ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ກິມ ສັ່ງໃຫ້ເອົາເຄື່ອງໄປຊ່ວຍເຫລືອແກ່ເມືອງ ທີ່ຖືກປິດໄວ້ ຍ້ອນຄວາມເປັນຫ່ວງຕໍ່ໂຣກລະບາດ ໂຄວິດ-19


ພາບຂອງເມືອງ Kaesong ທີ່ຖ່າຍຈາກຍ່ານອຸດສາຫະກໍຂອງສອງເກົາຫລີ ທີ່ຢູ່ກົງກັນຂ້າມກັບເຂດປອດທະຫານ ຫລື DMZ ທີ່ແບ່ງປັນເຂດແດນກັນລະຫວ່າງເກົາຫລີເໜືອ ກັບເກົາຫລີໃຕ້ນັ້ນ
ພາບຂອງເມືອງ Kaesong ທີ່ຖ່າຍຈາກຍ່ານອຸດສາຫະກໍຂອງສອງເກົາຫລີ ທີ່ຢູ່ກົງກັນຂ້າມກັບເຂດປອດທະຫານ ຫລື DMZ ທີ່ແບ່ງປັນເຂດແດນກັນລະຫວ່າງເກົາຫລີເໜືອ ກັບເກົາຫລີໃຕ້ນັ້ນ

ຜູ້ນໍາເກົາຫລີເໜືອ, ທ່ານກິມ ຈົງອຶນ ໄດ້ສັ່ງໃຫ້ບັນດາອົງການລັດຖະບານ ຂອງ ທ່ານປະຕິບັດງານໃນທັນທີທັນໃດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ ຜູ້ຄົນທີ່ອາໄສຢູ່ໃນເມືອງທີ່ຖືກປິດໄວຍ້ອນຄວາມເປັນຫ່ວງກ່ຽວກັບໄວຣັສໂຄໂຣນານັ້ນ ມີຄວາມໝັ້ນຄົງ, ອີງຕາມລາຍງານຂອງຂ່າວສານໃນວັນພະຫັດມື້ນີ້.

ເກົາຫລີເໜືອໄດ້ປະກາດພາວະສຸກເສີນ ແລະໄດ້ປິດເມືອງແຄຊອງ ທີ່ຢູ່ໃກ້ກັບຊາຍແດນລະຫວ່ງສອງປະເທດເກົາຫລີໄວ້ ໃນທ້າຍເດືອນກໍລະກົດຜ່ານມາ ພາຍ ຫລັງທີ່ໄດ້ພົບກໍລະນີນຶ່ງທີ່ສົງໄວວ່າອາດມີໄວຣັສດັ່ງກ່າວຢູ່ທີ່ນັ້ນ. ຍັງບໍ່ທັນມີການ ຢືນຢັນເທື່ອວ່າຄົນຜູ້ນັ້ນມີຜົນກວດໄວຣັສເປັນບວກຫລືບໍ່ ແລະຍັງເວົ້າວ່າປະເທດ ດັ່ງກ່າວບໍ່ມີກໍລະນີຄົນເປັນພະຍາດໂຄວິດ-19 ຈັກລາຍເລີຍ ຊຶ່ງເປັນການກ່າວ ອ້າງທີ່ພວກຄົນພາຍນອກຕັ້ງຄໍາຖາມຢູ່.

ທ່ານກິມ ໄດ້ເປັນປະທານກອງປະຊຸມສະພານະໂຍບາຍບໍລິຫານຂອງພັກກໍາມະ ກອນທີ່ປົກຄອງປະເທດນັ້ນ ໃນວັນພຸດວານນີ້ ຊຶ່ງໃນນັ້ນພວກເຂົາເຈົ້າໄດ້ ສົນທະ ນາຫາລືກັນ ກ່ຽວກັບການສະໜອງອາຫານ ແລະເງິນງົບປະມານພິເສດໃຫ້ແກ່ ເມືອງແຄຊອງ, ອີງຕາມລາຍງານຂອງອົງການຂ່າວສູນກາງເກົາຫລີ. ລາຍງານ ດັ່ງກ່າວບໍ່ໄດ້ເວົ້າເຖິງມາດຕະການເຈາະຈົງໃດໆທີ່ຈະໄດ້ດໍາເນີນໄປ.

ເກົາຫລີເໜືອເວົ້າວ່າ ຄົນປ່ວຍທີ່ສົງໄສວ່າມີໄວຣັສນັ້ນ ເປັນຄົນທີ່ໂຕນໜີ ທີ່ ຫລົບໄປຢູ່ໃນເກົາຫລີໃຕ້ໃນ 3 ປີກ່ອນ ກ່ອນຈະລັກກັບເຂົ້າມາໃນເມືອງ ແຄ ຊອງອີກໃນເດືອນແລ້ວນີ້. ນັກຊ່ຽວຊານບາງຄົນຄາດເດົາວ່າເກົາຫລີເໜືອ ກໍາລັງແນໃສ່ເຮັດໃຫ້ເກົາຫລີໃຕ້ຮັບຜິດຊອບຕໍ່ການແຜ່ຜາຍຂອງໄວຣັສ ທີ່ອາດມີຂຶ້ນຢູ່ໃນເກົາຫລີເໜືອ ຫລືອາດຈະພະຍາຍາມເອົາໜ້າຕົນເອງໄວ້ ກ່ອນ ຈະໄດ້ຮັບເຄື່ອງຊ່ວຍເຫລືອຈາກເກົາຫລີໃຕ້.

ໂດຍພັນລະນາວ່າ ການດໍາເນີນຄວາມພະຍາຍາມຕ້ານໄວຣັສ ເປັນ “ບັນຫາ ຄວາມຢູ່ຍັ້ງຍືນຂອງຊາດ” ນັ້ນ ເກົາຫລີເໜືອໄດ້ປິດການສັນຈອນ ໄປມາຂ້າມ ຊາຍແດນໄວ້ ຢູ່ເກືອບໝົດທຸກແຫ່ງໃນຕົ້ນປີນີ້, ຫ້າມບໍ່ໃຫ້ມີນັກທ່ອງທ່ຽວ ຕ່າງ ປະເທດເຂົ້າໄປ ແລະລະດົມພະນັກງານແພດໃຫ້ກັກກັນຜູ້ໃດກໍຕາມທີ່ມີອາການ. ແຕ່ວ່າການປິດເມືອງແຄຊອງໄວ້ ແມ່ນເປັນມາດຕະການທໍາອິດທີ່ຮູ້ວ່າ ໄດ້ປະ ຕິບັດມາຢູ່ໃນເມືອງນຶ່ງຂອງເກົາຫລີເໜືອເພື່ອສະກັດກັ້ນໂຣກລະບາດ ດັ່ງກ່າວ ໄວ້.

ພວກນັກຊ່ຽວຊານຕ່າງປະເທດທັງຫລາຍເວົ້າວ່າ ການລະບາດຂອງໄວຣັສ ໂຄໂຣນາໃນ ເກົາຫລີເໜືອອາດສາມາດເຮັດໃຫ້ມີຜົນຕາມມາທີ່ຮ້າຍແຮງກໍ ເປັນໄດ້ຍ້ອນໂຄງລ່າງດ້ານສາທາລະນະສຸກທີ່ອ່ອນແອ ແລະການຂາດອຸປະ ກອນການແພດຂອງປະເທດດັ່ງກ່າວທີ່ມີມາແຕ່ດົນນານແລ້ວນັ້ນ. ພວກ ເພິ່ນຍັງພາກັນບໍ່ເຊື່ອຕໍ່ຄໍາ ກ່າວອ້າງຂອງເກົາຫລີເໜືອອີກທີ່ເວົ້າວ່າ ບໍ່ມີ ການຕິດພະຍາດນັ້ນ ເພາະວ່າປະເທດດັ່ງກ່າວມີຊາຍແດນອັນຍາວຢຽດ ແລະ ໄປມາຫາສູ່ກັນໄດ້ກັບຈີນທີ່ເປັນປະເທດຄູ່ຄ້າລາຍໃຫຍ່ທີ່ສຸດຂອງຕົນ ທີ່ມີການ ລະບາດຢ່າງໜັກປາກົດຂຶ້ນມາໃນປີກາຍນີ້ນັ້ນ.

ອ່່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG