ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

17 ຄົນ ເສຍຊີວິດ ໃນການຢຽບກັນຕາຍ ຢູ່ ໄນທ໌ຄລັບ ທີ່ ເວເນຊູເອລາ


ນາງ ບາບາຣາ ບາຄາ, ຜູ້ລອດຊີວິດ ຈາກການຢຽບກັນຕາຍ ຢູ່ໄນທ໌ຄລັບ ທີ່ແອອັດ, ໄດ້ຮັບການຊ່ວຍເຫຼືອ ໂດຍພີ່ນ້ອງ ຂອງລາວ ໃນເວລາທີ່ເຂົາເຈົ້າ ເດີນທາງອອກຈາກ ສຳນັກງານໃຫຍ່ຕຳຫຼວດ ໃນນະຄອນຫຼວງກາຣາກາສ, ປະເທດ ເວເນຊູເອລາ. 16 ມິຖຸນາ, 2018.
ນາງ ບາບາຣາ ບາຄາ, ຜູ້ລອດຊີວິດ ຈາກການຢຽບກັນຕາຍ ຢູ່ໄນທ໌ຄລັບ ທີ່ແອອັດ, ໄດ້ຮັບການຊ່ວຍເຫຼືອ ໂດຍພີ່ນ້ອງ ຂອງລາວ ໃນເວລາທີ່ເຂົາເຈົ້າ ເດີນທາງອອກຈາກ ສຳນັກງານໃຫຍ່ຕຳຫຼວດ ໃນນະຄອນຫຼວງກາຣາກາສ, ປະເທດ ເວເນຊູເອລາ. 16 ມິຖຸນາ, 2018.

ປະຊາຊົນ 17 ຄົນ, ລວມທັງເຍົາວະຊົນ 8 ຄົນ, ໄດ້ເສຍຊີວິດໃນສະຖານທີ່ກິນດື່ມກາງ
ຄືນ ຫຼືໄນທ໌ຄລັບ ໃນນະຄອນຫຼວງ ຂອງປະເທດ ເວເນຊູເອລາ ເມື່ອວັນເສົາວານນີ້ ຫຼັງ
ຈາກລະເບີດແກັສນໍ້າຕາໄດ້ແຕກຂຶ້ນ ໃນລະຫວ່າງການຕີກັນ ແລະກໍ່ໃຫ້ເກີດການຢຽບ
ກັນຢ່າງຮ້າຍແຮງ ໃນຂະນະທີ່ຫຼາຍຮ້ອຍຄົນ ໄປຮ່ວມການສະຫຼອງຮັບໃບປະກາດ.

ລັດຖະມົນຕີກະຊວງພາຍໃນ ທ່ານ ເນັສເຕີ ເຣເວຮອລ ໄດ້ກ່າວວ່າ 5 ຄົນ ຍັງໄດ້ຮັບ
ບາດເຈັບໃນເຫດການດັ່ງກ່າວ ທີ່ຮ້ານບັນເທີງ ລອສ ໂຄຕໍຣອສ ຕັ້ງຢູ່ໃນເຂດຊຸມຊົນ
ຄົນຊັ້ນກາງຂອງເມືອງ ແອລ ປາເຣໂຊ.

ປະຊາຊົນ 8 ຄົນໄດ້ຖືກຄວບຄຸມຕົວ, ລວມທັງຊາວໜຸ່ມ 2 ຄົນທີ່ເຊື່ອວ່າ ເປັນຜູ້ຮັບຜິດ
ຊອບສຳລັບແຕກຂຶ້ນ ຂອງແກັສນໍ້າຕານັ້ນ.

ບັນດາເຈົ້າໜ້າທີ່ເວົ້າວ່າ ປະຊາຊົນ 500 ຄົນແມ່ນຢູ່ໃນຮ້ານກິນດື່ມນັ້ນ ໃນເວລາເກີດ
ການຕີກັນ.

ຜູ້ບໍລິຫານຮ້ານກິນດື່ມໄດ້ຖືກຈັບກຸມ ແລະ ຖືກຂໍ້ກ່າວຫາ ບໍ່ມີມາດຕະການປ້ອງກັນ
ໃນການນຳເອົາອາວຸດ ແລະລູກປືນ ເຂົ້າໄປໃນສະຖານທີ່ສາທາລະນະ.

ນາງ ໂຢອານາ ອາປັອນເຕ ໄດ້ກ່າວຕໍ່ອົງການ AP ວ່າ ພີ່ນ້ອງຂອງລາວທີ່ມີອາຍຸ 16
ປີໄດ້ຮັບບາດເຈັບຢູ່ກະໂຫຼກຫົວ ໃນເວລາທີ່ລາວໄດ້ພະຍາຍາມ ຈະໜີອອກມາ.

ນາງໄດ້ເວົ້າວ່າ “ລາວໄດ້ລົ້ມລົງກັບພື້ນ ແລະພວກເດັກນ້ອຍທັງໝົດໄດ້ຢຽບເອົາລາວ.”

ນະຄອນຫຼວງກາຣາກາສ ແມ່ນນຶ່ງໃນຫຼາຍນະຄອນຫຼວງຂອງໂລກ ທີ່ມີຄວາມຮຸນແຮງ
ຫຼາຍທີ່ສຸດ ແລະ ປະເທດດັ່ງກ່າວກໍໄດ້ຕົກຢູ່ໃນວິກິດການ ທາງເສດຖະກິດ ເຊິ່ງໄດ້ບັງ
ຄັບໃຫ້ປະຊາຊົນຫຼາຍຮ້ອຍພັນຄົນ ໜີອອກຈາກປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG