ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Khodorkovsky ​ໄປ​ຮອດ ​ເຢຍລະ​ມັນ​ແລ້ວ(ວີດີໂອ/ສະ​ໄລ​ດ໌)


russian
please wait
Embed

No media source currently available

0:00 0:00:24 0:00
ທ່ານ Mikhail Khodorkovsky ​ເສດຖີນັກທຸລະກິດ​ນໍ້າມັນ
ຊາວຣັດ​ເຊຍ ​ເດີນທາງ​ໄປ​ເຖິງ​ນະຄອນ Berlin ແລ້ວ ​ເມື່ອ​
ວັນ​ສຸກ​ວານ​ນີ້ ຫຼັງຈາກ​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກຣັດ​ເຊຍ
​ແຫ່ງ​ນຶ່ງ. ທ່ານ​ໄດ້​ອອກ​ຈາກຣັດ​ເຊຍ​ບໍ່​ເທົ່າໃດ​ຊົ່ວ​ໂມງ ຫຼັງ
ຈາກ​ປະທານາທິບໍດີ Vladimir Putin ​ເຊັນ​ໃຫ້​ອະ​ໄພ​ຍະ
ໂທດ ​ແກ່​ທ່ານ ຊຶ່ງ​ເປັນ​ການ​ສິ້ນ​ສຸດ​ເວລາ​ຈໍາ​ຄຸກ ຫຼາຍກວ່າ
10 ປີ ​ໃນ​ຂໍ້​ຫາຫຼີກລ່ຽງພາສີ ​ແລະສໍ້​ໂກງ.

ອະດີດ​ຫົວໜ້າ​ບໍລິສັດ​ນໍ້າມັນ Yukos ຜູ້​ທີ່ຫຼາຍໆ​ຄົນ​ມອງ​ເຫັນ​ວ່າ ​ເປັນ​ນັກ​ໂທດການ​ເມືອງນັ້ນ ​ໄດ້​ຖືກ​ຕ້ອນຮັບ​ໂດຍ​ທ່ານ Hans-Dietrich Genscher ອະດີດ​ລັດຖະມົນ​ຕີຕ່າງປະ​ເທດ​ເຢັຍຣະມັນ ທີ່​ສະໜາມ​ບິນ Schoenefeld ຂອງ Berlin.

ທ່ານ Khodorkovsky ​ເວົ້າ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ຫຼັງຈາກ​ທ່ານ​ ຖືກປ່ອ​ຍຕົວອອກ​ ຈາກ​ຄຸ​ກ​ເມື່ອວັນ​ສຸກ​ວານ​ນີ້ ວ່າ ທ່ານ​ໄດ້​ຂໍ​ຮ້ອງປະທານາທິບໍດີຣັດ​ເຊຍ ທ່ານ ພູ​ຕິນ ​ເມື່ອ​
ວັນ​ທີ່ 12 ພະຈິກ ໃຫ້​ອະ​ໄພ​ໂທດ​ແກ່ທ່ານ ຍ້ອນ​ເຫດຜົນທີ່ພົວພັນ​ກັບບັນຫາ​ທາງຄອບຄົວ.
ທ່ານ Khodorkovsky ​ເວົ້າວ່າ ທ່ານ​ດີ​ໃຈທີ່​ໄດ້​ຮັບ​ຄໍາ​ຕອບ​ໃນ​ທາງບວກ ​ແລະ​ວ່າບັນຫາ​
ເລຶ່ອງຄວາມ​ຜິດ​ນັ້ນ ບໍ່​ໄດ້​ຍົກ​ຂື້ນ​ມາ​ເວົ້າ​ກັນ.

ທາງ​ການຄຸກ​ລັດຖະບານກາງ​ຣັດ​ເຊຍ ​ເວົ້າ​ເມື່ອ​ວັນ​ສຸກ​ວານ​ນີ້​ວ່າ ທ່ານ Khodorkovsky ​
ໄດ້ຂໍອະນຸຍາດ​ເດີນທາງ​ໄປ​ເຢຍຣະມັນ ບ່ອນທີ່​ແມ່​ຂອງ​ທ່ານ ກໍາລັງໄດ້​ຮັບ​ການ​ປິ່ນປົວ
​ສຸ​ຂະພາບ​ຢູ່​ທີ່​ນັ້ນ.

​ກ່ອນ​ໜ້າ​ນັ້ນ​ໃນວັນ​ສຸກ​ວານ​ນີ້ ທ່ານ ພູ​ຕິນ ​ໄດ້​ຂຽນ​ຂໍ້ຄວາມ​ອອກ ທາງ ​ເວັບ​ໄຊ້ຂອງ​ທ່ານ​ວ່າ ທ່ານໄດ້​ອະ​ໄພໂທດ​ແກ່ ທ່ານ Khodorkovsky ທີ່​ເປັນ​ຜູ້​ຕໍາ​ໜິຕິຕຽນ​ວັງ​ Kremlin ມາເປັນ​ເວລາ​ດົນ​ນານ ຍ້ອນ​ເຫດຜົນ​ດ້ານ​ມະນຸດສະ​ທໍາ​.

ປະມວນ​ພາບ ທ່ານ Khodorkovsky ​ຖືກ​ປ່ອຍ​ຈາກ​ຄຸກ:

XS
SM
MD
LG