ກຳລັງພິເສດຂອງແນວໂຮມ 2 ຄົນ ທີ່ໄດ້ຖືກສັງຫານຢູ່ໃກ້ໆກັບເມືອງແມນບິຈ ປະເທດ
ຊີເຣຍນັ້ນ ແມ່ນໄດ້ຮັບຄຳສັ່ງໃຫ້ “ຈັບເປັນຫຼືສັງຫານ” ໜ່ວຍປະຕິບັດ ງານທີ່ມີຄ່າສູງ
ຂອງກຸ່ມກໍ່ການຮ້າຍລັດອິສລາມ.
ຈ່າໂທທະຫານສະຫະລັດ ໂຈເນເທິນ ດັນບາ ແລະສິບເອກທະຫານອັງກິດແມັຕ ທອນ
ໂຣ ໄດ້ເສຍຊີວິດ ຫຼັງຈາກເຂົາເຈົ້າໄດ້ຖືກໂຈມຕີດ້ວຍລະເບີດແຄມທາງໃນວັນພະຫັດທີ
29 ມີນາຜ່ານມາ.
ກອງທັບສະຫະລັດ ໃນຕອນຕົ້ນໄດ້ກ່າວແຕ່ພຽງວ່າ ການໂຈມຕີໄດ້ເກີດຂຶ້ນໃນຂະນະທີ່
ຈ່າໂທດັນບາ ແລະສິບເອກທອນໂຣ ແລະກຳລັງແນວໂຮມຄົນອື່ນໆໄດ້ພົວພັນຢູ່ໃນການ
ປະຕິບັດງານສູ້ລົບ. ແຕ່ກຳລັງແນວໂຮມໄດ້ຢືນຢັນໃນວັນຈັນວານນີ້ວ່າ ກຳລັງພິເສດທັງ
ສອງຄົນ ໄດ້ຕາມລ່າຫາໜ່ວຍປະຕິບັດງານທີ່ສຳຄັນຂອງກຸ່ມລັດອິສລາມ.
ໂຄສົກໃນການປະຕິບັດງານຂອງກຳລັງປະສົມ ພັນເອກຣາຍອັນ ດີລລອນ ໄດ້ກ່າວເຖິງ
ກຸ່ມກໍ່ການຮ້າຍລັດອິສລາມ ໂດຍໃຊ້ຊື່ຫຍໍ້ຂອງກຸ່ມດັ່ງກ່າວວ່່າ “ກຳລັງແນວໂຮມ ໂດຍໄດ້
ຮັບການແນະນຳ ການຊ່ວຍເຫຼືອ ແລະມີການຕິດຕາມໂດຍຄູ່ຮ່ວມງານຂອງພວກເຮົາໄດ້
ປະຕິບັດງານເພື່ອສັງຫານ ແລະຈັບໂຕສະມາຊິກຂອງກຸ່ມໄອຊິສ ເວລາເຂົາເຈົ້າໄດ້ຖືກ
ໂຈມຕີໂດຍລະເບີດແຄມທາງ.”
ພັນເອກດິລລອນ ກ່າວວ່າ “ພວກເຮົາຮູ້ວ່າກຸ່ມໄອຊິສ ໄດ້ໜີເຂົ້າໄປຫລົບລີ້ແລະ ພະຍາ
ຍາມທີ່ຈະເຕົ້າໂຮມກັນຄືນ ແລະຈັດຕັ້ງກັນໃໝ່. ພວກເຮົາກຳລັງໃຫ້ການສະໜັບສະໜູນ
ຕໍ່ຄູ່ຮ່ວມງານຂອງພວກເຮົາກຳຈັດກຸ່ມໄອຊິສ ທີ່ແຕກກະຈັດກະຈາຍກັນຢູ່ໃນທົ່ວອີຣັກ
ແລະຊີເຣຍ.”
ພວກເຈົ້າໜ້າທີ່ຂອງກຸ່ມແນວໂຮມ ບໍ່ໄດ້ກ່າວວ່່າ ການປະຕິບັດງານນີ້ ໄດ້ເປັນຜົນສຳ
ເລັດ ຫຼືວ່າໄດ້ເສັດສິ້ນໄປແລ້ວ. ນອກນັ້ນ ຍັງບໍ່ໄດ້ແຈ້ງໃຫ້ຊາບວ່າ ກຸ່ມໃດ ເປັນຜູ້ຮັບຜິດ
ຊອບຕໍ່ການວາງລະເບີດໂຈມຕີໃນຄັ້ງນີ້.
ເຈົ້າໜ້າທີ່ຂອງກຸ່ມແນວໂຮມກ່າວວ່າ ກຸ່ມໄອຊິສໄດ້ສູນເສຍດິນແດນທີ່ຕົນເຄີຍຄອງຢູ່
ປະມານ 98 ເປີເຊັນ ໃນອີຣັກແລະຊີເຣຍ ໃນຈຸດສູງສຸດທີ່ກຸ່ມດັ່ງ ກ່າວໄດ້ປະກາດເປັນ
ລັດອິສລາມຫຼື caliphate ນັ້ນ.