ນັກການທູດສູງສຸດຂອງສະຫະລັດ ກ່າວວ່າ ການລັກພາ
ໂຕເດັກນ້ອຍນັກຮຽນຍິງໄນຈີເຣຍ ຫຼາຍຮ້ອຍຄົນ “ເປັນ
ອາຊະຍາກຳ ທີ່ໄຮ້ຈິດສຳນຶກ.”
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ
John Kerry ກ່າວໃນວັນເສົາມື້ນີ້ ທີ່ນະຄອນ Addis
Ababa ວ່າ ສະຫະລັດ ຈະທຳ “ທຸກວິທີທາງທີ່ເປັນໄປ
ໄດ້" ເພື່ອສະໜັບສະໜູນລັດຖະບານໄນຈີເຣຍ ເພື່ອ
ນຳເອົາພວກເດັກ ນັກຮຽນຍິງເຫລົ່ານີ້ ກັບຄືນມາສູ່
ບ້ານເຮືອນຂອງເຂົາເຈົ້າ.
ເອທິໂອເປຍ ເປັນບ່ອນຢຸດແວ່ຫລ້າສຸດ ໃນການຢ້ຽມຢາມບັນດາປະເທດໃນອາຟຣິ
ກາຂອງທ່ານ Kerry. ການຢ້ຽມຢາມຂອງທ່ານ ສ່ວນໃຫຍ່ແລ້ວແມ່ນເນັ້ນໜັກໃສ່
ດ້ານຄວາມປອດໄພ ແລະບັນຫາດ້ານສິດທິມະນຸດ.
ຢູ່ທີ່ນະຄອນຫລວງຂອງເອທິໂອເປຍ ທ່ານ Kerry ໄດ້ພົບປະກັບປະທານາທິບໍ ດີໂຊ
ມາເລຍ ທ່ານ Hassan Sheikh Mohamud ເພື່ອສົນທະນາຫາລືກ່ຽວ ກັບຄວາມ
ພະຍາຍາມຂອງໂຊມາເລຍ ໃນການຕໍ່ສູ້ກັບກຸ່ມ al-Shabab ທີ່ເປັນ ເຄືອຂ່າຍຂອງ
ພວກກໍ່ການຮ້າຍ al-Qaida ນັ້ນ.
ການເດີນທາງຂອງທ່ານ Kerry ບ່ອນຕໍ່ໄປໃນວັນເສົາມື້ນີ້ ແມ່ນນະຄອນຫລວງ ສາ
ທາລະນະລັດປະຊາທິປະໄຕຄອງໂກ ເພື່ອພົບປະກັບປະທານາທິບໍດີ Joseph
Kabila. ທັງສອງຈະສົນທະນາກັນ ກ່ຽວກັບຄວາມກ້າວໜ້າໃນດ້ານ ຄວາມປອດໄພ
ທີ່ໄດ້ຮັບຫວ່າງມໍ່ໆມານີ້ຕໍ່ບັນດາກຸ່ມກະບົດໃນພາກຕາເວັນອອກ ຂອງຄອງໂກ.
ຫລັງຈາກການຢຸດແວ່ທີ່ອັງໂກລາແລ້ວ ທ່ານ Kerry ກໍຈະເດີນທາງກັບຄືນສູ່ ນະຄອນຫລວງວໍຊິງຕັນ ໃນວັນຈັນຈະມາເຖິງນີ້.