສູງ​ຂອງ​ທ່ານ​ໄດ້​ພົບ​ປະ​ກັນ​ເພື່ອ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ ການ​ເສີມ​ຂະ​ຫຍາຍ​ແຜນ​ການ​ເຮັດ​ສົງ​ຄາມ, ໂດຍ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ອາ​ວຸດຫຼ້າ​ສຸດ​ຂອງປະ​ເທດ ແລະ ຂະ​ຫຍາຍ​ການ​ຜະ​ລິດ​ອາ​ວຸດ, ອີງ​ຕາມ​ການ​ກ່າວ​ຂອງ​ສື່ມວນ​ຊົນ​ລັດ​ຖະ​ບານ​ໃນ​ວັນ​ພະ​ຫັດ​ວານນີ້.

ການ​ດຳ​ເນີນ​ການ​ທີ່​ຖືກ​ປະ​ກາດ​ນັ້ນ​ແມ່ນ​ສິ່ງຫຼ້າ​ສຸດ​ຂອງ​ການ​ເຄື່ອນ​ໄຫວຫຼາຍ​ຄັ້ງ​ໂດຍ ເກົາຫຼີ​ເໜືອ ໃນ​ການ​ບໍ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ລົງ​ໂທດ​ສາ​ກົນ ແລະ ການ​ຕຳ​ໜິ​ຕິ​ຕຽນ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ອຸ​ປະ​ກອນ​ທາງ​ທະ​ຫານ​ທີ່​ພວກ​ເຂົາ​ໄດ້​ກ່າວ​ໄວ້ ຕໍ່​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ເວ​ລາ​ທີ່ໂລກ​ມີ​ການ​ແຕກ​ຫັກ​ຍິ່ງ​ຂຶ້ນ.

ກອງ​ປະ​ຊຸມ​ຂະ​ໜາດ​ໃຫຍ່​ຂອງ​ຄະ​ນະ​ກຳ​ມາ​ທິ​ການກອງ​ທັບ​ສູງ​ກາງ​ຂອງ​ພັກ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ເພື່ອ​ເຮັດ​ໃຫ້ “ກອງ​ທັບ​ບົກ​ມີ​ຄວາມ​ພ້ອ​ມ​ຢ່າງ​ຮອບ​ຄອບຫຼາຍ​ຂຶ້ນ​ສຳ​ລັບ​ສົງ​ຄາມ, ຍ້ອນ​ສະ​ຖາ​ນະ​ການ​ທາງ​ການ​ເມືອງ ແລະ ທະ​ຫານ​ທີ່​ຮ້າຍ​ແຮງ​ແຜ່ຫຼາຍ​ໃນ​ແຫຼມ​ເກົາຫຼີ,” ອີງ​ຕາມ​ການ​ກ່າວ​ຂອງສື່ມວ​ນ​ຊົນ KCNA.

ເຂົາ​ເຈົ້າ​ໄດ້​ເຕືອນ​ກ່ຽວ​ກັບ “ແຜນ​ການ​ຕ່າງໆ​ສຳ​ລັບມາດ​ຕະ​ການ​ໂຈມ​ຕີ​ຕອບ​ໂຕ້​ທາງ​ທະ​ຫານ​ເພື່ອຍັບ​ຢັ້ງຜູ້​ຮ້າຍ​ຫົວ​ໂປ່,” ເຊິ່ງ​ແມ່ນ​ການ​ອ້າງ​ເຖິງ ເກົາຫຼີ​ໃຕ້ ແລະ ສະ​ຫະ​ລັດ, ທີ່​ມີ​ກຳ​ນົດ​ຈະ​ດຳ​ເນີນ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່​ປະ​ຈຳ​ປີ​ໃນ​ທ້າຍ​ເດືອນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG