ຈໍານວນຄົນຕາຍ ໃນເຫດຕຶກການຄ້າພັງລົງ ຊຶ່ງເປັນອາຄານ
ທີ່ຕັ້ງຂອງໂຮງງານຕັດຫຍິບເສື້ອຜ້າຫຼາຍໂຮງງານ ໃນ
Bangladesh ໄດ້ມີສູງເຖິງ 175 ຄົນແລ້ວ ໃນຂະນະທີ່
ພວກພະນັກງານສຸກເສີນຍັງສືບຕໍ່ ຄົ້ນຫາຜູ້ທີ່ອາດລອດຊີວິດ
ມາໄດ້. ມີປະມານ1,000 ຄົນ ໄດ້ຮັບບາດເຈັບ.
ພວກຄົນງນທີ່ຍັງຕິດຄ້າງຢູ່ໃນຕຶກທີ່ພັງລົງ ແມ່ນໄດ້ລໍຖ້າ
ການຊ່ວຍເຫລືອກູ້ໄພ ມາຕັ້ງແຕ່ວັນພຸດວານນີ້ ຫລັງຈາກ
ທີ່ຕຶກການຄ້າໃນເມືອງ Savar ໃນເຂດຊານເມືອງຫລວງ
Dhaka ນັ້ນ ໄດ້ພັງລົງ. ພວກທີ່ລອດມາໄດ້ກ່າວວ່າ
ຕຶກດັ່ງກ່າວໄດ້ພັງລົງມາ ພາຍໃນພິບຕາແບບບໍ່ເທົ່າໃດນາທີ.
ຕໍາຫຼວດກ່າວວ່າ ພວກເຈົ້າຂອງໂຮງງານທັງຫຼາຍ ບໍ່ໄດ້ເອົາຫົວຊາຕໍ່ການເຕືອນທີ່ບໍ່ໃຫ້
ປ່ອຍໃຫ້ພວກຄົນງານເຂົ້າໄປໃນຕຶກ ຫຼັງຈາກທີ່ພວກເຈົ້າໜ້າທີ່ກວດກາໄດ້ພົບເຫັນຮອຍ
ແຕກແຫງຢູ່ໃນຕຶກ ໃນມື້ວັນອັງຄານນັ້ນ.
ເຈົ້າໜ້າທີ່ກ່າວວ່າ ໄດ້ມີການຟ້ອງຮ້ອງ ຕໍ່ເຈົ້າຂອງຕຶກແລ້ວ ແລະກໍຄາດວ່າ ຈະມີການ
ຢື່ນຟ້ອງຕໍ່ເຈົ້າຂອງໂຮງງານ ເຊັ່ນກັນ.
ເຫດໄຟໄດ້ ໂຮງງານຕັດຫຍິບແຫ່ງນຶ່ງ ໃນເດືອນພະຈິກປີຜ່ານມານີ້ ກໍເຮັດໃຫ້ພວກຄົນ
ງານ ຫຼາຍກວ່າ100 ຄົນ ເສຍຊີວິດ ຊຶ່ງກະຕຸ້ນໃຫ້ການຮ້ອງໂຮປະທ້ວງກ່ຽວກັບຄວາມ
ປອດໄພຢູ່ ໃນວົງການອຸດສາຫະກໍາເສື້ອຜ້າຂອງປະເທດ.
Bangladesh ມີອຸດສາຫະກໍາຕັດຫຍິບເສື້ອຜ້າທີ່ໃຫຍ່ອັນດັບ 2 ຂອງໂລກ ທີ່ສະໜອງ
ເສື້ອຜ້າລາຄາຖືກ ໃຫ້ພວກບລິສັດຜະລິດເສື້ອຜ້າຍີ່ຫໍ້ແພງໆຂອງບັນດາປະເທດຕາເວັນ
ຕົກ ແລະພວກຕະຫຼາດປີກຍ່ອຍ ຊຶ່ງໄດ້ຮັບຜົນປະໂຫຍດຈາກຄ່າແຮງງານຖືກໆຂອງປະເທດ
ໃນເອເຊຍໃຕ້ແຫ່ງນີ້.