ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

95 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ຂຸມ​ຝັງ​ສົບຂອງນາຍພົນອີຣ່ານ ທີ່ໄດ້ເສຍຊີວິດ ຈາກການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໃນປີ 2020


ປະຊາຊົນ ເຕົ້າໂຮມກັນ ຢູ່ໃກ້ກັບສົບທີ່ຢູ່ໃນບ່ອນເກີດເຫດລະເບີດ ໃນລະຫວ່າງພິທີທີ່ຈັດຂຶ້ນເພື່ອລະນຶກເຖິງການເສຍຊີວິດຂອງນາຍພົນກາສເຊມ ໂຊລາຍມານີ (Qassem Soleimani), ໃນເມືອງເຄີມານ, ປະເທດອີຣ່ານ, ວັນທີ 3 ມັງກອນ 2024.
ປະຊາຊົນ ເຕົ້າໂຮມກັນ ຢູ່ໃກ້ກັບສົບທີ່ຢູ່ໃນບ່ອນເກີດເຫດລະເບີດ ໃນລະຫວ່າງພິທີທີ່ຈັດຂຶ້ນເພື່ອລະນຶກເຖິງການເສຍຊີວິດຂອງນາຍພົນກາສເຊມ ໂຊລາຍມານີ (Qassem Soleimani), ໃນເມືອງເຄີມານ, ປະເທດອີຣ່ານ, ວັນທີ 3 ມັງກອນ 2024.

ອີຣ່ານ ກ່າວໃນວັນພຸດວານນີ້ວ່າ ມີຜູ້ເສຍຊີວິດ 95 ຄົນ ແລະໄດ້ຮັບບາດເຈັບອີກຫຼາຍສິບຄົນ ໃນເຫດລະເບີດ ທີ່ສັ່ນສະເທືອນ ອະນຸສອນສະ​ຖານຂອງນາຍພົນຜູ້ມີຊື່ສຽງຂອງອີຣ່ານ ທີ່ໄດ້ເສຍຊີວິດໃນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໃນປີ 2020.

ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ຄົນ​ນຶ່ງ​ໄດ້​ເອີ້ນ​ເຫດ​ລະ​ເບີດ​ດັ່ງ​ກ່າວ​ວ່າ ເປັນ​ການ​ໂຈມ​ຕີ​ “​ກໍ່​ການ​ຮ້າຍ” ທີ່​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ບ່ອນ​ຝັງ​ສົບ​ຂອງ​ນາຍ​ພົນກາສເຊມ ໂຊລາຍມານີ (Qassem Soleimani), ອະດີດຜູ້​ບັນ​ຊາ​ການກອງ​ກຳລັງກຸດສ໌ ຂັ້ນ​ສູງ​ຂອງ​ກຳລັງພິທັກປະຕິວັດ.

​ໃນ​ເບື້ອງ​ຕົ້ນ​ອີ​ຣານ​ກ່າວ​ວ່າ ມີ 103 ຄົນ​ເສຍ​ຊີວິດ ​ຈາກການລະເບີດທັງ​ສອງ​ຄັ້ງ. ໃນເວລາຕໍ່​ມາ, ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີການນັບຊື່ບາງຊື່ສອງ​ເທື່ອ ​ແລະ​ຫຼຸດຈຳນວນຜູ້​ເສຍ​ຊີ​ວິດ​ ​ລົງ.

​ເຫດການ​ລະ​ເບີດ​ໄດ້​ເກີດ​ຂຶ້ນ​ຢູ່​ເມືອງເຄີມານ (Kerman), ປະມານ 820 ກິ​ໂລ​ແມັດໄປ​ທາງ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ນະຄອນຫຼວງເຕຫະຣ່ານ (Tehran). ບໍ່ມີກຸ່ມໃດ ອອກມາອ້າງເອົາຄວາມຮັບຜິດຊອບ ໃນທັນທີ.

ອີຣ່ານ​ໄດ້​ຖິ້ມ​ໂທດ​ໃສ່​ສະຫະລັດ ​ແລະ​ອິສຣາ​ແອ​ລ ສຳລັບ​ການ​ໂຈມ​ຕີ​ດັ່ງກ່າວ.

ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ ວໍຊິງຕັນສະແດງ “ຄວາມເຫັນອົກເຫັນໃຈ ຕໍ່ຜູ້ເຄາະຮ້າຍ ແລະຜູ້ທີ່ເປັນທີ່ຮັກຂອງພວກເຂົາເຈົ້າ ທີ່ເສຍຊີວິດໃນເຫດລະເບີດ ທີ່ເປັນຕາຢ້ານກົວນີ້” ແລະເນັ້ນໜັກ ວ່າ ສະຫະລັດບໍ່ໄດ້ມີສ່ວນກ່ຽວຂ້ອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG