ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍ ກຳປູເຈຍ ທີ່ຖືກຮັບເອົາມາລ້ຽງ ແລະ ຄອບຄົວບຸນທຳ ລວມຕົວກັນ ເພື່ອຮັກສາ ສາຍພົວພັນ ອັນແໜ້ນແຟ້ນໄວ້


ເດັກນ້ອຍຊາວ ກຳປູເຈຍ ທີ່ຖືກຮັບເອົາມາລ້ຽງ ກຽມພ້ອມ
ສຳລັບການແຂ່ງຂັນເຮືອມັງກອນ ໃນການຕັ້ງແຄັມ ມູນ
ເຊື້ອກຳປູເຈຍ ປະຈຳປີ ທີ່ພູເຂົາຫິມະ,​ ລັດໂຄໂລຣາໂດ. ເດືອນກໍລະກົດ 2017. (ຮູບພາບ Poch Reasey/VOA Khmer)
ເດັກນ້ອຍຊາວ ກຳປູເຈຍ ທີ່ຖືກຮັບເອົາມາລ້ຽງ ກຽມພ້ອມ ສຳລັບການແຂ່ງຂັນເຮືອມັງກອນ ໃນການຕັ້ງແຄັມ ມູນ ເຊື້ອກຳປູເຈຍ ປະຈຳປີ ທີ່ພູເຂົາຫິມະ,​ ລັດໂຄໂລຣາໂດ. ເດືອນກໍລະກົດ 2017. (ຮູບພາບ Poch Reasey/VOA Khmer)

ທຸກໆລະດູຮ້ອນ ເປັນເວລາ 15 ປີຜ່ານມາແລ້ວ, ເດັກນ້ອຍທີ່ຖືກຮັບເອົາມາລ້ຽງຊາວ
ກຳປູເຈຍ ແລະ ຄອບຄົວບຸນທຳຂອງເຈົ້າຈາກທົ່ວ ສະຫະລັດ ໄດ້ເຕົ້າໂຮມກັນທີ່ການ
ຕັ້ງແຄັມ ໂຄໂລຣາໂດ "Colorado" ໃນໃຈກາງເຂດພູ ຣັອກກີ "Rocky."

ນາງ ຄຸນເທຍ ພອດເຕີ "Kunthia Porter" ອາຍຸ 25 ປີ ຜູ້ທີ່ເອື້ອຍຂອງລາວ ນາງ
ເດວິນ ພອດເຕີ "Devin Porter" ອາຍຸ 27 ປີ ໄດ້ຖືກຮັບເອົາມາລ້ຽງໂດຍຄອບຄົວ
ບອສທ໌ ຊຸຍເດີວີນ "Borst Zuiderveen" ຈາກເມືອງ ລາ ເຄຣສເຊັນຕາ "La
Crescenta" ລັດຄາລິຟໍເນຍ ໃນປີ 1999 ໄດ້ກ່າວວ່າ “ເຖິງແມ່ນວ່າພໍ່ແມ່ຂອງພວກ
ເຮົາຈະຢາກໃຫ້ພວກເຮົາຕິດພັນຢູ່ກັບວັດທະນະທຳຂອງພວກເຮົາຢູ່ກໍຕາມ, ເມື່ອ
ໄວໆນີ້ໃນບໍ່ເທົ່າໃດເດືອນ ພວກເຮົາກໍຈະໄດ້ຮຽນພາສາອັງກິດ ແລະ ຂ້ອນຂ້າງຈະ
ປະປ່ອຍວັດທະນະທຳຂອງພວກເຮົາໄວ້ທາງຫຼັງ ແລະ ພະຍາຍາມທີ່ຈະດູດຊຶມເອົາ
ວັດທະນະທຳ ອາເມຣິກັນ. ແຕ່ໃນຂະນະທີ່ພວກເຮົາໃຫຍ່ຂຶ້ນ, ພວກເຮົາທັງສອງກໍ
ຂ້ອນຂ້າງຈະເສຍໃຈ ກັບສິ່ງນັ້ນ.”

ກ່ອນລາຈາກັນ, ຊາວ ກຳປູເຈຍ ທີ່ຖືກຮັບເອົາມາລ້ຽງມາກັນພັກຜ່ອນຢູ່ອ້ອມກອງໄຟ ແລະ ມ່ວນຊື່ນນຳກັນ ທີ່ເຂດພູເຂົາຫິມະ, ລັດໂຄໂລຣາໂດ. ເດືອນກໍລະກົດ 2017.
ກ່ອນລາຈາກັນ, ຊາວ ກຳປູເຈຍ ທີ່ຖືກຮັບເອົາມາລ້ຽງມາກັນພັກຜ່ອນຢູ່ອ້ອມກອງໄຟ ແລະ ມ່ວນຊື່ນນຳກັນ ທີ່ເຂດພູເຂົາຫິມະ, ລັດໂຄໂລຣາໂດ. ເດືອນກໍລະກົດ 2017.

ນາງ ຄຸນເທຍ "Kunthia" ໄດ້ອະທິບາຍ ກ່ຽວກັບ ຕົວຂອງລາວເອງ, ເອື້ອຍຂອງລາວ
ແລະ ຜູ້ຢູ່ໃນຄ້າຍຄົນອື່ນໆວ່າເປັນ “ຊາວຂະເໝນອາເມຣິກັນ” ທີ່ເກີດໃນປະເທດ
ກຳປູເຈຍ, ເຕີບໃຫຍ່ຂຶ້ນໃນ ອາເມຣິກາ ແລະ ຖືກປັບຕົວເຂົ້າກັບວັດທະນະທຳຂອງ
ສອງປະເທດ ຍ້ອນຄວາມຕັ້ງອົກຕັ້ງໃຈຂອງພໍ່ແມ່ບຸນທຳຂອງເຂົາເຈົ້າ ທີ່ຈະສັ່ງສອນ
ໃຫ້ເຂົາເຈົ້າຮູ້ມູນເຊື້ອ ກຳປູເຈຍ ຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG