ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ​ໃນ​ມາ​ເລ​ເຊຍ ຈັບ​ກຸມ ບຸກຄົນ​ທີ 3 ​ທີ່​ພົວພັນຕໍ່ການສັງຫານ​ ທ່ານ Kim Jong Nam


NorKor Malaysia Assassination
please wait

No media source currently available

0:00 0:02:40 0:00

ຕຳຫຼວດ​ໃນ​ມາ​ເລ​ເຊຍ ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ ບຸກຄົນ​ທີ
3 ​ໃນ​ການ​ພົວພັນ ຕໍ່​ການ​ເສຍ​ຊີວິດ​ທີ່​ເບິ່ງ​ຄື​ວ່າ ​ເປັນ​ການ​ລອບ​ສັງຫານ​ຂອງຜູ້ເປັນອ້າຍ
ຕ່າງມານ​ດາຂອງຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un.

​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ການ​ຈັບ​ກຸມ​ທີ່​ວ່າ​ນີ້ ​ແມ່ນ​ຮວມທັງ ​ແມ່ຍິງ ​ໄວ 25 ປີ ທີ່​ລະບຸ​ວ່າແມ່ນ
ນາງ Siti Aishah ຜູ້​ຂຶ່ງຖື​ໜັງສື​ເດີນທາງ​ອິນ​ໂດ​ເນ​ເຊຍ ​ແລະ “ຢືນ​ຢັນ​ວ່າ ​ແມ່ນ​ຕົວ​ຈິງ”
ຈາກ​ກ້ອງຖ່າຍ​ວິ​ດີ​ໂອ​ວົງ​ຈອນປິດ ​ໃນ​ສະໜາມ​ບິນ. ຕຳຫຼວດ​ຍັງ​ໄດ້​ກັກ​ຂັງ ຊາຍ​ຜູ້​ນຶ່ງ ທີ່​
ໃຫ້​ຂໍ້​ມູນ​ໃນ​ການ​ນຳ​ໄປ​ສູ່​ການ​ຈັບ​ກຸມ​ຂອງ​ແມ່ຍິງ​ທີ່​ກ່າວ​ນັ້ນ.

ພາບ​ໃນ​ໂທລະພາບ ສະ​ແດງ​ອອກ​ຜູ້ນຳ ທ່ານ Kim Jong Un ​ແລະ​ອ້າຍ​ຄື Kim Jong Nam, ຊ້າຍ, ​ໃນ​ສະຖານີ​ລົດ​ໄຟ ​ໃນ​ໂຊ​ລ, ​ເກົາຫຼີ​ໃຕ້, 14 ກຸມພາ, 2017
ພາບ​ໃນ​ໂທລະພາບ ສະ​ແດງ​ອອກ​ຜູ້ນຳ ທ່ານ Kim Jong Un ​ແລະ​ອ້າຍ​ຄື Kim Jong Nam, ຊ້າຍ, ​ໃນ​ສະຖານີ​ລົດ​ໄຟ ​ໃນ​ໂຊ​ລ, ​ເກົາຫຼີ​ໃຕ້, 14 ກຸມພາ, 2017


ໃນ​ວັນ​ພຸດ​ວານ​ນີ້ ຕຳຫຼວດ​ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າຍັງ​ໄດ້​ກັກ​ຂັງ ​ແມ່ຍິງ​ອີກ​ຄົນ​ນຶ່ງ ​ທີ່​ສະໜາມ​ບິນນາໆ​ຊາດ Kuala Lumpur ​ນະຄອນ​ຫຼວງ​ຂອງ​ມາ​ເລ​ເຊຍ.

ລາຍ​ງານ​ຂອງ​ຕຳຫຼວດ​ ຢືນຢັນ​ວ່າ ຜູ້ຍິງ​ຄົນ​ນີ້ ​ແມ່ນ​ນາງ Duan Thi Huong ທີ່​ມີ​ໜັງສື​
ເດີນທາງ​ຫວຽດນາມ ​ແລະ​ໄດ້​ກ່າວ​ວ່າ ​ໄດ້​ມີ​ການ​ຮັບຮອງ​ແທ້ໆ​ວ່າ​ລາວ​ແມ່ນ​ບຸກຄົນ​ທີ່​ກ່າວ​ມາ​ນັ້ນ.

​ເຈ​ຢົ້າໜ້າ​ທີ່​ເກົາຫຼີ​ເໜືອ ກຳລັງ​ອອກ​ຈາກໂຮງ​ເຢັນທີ່​ໂຮງພະຍາບານ ​ໃນ​ນະຄອນ Kuala Lumpur ບ່ອນ​ທີ່​ສົບ​ຂອງທ່ານ Kim Jong Nam ​ເກັບ​ໄວ້ ທີ່ ມາ​ເລ​ເຊຍ, 15 ກຸມພາ, 2017.
​ເຈ​ຢົ້າໜ້າ​ທີ່​ເກົາຫຼີ​ເໜືອ ກຳລັງ​ອອກ​ຈາກໂຮງ​ເຢັນທີ່​ໂຮງພະຍາບານ ​ໃນ​ນະຄອນ Kuala Lumpur ບ່ອນ​ທີ່​ສົບ​ຂອງທ່ານ Kim Jong Nam ​ເກັບ​ໄວ້ ທີ່ ມາ​ເລ​ເຊຍ, 15 ກຸມພາ, 2017.


ໃນວັນພຸດ​ວານ​ນີ້ ເກົາຫຼີ​ໃຕ້ ໄດ້​ຢືນຢັນ​ວ່າ ​ຜູ້​ເຄາະ​ຮ້າຍແມ່ນອ້າຍຕ່າງມານດາຂອງ
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ຄື​ທ່ານ Kim Jong Nam ຜູ້​ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​
ໄດ້​ຢູ່​ໃນລຳດັບ​ຂອງ​ການ​ເປັນ​ຜູ້ນຳ​ຄົນ​ຕໍ່​ໄປ​ຂອງ​ເກົາຫຼີ​ເໜືອ ​ແຕ່​ວ່າຖືກ​ຄັດ​ເລືອກ​ອອກ
​ໃນ​ເວລາ​ຕໍ່​ມາ​ຍ້ອນ ການ​ຮັກ​ຫຼັງ​ຊັງ​ບ່ຽງ ຈາກ​ບໍ່​ຂອງ​ພວກທ່ານ ກໍ​ຄື ທ່ານ Kim Jong Il
ຫຼັງຈາກ ​ທີ່​ທ່ານ ​ໄດ້​ພະຍາຍາມ​ເຂົ້າ​ໄປ​ໃນ​ຍີ່ປຸ່ນ ດ້ວຍ​ໜັງສື​ເດີນທາງ​ປອມ ເພື່ອໄປທ່ຽວ
ຊົມສວນສະນຸກ Disneyland ຢູ່ທີ່ໂຕກຽວ ໃນປີ 2001.

“ມັນປາກົດວ່າ ເປັນທີ່ໝັ້ນໃຈ ວ່າ ບຸກຄົນ ຜູ້ທີ່ຖືກຂ້າຕາຍ ນັ້ນ ແມ່ນ ທ່ານ Kim Jong
Nam ​ແທ້,”
ຊຶ່ງ​ນັ້ນ​ແມ່ນ​ຄຳ​ບອກ​ກ່າວ​ຂອງໂຄສົກຂອງກະຊວງທ້ອນ​ໂຮມຊາດຂອງ
ເກົາຫຼີໃຕ້ ທ່ານ Jeong Joon-hee.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພວກ​ຜູ້​ໂດຍສານ​ພາກັນ​ຂຸ້ນຂ້ຽວ ​ເຂົ້າ​ແຖວ​ເພື່ອ​ການ​ກວດ​ຄົ້ນ​ດ້ານ​ຄວາມ​ປອດ​ໄພ ທີ່​ສະໜາມ​ບິນ​ນາໆ​ຊາດ ທີ 2 ​ໃນ Kuala Lumpur ທີ່ Sepang, ມາ​ເລ​ເຊຍ, 14 ກຸມພາ, 2017.
ພວກ​ຜູ້​ໂດຍສານ​ພາກັນ​ຂຸ້ນຂ້ຽວ ​ເຂົ້າ​ແຖວ​ເພື່ອ​ການ​ກວດ​ຄົ້ນ​ດ້ານ​ຄວາມ​ປອດ​ໄພ ທີ່​ສະໜາມ​ບິນ​ນາໆ​ຊາດ ທີ 2 ​ໃນ Kuala Lumpur ທີ່ Sepang, ມາ​ເລ​ເຊຍ, 14 ກຸມພາ, 2017.

XS
SM
MD
LG