ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານ ອົງການຊ່ວຍເຫລືອ ຊາວອີຕາລີ ທີ່ຖືກລັກພາຕົວ ໃນໂຊມາເລຍ ກັບຄືນບ້ານແລ້ວ


ພາບຖ່າຍຈາກວີດິໂອສະແດງໃຫ້ເຫັນນາງ Silvia Romano ຖືກປ້ອງກັນຕົວໂດຍເຈົ້າໜ້າທີ່ສອງຄົນທີ່ເອົາຜ້າປົກໜ້າໄວ້ໃນຂະນະທີ່ນາງຍ່າງຢູ່ຫົນທາງພາຍຫລັງທີ່ໄດ້ລົງຈາກເຮືອບິນ ຢູ່ສະໜາມບິນ Ciampino ແລ້ວ ໃນວັນທີ 10 ພຶດສະພາ, 2020.
ພາບຖ່າຍຈາກວີດິໂອສະແດງໃຫ້ເຫັນນາງ Silvia Romano ຖືກປ້ອງກັນຕົວໂດຍເຈົ້າໜ້າທີ່ສອງຄົນທີ່ເອົາຜ້າປົກໜ້າໄວ້ໃນຂະນະທີ່ນາງຍ່າງຢູ່ຫົນທາງພາຍຫລັງທີ່ໄດ້ລົງຈາກເຮືອບິນ ຢູ່ສະໜາມບິນ Ciampino ແລ້ວ ໃນວັນທີ 10 ພຶດສະພາ, 2020.

ພະນັກງານຂອງອົງການຊ່ວຍເຫລືອຊາວອີຕາລີ ທີ່ຖືກລັກພາຕົວ ແລະຖືກຂັງ ຢູ່ໃນເຂດທີ່ຢູ່ພາຍໃຕ້ການຄວບຄຸມຂອງກຸ່ມອາລ-ຊາບັບໃນໂຊມາເລຍນັ້ນ ໄດ້ ຖືກປ່ອຍຕົວໃຫ້ເປັນອິດສະລະແລ້ວ.

ນາງ ຊີລເວຍ ໂຣມາໂນ (Silvia Romano) ໄດ້ໄປເຖິງນະຄອນຫລວງໂຣມ ໃນວັນອາທິດວານນີ້ ພາຍຫລັງທີ່ໄດ້ຖືກປ່ອຍຕົວ ຢູ່ນອກນະຄອນຫຼວງໂມກາ ດິສຊູ ໃນວັນເສົາຜ່ານມາ. ນາງໄດ້ພັກຄ້າງຄືນຢູ່ໃນສະຖານທີ່ທີ່ປອດໄພຢູ່ໃນ ນະຄອນຫວງໂມກາດິສຊູ ກ່ອນຈະຖືກສົ່ງຂຶ້ນເຮືອບິນເພື່ອກັບຄືນບ້ານ.

ເຈົ້າໜ້າທີ່ຮັກສາຄວາມປອດໄພກ່າວຕໍ່ວີໂອເອພະແນກພາສາໂຊມາເລຍວ່າ ນາງ ໂຣມາໂນ (Romano) ໄດ້ຖືກພົບເຫັນຢູ່ໃນປ່າແຫ່ງນຶ່ງໃກ້ກັບເມືອງ ອາຟກອຍ (Afgoye), ຊຶ່ງຕັ້ງຢູ່ຫ່າງຈາກນະຄອນຫວງໂມກາດິສຊູ 30 ກິໂລແມັດ.

ເງື່ອນໄຂທີ່ພາໃຫ້ນາງຖືກປ່ອຍຕົວນາງ ແມ່ນບໍ່ມີໃຜຮູ້.

ນາຍົກລັດຖະມົນຕີ ກີວເຊບເປ ກົງເຕ (Giuseppe Conte) ປະກາດກ່ຽວກັບ ການປ່ອຍຕົວດັ່ງກ່າວ ໂດຍການຂຽນລົງໃນທວີດເຕີ.

ນາງ ໂຣມາໂນ ທີ່ເຮັດວຽກໃຫ້ອົງການກຸສົນຂອງອີຕາລີ ຖືກລັກພາຕົວໂດຍ ພວກຜູ້ຊາຍທີ່ເອົາປືນຈີ້ລາວໄປ ໃນເດືອນພະຈິກ 2008 ຢູ່ໃນເມືອງຄີລິຟີ (Kilifi) ໃນປະເທດເຄັນຢາ. ບໍ່ເປັນທີ່ຈະແຈ້ງວ່າ ພວກຜູ້ຊາຍທີ່ເປັນມືປືນເຫລົ່າ ນັ້ນສາມາດເອົານາງໄປຍັງໂຊມາເລຍໄດ້ແນວໃດ.

ແຫລ່ງຂໍ້ມູນດ້ານການຮັກສາຄວາມປອດໄພເວົ້າວ່າ ເຂົາເຈົ້າເຊື່ອວ່າ ນາງໄດ້ ຖືກລັກພາຕົວໄປໂດຍພວກນັກລົບຂອງກຸ່ມ ອາລ-ຊາບັບ ທີ່ເຄີຍໄດ້ລັກພາຕົວ ພວກພະນັກງານຂອງອົງການຊ່ວຍເຫລືອ ແລະຮຽກເອົາຄ່າໄຖ່.

ການລັກພາຕົວພະນັກງານຊາວສະເປນ ຂອງອົງການທ່ານໝໍບໍ່ມີພົມແດນ ໃນ ເດືອນຕຸລາ 2011 ເປັນເຫດຜົນອັນນຶ່ງ ທີ່ເຮັດໃຫ້ລັດຖະບານຂອງເຄັນຢາ ອ້າງວ່າພາໃຫ້ຕົນຕ້ອງໄດ້ທຳການແຊກແຊງທາງທະຫານເຂົ້າໄປໃນໂຊມາເລຍ ໃນເວລາຕໍ່ມາຂອງປີດຽວກັນນັ້ນ.

ກຸ່ມອາລ-ຊາບັບຍັງໃຫ້ບ່ອນລີ້ຊ່ອນແກ່ພວກໂຈນຕ່າງໆ ລວມທັງໂຈນທະເລ ທີ່ໄດ້ລັກພາຕົວພວກທະຫານເຮືອ ແລະພະນັກງານຂອງອົງການຊ່ວຍເຫລືອ ຂອງຕ່າງປະເທດອີກດ້ວຍ.

ອ່ານກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG