ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳເກົາຫຼີເໜືອ ເຕືອນ ສຫລ ເຖິງຄວາມຈິງ ຂອງໂຄງການນິວເຄລຍ ຂອງຕົນ

ຊາວເກົາຫຼີໃຕ້ ຊົມລາຍການຂ່າວໃໝ່ ທາງໂທລະພາບ ທີ່ສະແດງໃຫ້ເຫັນ ການກ່າວຄຳປາໄສ ປະຈຳປີໃໝ່ ຂອງ
ຜູ້ນຳເກົາຫຼີເໜືອ ກິມ ຈົ່ງ ອຶນ, ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 1 ມັງກອນ 2018.
ຊາວເກົາຫຼີໃຕ້ ຊົມລາຍການຂ່າວໃໝ່ ທາງໂທລະພາບ ທີ່ສະແດງໃຫ້ເຫັນ ການກ່າວຄຳປາໄສ ປະຈຳປີໃໝ່ ຂອງ ຜູ້ນຳເກົາຫຼີເໜືອ ກິມ ຈົ່ງ ອຶນ, ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 1 ມັງກອນ 2018.

ຜູ້ນຳເກົາຫຼີເໜືອ ກິມ ຈົ່ງ ອຶນ ກ່າວວ່າ ສະຫະລັດ ຕ້ອງຍອມຮັບວ່າ ໂຄງການນິວເຄລຍ
ຂອງເກົາຫຼີເໜືອ ແມ່ນຄວາມເປັນຈິງ.

ຢູ່ໃນຄຳປາໄສປະຈຳປີໃໝ່ຂອງທ່ານກິມ ໃນວັນຈັນມື້ນີ້ ທ່ານໄດ້ເຕືອນວ່າ ທ່ານມີປຸ່ມ
ນິວເຄລຍຢູ່ເທິງໂຕະຂອງທ່ານ. ທ່ານກິມ ເວົ້າວ່າ “ຜືນແພ່ນດິນໃຫຍ່ທັງໝົດຂອງ
ສະຫະລັດ ແມ່ນຢູ່ພາຍໃນລັດສະໝີການໂຈມຕີດ້ວຍນິວເຄລຍຂອງພວກເຮົາ
ແລະ ສະຫະລັດ ຈະບໍ່ສາມາດເລີ່ມຕົ້ນສົງຄາມກັບຂ້ອຍ ແລະ ປະເທດຂອງ
ພວກເຮົາ ເລີຍ.”

ທ່ານກິມໄດ້ກ່າວອີກວ່າ “ສະຫະລັດ ຕ້ອງຍອມຮັບວ່າ ອັນນີ້ບໍ່ເປັນການຕໍ່ລອງ ແຕ່
ຄວາມເປັນຈິງ.”

ການກ່າວຄຳປາໄສປະຈຳປີໃໝ່ ຂອງທ່ານກິມ ເຊື່ອກັນຢ່າງກວ້າງຂວາງວ່າ ເປັນ
ການສະແດງອອກ ທິດທາງຂອງທ່ານກິມ ແລະ ບູລິມະສິດສຳລັບປີໃໝ່ນີ້.

ໃນພາບຖ່າຍເມື່ອວັນທີ 19 ກັນຍາ 2017, ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ກ່າຍຖະແຫລງ ໃນກອງປະຊຸມ ສະໝັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 72, ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ.
ໃນພາບຖ່າຍເມື່ອວັນທີ 19 ກັນຍາ 2017, ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ກ່າຍຖະແຫລງ ໃນກອງປະຊຸມ ສະໝັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 72, ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ.

ປີກາຍນີ້ ທ່ານກິມ ແລະ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ ປະທະ
ຄາລົມກັນໄປມາ ເຊິ່ງຮ້ອນແຮງຂຶ້ນເລື້ອຍໆ ໂດຍທີ່ທ່ານທຣຳ ເຕື່ອນວ່າ ເກົາຫຼີເໜືອ
ຈະປະເຊີນກັບ “ໄຟ ແລະ ຄວາມຮຸນແຮງ” ຖ້າຫາກມີການຂົ່ມຂູ່ຕໍ່ ສະຫະລັດ.

ພຽງຢາງໄດ້ຕອບໂຕ້ຄືນ ໂດຍກ່າວວ່າ ຕົນໄດ້ພິຈາລະນາວ່າ ຈະທຳການທົດລອງ
ຍິງລູກສອນໄຟຂີປະນາວຸດ ຂ້າມທະວີບ ເຂົ້າໃສ່ນ້ຳທະເລ ໃກ້ກັບໆກັບ ເກາະກວມ
ທີ່ເປັນອານາເຂດຂອງສະຫະລັດ. ບໍ່ດົນຫຼັງຈາກນັ້ນ ເກົາຫຼີເໜືອ ກໍໄດ້ຍິງລູກສອນໄຟ
ລັດສະໝີໄກ ສອງລູກ ຂ້າມປະເທດຍີ່ປຸ່ນ ແລະ ໃນເດືອນກັນຍາ ກໍໄດ້ດຳເນີນການ
ທົດລອງນິວເຄລຍເທື່ອທີຫົກ ຂອງຕົນ.

ຊາຍຄົນນຶ່ງ ຍ່າງຜ່ານ ວົງແວນສີຕ່າງໆ ຂອງໂອລິມປິກ ພ້ອມກັບປ້າຍປີ 2018 ຂອງ ເກມໂອລິມປິກ ລະດູໜາວ ໃນເມືອງ ປີຢອງຈາງ ຂອງເກົາາຫຼີໃຕ້ , ວັນທີ 3 ທັນວາ 2017.
ຊາຍຄົນນຶ່ງ ຍ່າງຜ່ານ ວົງແວນສີຕ່າງໆ ຂອງໂອລິມປິກ ພ້ອມກັບປ້າຍປີ 2018 ຂອງ ເກມໂອລິມປິກ ລະດູໜາວ ໃນເມືອງ ປີຢອງຈາງ ຂອງເກົາາຫຼີໃຕ້ , ວັນທີ 3 ທັນວາ 2017.

ສົງຄາມຄາລົມໄດ້ສືບຕໍ່ມີມາ ຢູ່ໃນການກ່າວຄຳປາໄສ ຂອງທ່ານທຣຳ ຕໍ່ອົງການສະຫະ
ປະຊາຊາດ ໃນເດືອນກັນຍາ ໃນເວລາ ທ່ານປະທານາທິບໍດີ ໄດ້ເອີ້ນທ່ານກິມ ວ່າເປັນ
“ມະນຸດຈະຫຼວດ ຫຼື Rocket Man” ທີ່ມີພາລະກິດ ສະຫຼະຊີບ.

ທ່ານກິມ ໄດ້ຕອບໂຕ້ຄືນ ໃນຖະແຫລງການສະບັບນຶ່ງ ທີ່ບັນລະຍາຍເຖິງທ່ານທຣຳ ວ່າ
“ເຖົ້າແກ່” ເຊິ່ງໝາຍຄວາມວ່າ ຫລົງໆລືມໆ ແລະ ໄດ້ບັນລະຍາຍອີກວ່າ ພຶດທິກຳຂອງ
ທ່ານ ເປັນຄືກັບ “ຄົນຜີບ້າ.”

ລົດບັນທຸກທັງຫຼາຍຂອງເກົາຫຼີໃຕ້ ແລ່ນກັບຄືນອອກມາຈາກ ເຂດອາຄານອຸດສາຫະກຳ ເຄຊົ້ງ ຜ່ານດ່ານພາສີອາກອນ, ຄົນເຂົ້າເມືອງ ແລະ ຫ້ອງກັກບໍລິເວນ ສະເພາະໂຣກຕິດຕໍ່ ຢູ່ໃກ້ຊາຍແດນຂອງເມືອງ ປານມູນຈອມ ໃນເມືອງ ປາຈູ ຂອງເກົາຫຼີໃຕ້, ວັນທີ 11 ກຸມພາ 2016.

ໃນເດືອນພະຈິກ ເກົາຫຼີເໜືອ ໄດ້ປະກາດວ່າ ຕົນໄດ້ບັນລຸເປົ້າໝາຍຂອງຕົນ ໃນການ
ພັດທະນາ ລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ເຮັດໃຫ້ປະຕິບັດງານໄດ້
ເປັນທີ່ສຳເລັດ ຫຼັງຈາກທີ່ຕົນໄດ້ຍິງ ລູກສອນໄຟ ລັດສະໝີໄກ ວາຊົ້ງ 15 (Hwasong-
15) ທີ່ອາດເປັນໄປໄດ້ວ່າ ຈະມາເຖິງແຜ່ນດິນໃຫຍ່ຂອງສະຫະລັດ.

NKorea Nuclear
please wait
Embed

No media source currently available

0:00 0:01:10 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG