ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ສັ່ງໃຫ້ໂຈະ 'ປະຕິບັດການ ທາງທະຫານ' ຕໍ່ເກົາຫຼີໃຕ້


ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອຶນ ແລະນ້ອງສາວຂອງເພິ່ນ ທ່ານນາງ ກິມ ໂຢ ຈອງ ເຂົ້າຮ່ວມກອງປະຊຸມ ກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ຢູ່ທີ່ບ້ານສັນຕິພາບ ຫຼື Peace House ໃນບ້ານສະຫງົບເສິກ ປານມຸນຈອມ, ວັນທີ 27 ເມສາ 2018.
ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອຶນ ແລະນ້ອງສາວຂອງເພິ່ນ ທ່ານນາງ ກິມ ໂຢ ຈອງ ເຂົ້າຮ່ວມກອງປະຊຸມ ກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ຢູ່ທີ່ບ້ານສັນຕິພາບ ຫຼື Peace House ໃນບ້ານສະຫງົບເສິກ ປານມຸນຈອມ, ວັນທີ 27 ເມສາ 2018.

ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອຶນ ໄດ້ໂຈະປະຕິບັດການທາງທະຫານທີ່ບໍ່ໄດ້ລະບຸວ່າແມ່ນຫຍັງ ຕໍ່ເກົາຫລີໃຕ້ ອີງຕາມສື່ມວນຊົນຂອງທາງການເກົາຫລີເໜືອ ທີ່ໄດ້ລາຍງານ ໃນວັນພຸດມື້ນີ້ ຊຶ່ງປາກົດວ່າ ເປັນການຫລຸດຜ່ອນຄວາມເຄັ່ງຕຶງຫລັງຈາກທີ່ພຽງຢາງໄດ້ຂົ່ມຂູ່ ມາຫຼາຍອາທິດແລ້ວ.

ຢູ່ທີ່ກອງປະຊຸມໃນເບື້ອງຕົ້ນຂອງຄະນະກຳມາທິການດ້ານການທະຫານຂອງສູນກາງພັກ ທີ່ປົກຄອງປະເທດ ໃນປັດຈຸບັນນັ້ນ ທ່ານກິມ “ໄດ້ຊັ່ງຊາເບິ່ງສະພາບການທີ່ພົ້ນເດັ່ນ ແລະໄດ້ໂຈະແຜນປະຕິບັດການທາງທະຫານຕໍ່ເກົາຫຼີໃຕ້” ອີງຕາມອົງການສູນກາງຂ່າວຂອງເກົາຫຼີເໜືອ ຫຼື KCNA.

ຍັງບໍ່ເປັນທີ່ຈະແຈ້ງວ່າ ເປັນບາດກ້າວຫຍັງກັນແທ້ ທີ່ທ່ານກິມ ໄດ້ຍົກເລີກໄປ ແລະອັນນັ້ນ ໝາຍຄວາມວ່າ ເກົາຫລີເໜືອ ບັດນີ້ຈະຍຸຕິແຜນການເກາະຜິດຕໍ່ເກົາຫລີໃຕ້ ທີ່ທະວີຂຶ້ນນັບມື້ນັ້ນ ຫຼືບໍ່.

ການເຄື່ອນໄຫວດັ່ງກ່າວ ໄດ້ເຮັດໃຫ້ຫຼາຍໆຄົນໃນໂຊລ ແປກໃຈ ບ່ອນທີ່ບັນດາເຈົ້າໜ້າທີ່ ໄດ້ກຽມພ້ອມໄວ້ແລ້ວ ສຳລັບສິ່ງທີ່ອາດເປັນໄປໄດ້ວ່າ ສາຍສຳພັນທີ່ຕົກຕ່ຳລົງນັ້ນ.

ໂຄສົກປະຈຳກະຊວງສ້າງຄວາມປອງດອງຊາດຂອງເກົາຫລີໃຕ້ ຊຶ່ງຮັບຜິດຊອບເລື້ອງສາຍສຳພັນກັບພຽງຢາງ ໄດ້ກ່າວວ່າ ໂຊລໄດ້ຕິດຕາມເບິ່ງສະຖານະການ ແລະຈະສືບຕໍ່ປະຕິບັດຕາມ ຂໍ້ຕົກລົງລະຫວ່າງສອງເກົາຫລີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG