ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ສິ້ນສຸດ ການຢ້ຽມຢາມ ຈີນ ເປັນເວລາ 2 ວັນ


ພວກຄົນຂີ່ລົດຖີບຜ່ານ ໂທລະພາບໃຫຍ່ ທີ່ມີການຖ່າຍທອດ ພາບຂອງ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ້ນຜິງ ຈັບມືກັນ ໃນລະຫວ່າງ ພິທີຕ້ອນຮັບ ຢູ່ທີ່ຫໍສາລາ ປະຊາຊົນ ໃນນະຄອນຫຼວງ ປັກກິ່ງ, ວັນທີ 19 ມິຖຸນາ 2018.
ພວກຄົນຂີ່ລົດຖີບຜ່ານ ໂທລະພາບໃຫຍ່ ທີ່ມີການຖ່າຍທອດ ພາບຂອງ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ້ນຜິງ ຈັບມືກັນ ໃນລະຫວ່າງ ພິທີຕ້ອນຮັບ ຢູ່ທີ່ຫໍສາລາ ປະຊາຊົນ ໃນນະຄອນຫຼວງ ປັກກິ່ງ, ວັນທີ 19 ມິຖຸນາ 2018.

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຈະກັບຄືນໄປ ພຽງຢາງ ໃນວັນພຸດມື້ນີ້ ຫຼັງຈາກໄດ້
ຢ້ຽມຢາມ ຈີນ ທີ່ເປັນພັນທະມິດສຳຄັນສຸດ ທາງດ້ານເສດຖະກິດ ແລະດ້ານການທູດ
ຂອງລະບອບການປົກຄອງທີ່ທຸກຍາກນີ້ ເປັນເວລາສອງວັນ ແລ້ວ.

ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ ຫຼື KCNA ໄດ້ກ່າວວ່າ ທ່ານກິມ ໄດ້
ຂອບອົກຂອບໃຈ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ສຳລັບການສະໜັບສະໜູນ
ກອງປະຊຸມສຸດຍອດ ຄັ້ງປະຫວັດສາດ ຂອງທ່ານກິມ ກັບ ປະທານາທິບໍດີ ສະຫະລັດ
ທ່ານດໍໂນລ ທຣຳ ຢູ່ສິງກະໂປ ເມື່ອສັບປະດາແລ້ວນີ້. ທ່ານກິມ ຍັງໄດ້ກ່າວອີກວ່າ
ພຽງຢາງ ແລະປັກກິ່ງ ໄດ້ກ້າວເຂົ້າສູ່ຍຸກໃໝ່ ຂອງການຮ່ວມມືສອງຝ່າຍ ແລະ
ມິດຕະພາບ.

ປະທານປະເທດ ສີ ໄດ້ສະແດງຄວາມຍິນດີຕໍ່ ຜູ້ນຳເກົາຫຼີ ທີ່ໜຸ່ມນ້ອຍຂອງເກົາຫຼີເໜືອ
ເມື່ອວັນອັງຄານວານນີ້ ໃນລະຫວ່າງ ງານລ້ຽງຕ້ອນຮັບຢູ່ທີ່ ຫໍສາລາປະຊາຊົນ ໃນ
ນະຄອນຫຼວງປັກກິ່ງ. ມີການອ້າງຄຳເວົ້າຂອງທ່ານສີ ທີ່ກ່າວວ່າ ກອງປະຊຸມສຸດຍອດ
ໄດ້ເປັນຂີດໝາຍ “ບາດກ້າວທີ່ສຳຄັນ ໄປສູ່ການແກ້ໄຂທາງດ້ານການເມືອງ ຕໍ່ບັນ
ຫາ ນິວເຄລຍ ຢູ່ແຫລມເກົາຫຼີ”
ແລະຫວັງວ່າ ເກົາຫຼີເໜືອ ແລະ ສະຫະລັດ ຈະສາມາດ
“ຈັດຕັ້ງປະຕິບັດ ຜົນທີ່ໄດ້ບັນລຸກັນ ຢູ່ທີ່ກອງປະ ຊຸມສຸດຍອດ ເປັນຢ່າງດີ.”

ທ່ານກິມ ແລະປະທານາທິບໍດີ ດໍໂນລ ທຣຳ ໄດ້ຕົກລົງທີ່ຈະເຮັດວຽກຮ່ວມກັນ ໄປສູ່
ການປົດອາວຸດນິວເຄລຍ ຢ່າງຄົບຖ້ວນ ຈາກແຫຼມເກົາຫຼີ ໃນການແລກປ່ຽນກັບຂໍ້ຕົກ
ລົງດ້ານຄວາມໝັ້ນຄົງ ຂອງສະຫະລັດ ແລະການຍົກເລີກການຊ້ອມລົບຮ່ວມ ທາງ
ທະຫານ ລະຫວ່າງ ສະຫະລັດ ແລະເກົາຫຼີໃຕ້ ທີ່ໄດ້ເຮັດໃຫ້ພຽງຢາງ ບໍ່ພໍອົກພໍໃຈນັ້ນ.

ກອງປະຊຸມສຸດຍອດ ລະຫວ່າງຜູ້ນຳເກົາຫຼີເໜືອ ແລະປະທານາທິບໍດີສະຫະລັດ ເມື່ອ
ສັບປະດາແລ້ວນີ້ ແມ່ນເປັນການພົບປະຄັ້ງທຳອິດ ໃນທຳນອງນີ້.

ການເດີນທາງຢ້ຽມຢາມຈີນ ຂອງທ່ານກິມ ຈົງ ອຶນ ໃນຄັ້ງນີ້ ແມ່ນເປັນຄັ້ງທີສາມຂອງ
ປີນີ້. ບໍ່ໄດ້ມີການປະກາດຢ່າງເປັນທາງການ ເຖິງລາຍການປະຊຸມ ຂອງທ່ານກິມ ເລີຍ
ແຕ່ຢ່າງໃດ ສຳລັບການກຳນົດວັນເວລາ ກ່ອນທີ່ທ່ານຈະອອກເດີນທາງ ໃນວັນພຸດມື້ນີ້.

China NoKor Diplomacy
please wait
Embed

No media source currently available

0:00 0:01:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG