ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kim Jong Un ຖືກເລື່ອນຊັ້ນ ຂື້ນເປັນຈອມພົນ


ທ່ານ Kim Jong Un ໄດ້ຖືກເລື່ອນຊັ້ນຂື້ນເປັນຈອມພົນ ຊື່ງເປັນຜູ້ນໍາ ສູງສຸດທາງທະຫານຢ່າງເປັນທາງການ ຢູ່ໃນປະເທດ.
ທ່ານ Kim Jong Un ໄດ້ຖືກເລື່ອນຊັ້ນຂື້ນເປັນຈອມພົນ ຊື່ງເປັນຜູ້ນໍາ ສູງສຸດທາງທະຫານຢ່າງເປັນທາງການ ຢູ່ໃນປະເທດ.

ເກົາຫລີ​ເໜືອ​ກ່າວ​ວ່າ ທ່ານ Kim Jong Un ​ໄດ້​ຖືກເລື່ອນ​ຊັ້ນຂຶ້ນ​ເປັນຈອມ ພົນ ຊຶ່ງ​ເປັນ​ຜູ້
ນຳ​ສູງ​ສຸດທາງທະຫານຢ່າງ​ເປັນ​ທາງ​ການຢູ່​ໃນ​ປະ​ເທດ.

ສື່​ມວນ​ຊົນຂອງ​ທາງ​ການ​ເກົາຫຼີ​ເໜືອ ​ໄດ້​ປະກາດ​ກ່ຽວ​ກັບການ​ເຄື່ອນ​ໄຫວດັ່ງກ່າວ ​ໃນ​ລາຍ​
ງານ​ຂ່າວສັ້ນພິ​ເສດ ​ໃນ​ວັດ​ພຸດມື້ນີ້.

​ການ​ແຕ່ງຕັ້ງທີ່​ວ່າ​ນີ້​ໄດ້​ມີ​ຂຶ້ນ​ ຫລັງ​ຈາກ​ການ​ຊັບຊ້ອນ​ຜູ້​ນໍາ​ທາງ​ທະຫານໃນ​ອາທິດ​ນີ້ ທີ່​ຮວມ​
ທັງ​ການ​ປົດ​ທ່ານ Ri Yong Ho ຜູ້​ບັນຊາ​ການ​ທະຫານ​ສູງ ສຸດ​ຂອງ​ເກົາຫຼີ​ເໜືອ ​ແລະ​ທີ່​ປຶກ
ສາຄົນ​ໃກ້​ຊິດ​ຂອງທ່ານ Kim Yong Un. ​ເກົາຫລີ​ເໜືອກ່າວ​ວ່າ ທ່ານ Ri ​ໄດ້​ຖືກ​ປົດ​ອອກ
ຈາກ​ໜ້າ​ທີ່​ການ​ຍ້ອນທ່ານ​ໄດ້ ​ເຈັບ​ປ່ວຍ.

ຊັ້ນ​ຈອມ​ພົນນີ້ ແມ່ນເປັນ​ຕຳ​ແໜ່​ງດຽວ​ກັນ​ ກັບທີ່ມື້ລາງ​ບິດາ​ຂອງ​ທ່ານ Kim Jong Un ຄື​
ທ່ານ Kim Jong ll ທີ່​ໄດ້​ເຖິງ​ແກ່​ອະສັນ​ຍະ​ກຳໄປ​ໃນ​ເດືອນ​ທັນວາປີ​ກາຍ​ນີ້ ​ເຄີຍ​ກຳມາ​ກ່ອນ.

ພວກ​ນັກວິ​ເຄາະ​ກ່າວ​ວ່າ ການ​ປ່ຽນ​ແປງ​ທີ່​ວ່າ​ນີ້​ແມ່ນ​ເປັນຄວາມ​ພະຍາຍາມ​ເພື່ອ ​ເຮັດ​ໃຫ້ການ​
ກຳ​ອຳນາດ​ຂອງ​ຜູ້ນຳ​ທີ່​ຍັງ​ໜຸ່ມ​ນ້ອຍ​ທ່ານ​ນີ້ຂອງ​ເກົາຫຼີ​ເໜືອມີ​ຄວາມ ​ເຂັ້ມ​ແຂງ​ຕື່ມ​ຂຶ້ນ.

XS
SM
MD
LG