ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

13 ຄົນ​ເສຍ​ຊີ​ວິດ, ແລະ ຄົນ​ອື່ນ​ໆ​ບາດ​ເຈັບ ໃນ​ເຫດ​ໄຟ​ໄໝ້​ໄນ້​ຄ​ລັບ ຢູ່​ປະ​ເທດ ສ​ເປນ


ພາບ​ທີ່​ສະ​ໜອງ​ໃຫ້​ໂດຍ Bomberos/ Ayuntamiento de Murcia, ສະ​ແດງ​ໃຫ້​ເຫັນ​ນັກ​ດັບ​ເພີງ​ເຮັດ​ວຽກ​ຢູ່ນອກ​ໄນ້​ຄ​ລັບ​ແຫ່ງ​ນຶ່ງ​ທີ່​ກຳ​ລັງ​ຖືກ​ໄຟ​ໄໝ້​ໃນ​ເມືອງ ເມີ​ເຊຍ, ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ ສ​ເປນ, 1 ຕຸ​ລາ 2023.
ພາບ​ທີ່​ສະ​ໜອງ​ໃຫ້​ໂດຍ Bomberos/ Ayuntamiento de Murcia, ສະ​ແດງ​ໃຫ້​ເຫັນ​ນັກ​ດັບ​ເພີງ​ເຮັດ​ວຽກ​ຢູ່ນອກ​ໄນ້​ຄ​ລັບ​ແຫ່ງ​ນຶ່ງ​ທີ່​ກຳ​ລັງ​ຖືກ​ໄຟ​ໄໝ້​ໃນ​ເມືອງ ເມີ​ເຊຍ, ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ ສ​ເປນ, 1 ຕຸ​ລາ 2023.

ເກີດ​ໄຟ​ໄໝ້​ໃນ​ສະ​ຖານ​ທີ່​ບັນ​ເທີງ​ກາງ​ຄືນ ຫຼື ໄນ້​ຄ​ລັບ ແຫ່ງ​ນຶ່ງ​ເມື່ອ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້​ຢູ່​ເມືອງ ເມີ​ເຊຍ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງປະ​ເທດ ສ​ເປນ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 13 ຄົນ ແລະ ຄົນ​ອື່ນໆ​ອີກ​ໄດ້​ຮັບ​ບາດ​ເຈັບ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່.

ມັນ​ບໍ່​ມີ​ຄວາມ​ຈະ​ແຈ້ງ​ໃນ​ທັນ​ທີ​ວ່າ​ແມ່ນ​ຫຍັງ​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ຢູ່​ໄນ້​ຄ​ລັບ Teatre ທີ່​ໄດ້​ລຸກ​ໄໝ້​ສະ​ຖານ​ທີ່​ແຫ່ງ​ນັ້ນ ແລະ ລາມ​ໄປ​ສູ່​ສະ​ຖານ​ບັນ​ເທີງ​ທີ່​ຢູ່​ຕິດ​ກັນ​ຢ່າງວ່ອງ​ໄວ. ວິ​ດີ​ໂອ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ໜ່ວຍ​ດັບ​ເພີງ​ຂອງ​ເມືອງ ເມີ​ເຊຍ ໄດ້​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ນັກ​ດັບ​ເພີ່ງພະ​ຍາ​ຍາມ​ທີ່​ຈະ​ຄວບ​ຄຸມ​ແປວ​ໄຟ​ຢູ່​ໃນ
​ໄນ້​ຄ​ລັບ​ນັ້ນ.

ທ່ານ ດີ​ເອ​ໂກ ເຊ​ຣາ​ລ໌, ໂຄ​ສົກ​ສຳ​ລັບ​ຕຳຫຼວດ​ແຫ່ງ​ຊາດ​ຂອງ ສ​ເປນ, ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ຽວ​ກັບ ຜູ້​ເສຍ​ຊີ​ວິດ​ທີ່​ຖືກ​ພົບ​ເຫັນ​ຢູ່​ໃນ​ໄນ້​ຄ​ລັບ ຟອນ​ດາ ມີ​ລາ​ໂກ​ຣ​ສ໌ (Fonda Milagros), ເຊິ່ງ​ແມ່ນ​ນຶ່ງ​ສະ​ຖານ​ບັນ​ເທີງ​ສາມ​ແຫ່ງ​ທີ່​ຢູ່​ຕິດ​ກັນ, ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ໄຟຫຼາຍ​ທີ່​ສຸດ, ລວມ​ທັງ​ການ​ພັງ​ລົງ​ຂອງຫຼັງ​ຄາ​ຂອງ​ມັນ.

ການ​ພັງ​ລົງ​ຂອງຫຼັງ​ຄາ​ໄດ້​ເຮັດ​ໃຫ້​ການ​ຊອກ​ຫາ​ຜູ້​ເຄາະ​ຮ້າຍ​ຍາກ​ຂຶ້ນ, ແລະ ມັນ​ຍາກ​ທີ່​ຈະ​ລະ​ບຸ​ວ່າ​ໄຟ​ໄດ້​ເລີ່ມ​ຂຶ້ນ​ຢູ່​ບ່ອນ​ໃດ​ແທ້, ທ່ານ​ໄດ້​ກ່າວ.

ໜ່ວຍ​ສຸກ​ເສີນ​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ນັກ​ກູ້​ໄພ​ທັງຫຼາຍ​ແມ່ນ​ຍັງ​ຄົ້ນ​ຫາ​ຄົນ​ທີ່ບໍ່​ຮູ້​ເຖິງ​ຊະ​ຕາ​ກຳ​ເທື່ອຫຼັ​ງ​ຈາກ​ໄຟ​ໄໝ້​ນັ້ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ອາ​ດ​ເພີ່ມ​ຂຶ້ນ. ສະ​ພາ​ຂອງ​ເມືອງ​ໄດ້​ປະ​ກາດ​ການ​ໄວ້​ອາ​ໄລ​ສາມ​ວັນ​ດ້ວຍ​ທຸງ​ຖືກຫຼຸດ​ລົງ​ເຄິ່ງ​ເສົາ​ຢູ່​ຕຶກ​ຂອງ​ລັດ​ຖະ​ບານ​ໃນ​ທົ່ວ​ພາກ​ພື້ນ​ເມີ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG