ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນ​ເສຍ​ຊີ​ວິດ ໃນ​ການ​ປະ​ທະ​ກັນຢູ່ ປາ​ກິ​ສ​ຖານ


ທະ​ຫານ​ບົກ ປາ​ກິ​ສ​ຖານ ຢືນ​ຍາມ​ຢູ່​ດ່ານກວດ​ກາ​ໃນ​ເມືອງ ວາ​ຊີ​ຣິ​ສ​ຖານ​ເໜືອ, ໃກ້​ກັບ​ເຂດ​ຊາຍ​ແດນ ປາ​ກິ​ສ​ຖານ ແລະ ອັ​ຟ​ກາ​ນິ​ສ​ຖານ. 27 ມັງ​ກອນ, 2019.
ທະ​ຫານ​ບົກ ປາ​ກິ​ສ​ຖານ ຢືນ​ຍາມ​ຢູ່​ດ່ານກວດ​ກາ​ໃນ​ເມືອງ ວາ​ຊີ​ຣິ​ສ​ຖານ​ເໜືອ, ໃກ້​ກັບ​ເຂດ​ຊາຍ​ແດນ ປາ​ກິ​ສ​ຖານ ແລະ ອັ​ຟ​ກາ​ນິ​ສ​ຖານ. 27 ມັງ​ກອນ, 2019.

ຢ່າງ​ໜ້ອຍ​ສາມ​ຄົນ​ໄດ້​ເສຍ​ຊີ​ວິດ ແລະ ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ຕອນ​ເຊົ້າ​ວັນ
ອາທິດວານນີ້ ເມື່ອກອງກຳລັງຮັກສາຄວາມປອດໄພຂອງ ປາກິສຖານ ກັບພວກປະ
ທ້ວງໄດ້ຕໍ່ສູ້ກັນ ຢູ່ດ່ານກວດກາຄວາມປອດໄພໃນເມືອງ ວາຊີຣິສ ຖານເໜືອ.

ກອ​ງ​ທັບ​ໄດ້​ຖິ້ມ​ໂທດ ກ່ຽວ​ກັບ ເຫດ​ການ​ໃນ​ເມືອງ ວາ​ຊີ​ຣິ​ສ​ຖານ​ເໜືອ, ເຊິ່ງ​ຕັ້ງ​ຢູ່​ໃກ້​ກັບ​
ເຂດຊາຍແດນຂອງ ອັຟການິສຖານນັ້ນ, ໃສ່ພວກຜູ້ນຳຂອງກຸ່ມເຄື່ອນໄຫວ ປາສຕຸນ
ຕາຮັຟຟຸສ ຫຼື PTM, ເຊິ່ງແມ່ນກຸ່ມເຄື່ອນໄຫວປີກຂວາໃນທ້ອງຖິ່ນ. ລັດຖະບານໃນປັດ
ຈຸບັນຂອງປະເທດ ໄດ້ສະໜັບສະໜູນກອງທັບ, ໃນຂະນະ ທີ່ພັກຝ່າຍຄ້ານທີ່ໃຫຍ່ທີ່
ສຸດຫຼາຍພັກ ເບິ່ງຄືວ່າຈະສະໜັບສະໜູນກຸ່ມ PTM ຫຼັງຈາກເຫດການດັ່ງກ່າວ.

ຜູ້​ນຳ​ກຸ່ມ PTM ທ່ານ ອາ​ລີ ວາ​ເຊຍ ແລະ ທ່ານ ໂມ​ຊິນ ດາ​ວາ, ຜູ້​ທີ່​ເປັນ​ຕົວ​ແທນ​ໃຫ້​
ພາກພື້ນດັ່ງກ່າວໃນສະພາແຫ່ງຊາດຂອງ ປາກິສຖານ ນັ້ນ, ແມ່ນໄດ້ເຂົ້າຮ່ວມໃນການ
ປະທ້ວງ. ຫລັງຈາກເຫດການດັ່ງກ່າວ, ທ່ານ ວາເຊຍ ແລະ ສະມາຊິກກຸ່ມ PTM ຫຼາຍ
ຄົນໄດ້ຖືກຈັບກຸມ, ໃນຂະນະທີ່ທ່ານ ດາວາ ໄດ້ໜີໄປຫຼົບລີ້.

ທ່ານ ດາ​ລາ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ ດີ​ວາ ວ່າ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​
ໄດ້ພະຍາຍາມທີ່ຈະກີດກັ້ນເຂົາເຈົ້າ ຈາກການໄປປະທ້ວງຕໍ່ສິ່ງທີ່ຖືກກ່າວວ່າ ເປັນ
ການລະເມີດໂດຍກອງທັບ ໃນລະຫວ່າງການປະຕິບັດການກວດຄົ້ນ ໃນພາກພື້ນດັ່ງ
ກ່າວນຶ່ງວັນກ່ອນໜ້ານັ້ນ.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຂົາ​ໄດ້​ຕີ​ແມ່​ຍິງ ແລະ ຈັບ​ເອົາ​ບາງ​ຄົນ​ໄປ​ມື້​ວານນີ້. ພວກ​ເຮົາ​
ຈະໄປປະທ້ວງຕໍ່ເຫດການດັ່ງກ່າວ ຕອນທີ່ພວກເຂົາໄດ້ຍິງປືນໃສ່ພວກເຮົາ. ທຳອິດ,
ພວກເຂົາໄດ້ຍິງປືນຂຶ້ນຟ້າ, ຫຼັງຈາກນັ້ນພວກເຂົາກໍໄດ້ຍິງໃສ່ພວກເຮົາໂດຍກົງ.”

ຂໍ້​ຄວາມ​ອັນ​ນຶ່ງ​ຈາກ​ອົງ​ການ ISPR, ເຊິ່ງ​ແມ່ນອົງ​ການ​ປະ​ຊາ​ສຳ​ພັນ​ຂອງກອງ​ທັບ
ປາກິສຖານ, ໄດ້ກ່າວວ່າ ການປະຕິບັດການກວດຄົ້ນ ແລະ ມີການຈັບກຸມໃນເວລາ
ຕໍ່ມານັ້ນ ໄດ້ດຳເນີນຂຶ້ນ ເພື່ອຕອບໂຕ້ ຕໍ່ການໂຈມຕີໃສ່ກອງກຳລັງໃນທ້ອງຖິ່ນຂອງ
ເຂົາເຈົ້າໃນຂົງເຂດນັ້ນ ໃນວັນສຸກທີ່ຜ່ານມາ.

ຖະ​ແຫຼງ​ການ​ທາງ​ການ​ຕ່າງ​ຫາກ​ ໄດ້​ສະ​ເໜີ​ວ່າ ການ​ປະ​ທ້ວງ​ຂອງ​ກຸ່ມ PTM ມີ​ຈຸດ​ປະ
ສົງ​ທີ່​ຈະ “ທຳ​ຄວາມ​ກົດ​ດັນ​ໃຫ້​ປ່ອຍ​ຕົວ​ຜູ້​ທີ່​ຖືກ​ສົງ​ໄສວ່າ​ເປັນ ຜູ້​ຊ່ວຍ​ຂອງ​ພວກກໍ່​ການ
ຮ້າຍ” ທີ່ຖືກຈັບໃນການປະຕິບັດການກວດຄົ້ນນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG