ອົງການຂ່າວລັດຖະບານກ່າວວ່າ ທ່ານກິມ ຈົງ ອຶນ ໄດ້ຊົມການຍິງລູກສອນໄຟໄວກວ່າສຽງເທື່ອຫຼ້າສຸດຂອງເກົາຫຼີເໜືອ ເກົາຫຼີເໜືອ ໄດ້ປະກາດ ໃນວັນພຸດມື້ນີ້ວ່າ ການຍິງລູກສອນໄຟເທື່ອຫລ້າສຸດ ຂອງຕົນ ແມ່ນເປັນ “ລູກສອນໄຟໄວກວ່າສຽງ” ໂດຍກ່າວວ່າ ຜູ້ນຳກິມ ຈົງ ອຶນ ໄດ້ເຂົ້າຮ່ວມ ໃນອັນທີ່ບັນລະຍາຍວ່າ ເປັນການຍິງລົດລອງທີ່ປະສົບຜົນ ສຳເລັດ.
ຮູບຂອງສື່ມວນຊົນລັດຖະບານ ສະແດງໃຫ້ເຫັນວ່າ ທ່ານກິມໃສ່ເສື້ອແຈັກເກັດໜັງ” ແລະ
ສ່ອງເບິ່ງດ້ວຍກ້ອງສ່ອງ ຢູ່ໃນອັນທີ່ປາກົດວ່າຢູ່ບ່ອນຢືນເບິ່ງສຳລັບທ່ານ ເພື່ອສັງເກດເບິ່ງ
ການຍິງ ໃນວັນອັງຄານວານນີ້.
ລູກສອນໄຟໄດ້ສະແດງໃຫ້ເຫັນ ເຖິງ “ການເຄື່ອນໄຫວດີທີ່ສຸດ” ແລະຖືກເປົ້າໝາຍຢ່າງ
ແມ່ນຢໍາປະມານ1,000 ກິໂລແມັດຫ່າງອອກໄປ ອີງຕາມລາຍງານຂອງອົງການຂ່າວສູນ
ກາງຂອງເກົາຫຼີເໜືອ.
ນັ້ນແມ່ນໄກກວ່າໄລຍະທີ່ໄດ້ຄາດຄະເນໄວ້ໃນວັນອັງຄານວານນີ້ ໂດຍກອງທັບ ເກົາຫຼີໃຕ້
ຊຶ່ງໄດ້ຕິດຕາມຢ່າງໃກ້ຊິດເບິ່ງການຍິງດັ່ງກ່າວ. ກະຊວງປ້ອງກັນປະ ເທດຂອງເກົາຫຼີໃຕ້
ກ່າວວ່າ ລູກສອນໄຟໄດ້ເດີນທາງໄປປະມານ 700 ກິໂລ ແມັດ ແຕ່ໄດ້ສະແດງໃຫ້ເຫັນເຖິງ
ສະມັດຕະພາບທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ.
ລູກສອນໄຟຊະນິດຫຼ້າສຸດ ຂອງເກົາຫຼີເໜືອນີ້ ບິນດ້ວຍຄວາມໄວສູງສຸດ 10 ມາກ ຫຼື 10
ເທົ່າຂອງຄວາມໄວສຽງ ປຽບທຽບໃສ່ 6 ມາກ ກັບລູກສອນໄຟຄ້າຍຄືກັນທີ່ຍິງໃນອາທິດ
ແລ້ວ ອີງຕາມອົງການຂ່າວຢອນຮັບ ທີ່ໄດ້ອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ຂອງເກົາຫຼີໃຕ້.
ການທົດລອງຂອງເກົາຫຼີເໜືອເທື່ອທີສອງດັ່ງກ່າວໃນປີນີ້ ໄດ້ຖືກອ້າງວ່າເປັນລູກສອນໄຟ
ໄວກວ່າສຽງ.
ຫຼັງຈາກການຍິງໃນອາທິດແລ້ວນີ້ ເກົາຫຼີໃຕ້ໄດ້ກ່າວວ່າເກົາຫຼີເໜືອໄດ້ເວົ້າໂຍກເກີນຄວາມ
ຈິງກ່ຽວກັບສະມັດຕະພາບຂອງມັນ.
ຊັ່ງຊາເບິ່ງຈາກຮູບພາບຂອງສື່ມວນຊົນທາງການເກົາຫຼີເໜືອແລ້ວ ລູກສອນໄຟທີ່ຍິງໃນ
ວັນອັງຄານວານນີ້ ປາກົດວ່າສະແດງໃຫ້ເຫັນຮູບຮ່າງຄືກັນກັບອາວຸດທີ່ໄດ້ທົດລອງໃນ
ອາທິດແລ້ວ