ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າບໍລິສັດລົດ Kia ລາອອກ


ຫົວໜ້າຂອງບໍລິສັດລົດ Kia ຊຶ່ງເປັນບໍລິສັດຜະລິດລົດ
ໃຫຍ່ອັນດັບ 2 ຂອງ ເກົາຫຼີໃຕ້ໄດ້ລາອອກ ​ເພື່ອ​ຮັບຜິດ
ຊອບ​ຕໍ່​ການເອີ້ນຄືນລົດຂອງບໍລິສັດຫຼາຍສິບພັນຄັນ
ເນື່ອງຈາກການເດີນສາຍໄຟບໍ່​ຖືກຕ້ອງ.

ທ່ານ Michael Choo ໂຄສົກຂອງບໍລິສັດ ກ່າວຕໍ່ພວກ
ນັກຂ່າວ ໃນວັນອັງຄານມື້ນີ້ວ່າ ທ່ານ Chung Sung
Eun ຮອງປະທານແລະຫົວໜ້າບໍລິຫານ ຂອງບໍລິສັດລົດ
Kia ໄດ້ລາອອກໃນມື້ວັນສຸກແລ້ວ. ທ່ານ Choo ເວົ້າວ່າ
ຍັງບໍ່ທັນມີການແຕ່ງຕັ້ງຜູ້ທີ່ຈະເຂົ້າມາຮັບຕຳແໜ່ງແທນ
ທ່ານ Chung ເທື່ອ.

ໃນຕົ້ນເດືອນນີ້ບໍລິສັດລົດ Kia ໄດ້ເອີ້ນຄືນລົດຂອງທາງ ບໍລິສັດຢູ່ໃນທົ່ວໂລກ ຢ່າງນ້ອຍ 85,900 ຄັນ. ລົດ​ທີ່​ຂາຍ ຢູ່ສາຂາຂອງບໍລິສັດ Kia ທີ່ປະ​ເທດຈີນ ກໍແມ່ນພາກສ່ວນ ນຶ່ງໃນການເອີ້ນຄືນຄັ້ງນີ້.

ບໍລິສັດລົດ Kia ເປັນເຄືອຂ່າຍນຶ່ງຂອງຮຸນໄດ ຊຶ່ງເປັນບໍລິສັດຜະລິດລົດໃຫຍ່ ອັນດັບ
ນຶ່ງຂອງເກົາຫຼີໃຕ້ ຊຶ່ງ​ເມື່ອ​ລວມກັນ​ແລ້ວ ທັງສອງບໍລິສັດ​ແມ່ນປະກອບເປັນກຸ່ມບໍລິສັດ
ຜະລິດລົດໃຫຍ່ອັນດັບ 5 ຂອງໂລກ.

ອົງການຂ່າວຢອນຮັບຂອງເກົາຫຼີໃຕ້ ລາຍງານວ່າ ທ່ານ Chung ໄດ້ຖືກປົດອອກຈາກ
ຕຳແໜ່ງ ໂດຍປະທານຂອງບໍລິສັດ Kia ຄືທ່ານ Chung Mong Koo ແຕ່ທາງບໍລິສັດ
ບໍ່​ໄດ້ໃຫ້ການຢືນຢັນກ່ຽວກັບລາຍງານນີ້.

XS
SM
MD
LG