ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລະເບີດ ສະຫຼະຊີບ ສັງຫານ 25 ຄົນ ຂະນະທີ່ ປະຊາຊົນ ອັຟການິສຖານ ສະຫຼອງບຸນ


ຍາດພີ່ນ້ອງຫາມຜູ້ບາດເຈັບໄປໂຮງໝໍ ຫຼັງຈາກ ການໂຈມຕີ ດ້ວຍລົດລະເບີດ ສະຫຼະຊີບ ທີ່ເມືອງຈາລາລາບັດ ໃນພາກ ຕາເວັນອອກອັຟການິສຖານ. (ວັນທີ 16 ມິຖຸນາ 2018)
ຍາດພີ່ນ້ອງຫາມຜູ້ບາດເຈັບໄປໂຮງໝໍ ຫຼັງຈາກ ການໂຈມຕີ ດ້ວຍລົດລະເບີດ ສະຫຼະຊີບ ທີ່ເມືອງຈາລາລາບັດ ໃນພາກ ຕາເວັນອອກອັຟການິສຖານ. (ວັນທີ 16 ມິຖຸນາ 2018)

ມີຜູ້ເສຍຊີວິດ ຢ່າງໜ້ອຍ 25 ຄົນ ໃນພາກຕາເວັນອອກ ອັຟການິສຖານ ໃນວັນເສົາ
ວານນີ້ ເວລາຜູ້ໂຈມຕີ ດ້ວຍລະເບີດສະຫຼະຊີບ ບີບຄະນວນລະເບີດໃຫ້ແຕກຂຶ້ນ ຢູ່
ກາງຝູງຊົນ ທີ່ເຕັມໄປດ້ວຍທະຫານລັດຖະບານ ພວກກະບົດຕາລີບານແລະພົນລະ
ເຮືອນ ທີ່ພວມພາກັນ ສະເຫລີມສະຫຼອງ ເນື່ອງໃນໂອກາດ ການຢຸດຍິງຊົ່ວຄາວ ໃນ
ວັນບຸນ ອີດ ອາລ-ຟີດ. ກຸ່ມລັດອິສລາມໄດ້ອອກມາອ້າງເອົາຄວາມຮັບຜິດຊອບ ໃນ
ການໂຈມຕີດັ່ງກ່າວ.

ແຫຼ່ງຂ່າວດ້ານຄວາມປອດໄພ ໃຫ້ການຢືນຢັນຕໍ່ວີໂອເອວ່າ ກຳລັງຮັກສາຄວາມສະ
ຫງົບອັຟການິສຖານ ພວກນັກລົບຕາລີບານ ແລະພົນລະເຮືອນ ແມ່ນຮວມຢູ່ໃນບັນ
ດາພວກເຄາະຮ້າຍ. ໂຄສົກຂອງລັດຖະບານ ທ່ານອັດໂຕລລາ ຄົກຢານີກ່າວຕໍ່ວີໂອ
ເອວ່າ ລະເບີດໄດ້ແຕກຂຶ້ນໃນເຂດຊານເມືອງຂອງເມືອງຈາລາລາບັດ ຊຶ່ງເປັນເມືອງ
ເອກ ຂອງແຂວງນານກາຮານັ້ນ ຍັງໄດ້ເຮັດໃຫ້ມີຜູ້ບາດ ເຈັບອີກຢ່າງໜ້ອຍ 30 ຄົນ.

ຮອງຫົວໜ້າສະພາປະຈຳແຂວງ ກ່າວຕໍ່ວີໂອເອວ່າ ການໂຈມຕີດັ່ງກ່າວນີ້ ເປັນການ
ໂຈມຕີ ດ້ວຍລະເບີດລົດສະຫຼະຊີບ. ແຂວງນານກາຮາ ເປັນບ່ອນທີ່ກຸ່ມລັດອິສລາມ ໄດ້ສ້າງຕັ້ງທີ່ໝັ້ນຂອງຕົນ ແລະພວກຫົວຮຸນແຮງຈຸນີ້ ໄດ້ທຳການສັງຫານ ແລະວາງ
ລະເບີດສະຫຼະຊີບຢູ່ເປັນປະຈຳ.

ຜູ້ຄົນພາກັນສະຫລອງ ການຢຸດຍິງ ຢູ່ຕາມຖະໜົນຫົນທາງ ໃນເມືອງນານກາຮາ ອັຟການິສຖານ. (ວັນທີ 16 ມິຖຸນາ 2018)
ຜູ້ຄົນພາກັນສະຫລອງ ການຢຸດຍິງ ຢູ່ຕາມຖະໜົນຫົນທາງ ໃນເມືອງນານກາຮາ ອັຟການິສຖານ. (ວັນທີ 16 ມິຖຸນາ 2018)

ເຫດລະເບີດ ໃນວັນເສົາວານນີ້ ບັງເອີນ ມີຂຶ້ນພ້ອມໆກັນ ກັບການກ່າວຄຳປາໄສທາງ
ໂທລະພາບເປັນເວລາສັ້ນໆ ຂອງປະທານາທິບໍດີອາສຣາຟ ການີ ຊົມເຊີຍການຢຸດຍິງ
ກັບກຸ່ມຕາລີບານ ໂດຍທີ່ລັດຖະບານໄດ້ຕໍ່ເວລາ ການຢຸດຍິງ ອອກໄປຕື່ມອີກ ແຕ່ພຽງ
ຝ່າຍດຽວ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ກຸ່ມຕາລີບານ ກໍມີຄວາມຕັ້ງໃຈ ທີ່ຈະຕໍ່ເວລາໃນການ
ຢຸດຍິງຂອງຕົນ ເປັນເວລາ 3 ວັນ ອອກໄປຕື່ມອີກຫລືບໍ່.

ທ່ານການີກ່າວວ່າ “ເພື່ອໃຫ້ການເຄົາລົບ ຕໍ່ຄວາມມຸ້ງມາດປາຖະໜາ ຂອງປະຊາຊົນ
ແລະໃຫ້ການສະໜັບສະໜຸນ ຕໍ່ຄວາມຮຽກຮ້ອງຕ້ອງການ ໃນສັນຕິພາບ ຂ້າພະເຈົ້າ ໄດ້ສັ່ງໃຫ້ກຳລັງຮັກສາຄວາມສະຫງົບ ແລະກຳລັງປ້ອງກັນປະເທດ ຕໍ່ເວລາ ໃນການ
ຢຸດຍິງອອກໄປຕື່ມອີກເພື່ອສະຫຼອງບຸນອີດເປັນມື້ທີ 4. ໃນໄວໆນີ້ພວກວເຮົາຈະແຈ້ງ ລາຍລະອຽດກ່ຽວກັບຂໍ້ສະເໜີຢຸດຍິງ ໃຫ້ປະເທດຊາດໄດ້ຮູ້ນຳ.” ທ່ານການີຍັງກ່າວຕໍ່
ໄປ ໂດຍຮຽກຮ້ອງໃຫ້ກຸ່ມຕາລີບານ ຕໍ່ເວລາໃນການຢຸດຍິງອອກໄປ ແລະທ່ານໄດ້ສະ
ເໜີ ໃຫ້ການຊ່ອຍເຫຼືອທາງດ້ານການແພດ ຕໍ່ພວກກະບົດ ທີ່ໄດ້ຮັບບາດເຈັບ.

ກະຊວງການຕ່າງປະເທດສະຫະລັດ ໄດ້ຕອບຮັບ ຕໍ່ການປະກາດຂອງທ່ານການີ ໃນ
ວັນເສົາວານນີ້ ດ້ວຍຖະແຫຼງການສະບັບນຶ່ງ ທີ່ກ່າວວ່າ ຕົນໃຫ້ການສະໜັບສະໜຸນຕໍ່
ທ່ານການີ ແລະຂໍ້ສະເໜີຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG