ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ພ້ອມພັນລະຍາ ແລະລູກສາວ ນາງຈູ-ແອ ໄດ້ໄປຢ້ຽມຢາມພວກທະຫານ ທີ່ຄ້າຍຂອງພວກເຂົາເຈົ້າ ກ່ອນໜ້າວັນຄົບຮອບ 75 ປີໃນການສ້າງຕັ້ງກອງທັບ ອີງຕາມລາຍງານຂອງໜັງສືພິມທີ່ສຳຄັນສຸດ ໂຣດົງ ຊິນມຸນ (Rodon Sinmun) ຂອງເກົາຫຼີເໜືອ ໃນວັນພຸດມື້ນີ້.
ວັນພຸດ ແມ່ນວັນຄົບຮອບ 75 ປີ ໃນການສ້າງຕັ້ງກອງທັບປະຊາຊົນເກົາຫລີ. ມີການຄາດກັນວ່າ ຈະມີການສວນສະໜາມຂະໜາດໃຫຍ່ ແຕ່ແນວໃດກໍຕາມ ຍັງບໍ່ທັນມີລາຍງານເທື່ອ.
ໃນງານລ້ຽງຮັບຮອງເພື່ອລະນຶກເຖິງວັນດັງກ່າວໃນວັນອັງຄານວານນີ້ ທ່ານກິມ ຈົງ ອຶນ ໄດ້ກ່າວຊົມເຊີຍກອງທັບຂອງປະເທດຕາມປະເພນີທີ່ເຄີຍປະຕິບັດກັນມາ ທັງໆທີ່ບາງຄັ້ງຄາວໄດ້ປະສົບກັບຄວາມຫຍຸ້ງຍາກໃນຫຼາຍທົດສະວັດທີ່ຜ່ານມາ ແຕ່ກໍໄດ້ບັນລຸ “ອຳນາດທີ່ຍິ່ງໃຫຍ່ແບບເດັດຂາດ” ໃນອັນທີ່ປາກົດວ່າໝາຍເຖິງຄວາມສາມາດທາງດ້ານນິວເຄລຍຂອງເກົາຫຼີເໜືອນັ້ນ.
ນອກນັ້ນ ທ່ານກິມ ຍັງໄດ້ກ່າວຊົມເຊີຍກອງທັບປະຊາຊົນເກົາຫຼີ ວ່າ “ມີຄວາມເຂັ້ມແຂງທີ່ສຸດໃນໂລກ” ອີງຕາມລາຍງານຂອງໂຣດົງ ຊິນມຸນ ທີ່ເວົ້າວ່າ “ໄດ້ສ່ອງແສງໃຫ້ເຫັນຄວາມຮັບຜິດຊອບພິເສດ ແລະມີຄວາມມຸ່ງໝັ້ນເກີນກວ່າທີ່ມະນຸດຈະທັບມ້າງໄດ້.”
ທ່ານໄດ້ກ່າວຍົກຍ້ອງພວກທະຫານວ່າໄດ້ສະແດງໃຫ້ເຫັນເຖິງກຽດສັກສີຂອງປະຊາຊົນຊາວເກົາຫຼີເໜືອ ທີ່ປົກປ້ອງຊຸມມື້ທີ່ສົດໃສໃນໂອກາດຕໍ່ໜ້າຂະນະທີ່
ທ່ານຮຽກຮ້ອງໃຫ້ “ເພີ້ມຄວາມພະຍາຍາມຂຶ້ນເປັນສອງເທົ່າ” ໃນການພັດທະນາກອງແລະສ້າງສາສັງຄົມນິຍົມ.
ບໍ່ມີຄວາມເຫັນໃດໆກ່າວເຖິງສະຫະລັດ ຍີ່ປຸ່ນ ຫຼືເກົາຫຼີໃຕ້ ໃນລະຫວ່າງງານລ້ຽງຢ່າງເປັນທາງການເນື່ອງໃນໂອກາດວັນຄົບຮອບນີ້.
ຮູບພາບຕ່າງໆທີ່ນຳອອກເຜີຍແຜ່ໂດຍສື່ມວນຊົນຂອງທາງການສະແດງໃຫ້ເຫັນລູກສາວຂອງທ່ານກິມ ຫ້ອມລ້ອມດ້ວຍພວກທະຫານພ້ອມບິດາຂອງທ່ານນາງ. ນາງຈູ-ແອ ເຊື່ອກັນວ່າ ເປັນລູກສາວຄົນທີສອງ ຂອງທັງໝົດ 3 ຄົນລະຫວ່າງທ່ານກິມ ແລະພັນລະຍາ ທ່ານນາງ ນີ ໂຊລ ຈູ (Ri Sol Ju) ຊຶ່ງໄດ້ກ່າວເຖິງໂດຍສື່ມວນຊົນຂອງທາງການ ບໍ່ແມ່ນໂດຍຊື່ ແຕ່ໃນຖານະ “ຜູ້ສືບທອດທີ່ໜ້ານັບຖື.”ໍ