ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສຫລ, ກໍາປູເຈຍ ຕໍ່ສູ້ເອົາ ຮູບ​ປັ້ນໂບຮານ​ຂະ​ເໝນ ຄືນ (ເບິ່ງວີີດີໂອລາວ/ອັງກິດ)


ຜູ້​ພິພາກສາ​ສານລັດຖະບານ​ກາງຄົນ​ນຶ່ງ​​ທີ່​ນີວຢ໊ອກກ່າວ​ວ່າ ຮູບ​ປັ້ນ​ຂະ​ເໝນຮູບ​ນຶ່ງຈາກສະ ​ໄໝ​ສັດຕະວັດ​ທີ່ 10 ຈະ​ຢູ່​ໃນ​ຄວາມ​ຄຸ້ມ​ຄອງ​ຂອງ​ບໍລິສັດ ປະມູນສິນຄ້າ Sotheby’s ຕໍ່​ໄປ ​ໃນ​ຂະນະ​ທີ່​ມີການ​ພິຈາລະນາ​ຂໍ້​ຂັດ​ແຍ້ງ ກັນກ່ຽວ​ກັບວ່າຜູ້ມີ​ກໍາມະສິດ​ໃນຮູບ​ປັ້ນ​ດັ່ງກ່າວ​ນີ້​ ຢູ່​ໃນ​ສານ​. ຜູ້​ພິພາກສາປະ​ຈໍາ​ເຂດ​ນິວຢ໊ອກ ທ່ານ George Daniels ກ່າວ​ວ່າ ​ເນຶ່ອງຈາກ​ວ່າ​ໝົດ​ທຸກຝ່າຍ​​ເຫັນ​ພ້ອມ​ນໍາກັນ​ວ່າ ຮູບ​ປັ້ນ​ດັ່ງກ່າວ​ແມ່ນ​ຖືກ​ເກັບ​ໄວ້​ບ່ອນທີ່​ປອດ​ໄພ​ແລ້ວ ຢູ່ສາງ​ເກັບ​ເຄຶ່ອງຂອງ​ບໍລິ​ສັດ​ປະມູນ​ Sotheby’s ນັ້ນ ກໍບໍ່ຄວນ​ທີ່​ຈະ​ສ່ຽງ​ຍ້າຍຮູບ​ປັ້ນ​ດັ່ງກ່າວ​ໄປໄວ້ ບ່ອນ​ອື່ນໂດຍ​ບໍ່​ຈໍາ​ເປັນ. ທອງ​ປານມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອ ພາສາລາວ:

ບັນດາ​ໄອ​ຍະ​ການ​ສະຫະລັດ ​ແລະ​ລັດຖະບານ​ກໍາປູ​ເຈຍ ກ່າວ​ວ່າ ຮູບ​ປັ້ນ​ທີ່ເຮັດ​ດ້ວຍ​ຫິນ​
ຊາຍ ​ອາຍຸ 1,000 ປີ​ທີ່​ວ່ານີ້​ ຊຶ່ງ​ເປັນຮູບ​ຂອງ​ນັກ​ລົບ​ຄົນ​ນຶ່ງ​ໃນ​ຕໍານານ​ຮິນ​ດູ “ມະຫາພາ
ຣະຕະ” ​ແມ່ນ​ໄດ້​ຖືກ​ລັກຂະ​ໂມ​ຍ​ໄປຈາກ​ວັດ ເມື່ອ​ຫລາຍ​ທົດ​ສວັດ​ມາ​ແລ້ວ ​ແລະ​ຄວນ​ຈະ
​ຖືກ​ສົ່ງ​ກັບ ຄືນ​ໃຫ້​ກໍາປູ​ເຈ​ຍ. ສ່ວນ​ຕີນ​ຂອງ​ຮູບ​ປັ້ນ​ດັ່ງກ່າວ​ ຍັງ​ຢູ່​ທີ່​ວັດປາສາດ Chen
ທີ່ Koh Ker ຕັ້ງ​ຢູ່ປະມານ 120 ຫລັກ ຫ່າງຈາກບໍລິ​ເວນ​ອັງ​ກໍ​ວັດ ທີ່​ມີ​ຊື່​ສຽງນັ້ນ.

ໃນເອກະສານຍື່ນ​ຟ້ອງ​ຕໍ່ສານ​ແພ່ງ ບັນດາ​ໄອ​ຍະ​ການ​ສະຫະລັດ ​ກ່າວ​ວ່າ ບໍລິສັດປະມູນ Sotheby’s ຮູ້​ດີ​ວ່າ ຮູບ​ປັ້ນ​ນັກ​ລົບ​ນີ້​ຖືກ​ລັກຂະ​ໂມ​ຍມາ ​ເວລາທາງ​ບໍລິສັດ​ສະ​ເໜີເອົາ​ຮູບ​ປັ້ນ ​ອອກປະມູນຂາຍ​ເມື່ອ​ປີຜ່ານມາ ​ໃນນາມ​ລູກ​ຄ້າ​ຊາວ​ເບ​ລຢ້ຽມຄົນ​ນຶ່ງ.

ນາງ Tess Davis ທະນາຍຄວາມ​ດ້ານ​ວັດຖຸ​ໂບຮານ ທີ່​ເປັນ​ທີ່​ປຶກສາ​ໃຫ້​ລັດຖະບານ​ກໍາປູ​ເຈຍ​ ກ່າວ​ວ່າ ສິ່ງ​ທີ່​ເກີດ​ຂຶ້ນ​ນັ້ນ ​ແມ່ນ​ເປັນ​ທີ່​ແຈ່ມ​ແຈ້ງ:

ຮູບປ້ນ “ມະຫາພາຣະຕະ” ​ທີສະຫະລັດແລະກໍາປຈ ກ່າວວ່າ ໄດ້​ຖືກ​ລັກຂະ​ໂມ​ຍ​ໄປຈາກ​ວັດ ເມື່ອ​ຫລາຍ​ທົດ​ສວັດ​ມາ​ແລ້ວ ​ແລະ​ຄວນ​ຈະ​ຖືກ​ສົ່ງ​ກັບຄືນ​ໃຫ້​ກໍາປູ​ເຈ​ຍ.
ຮູບປ້ນ “ມະຫາພາຣະຕະ” ​ທີສະຫະລັດແລະກໍາປຈ ກ່າວວ່າ ໄດ້​ຖືກ​ລັກຂະ​ໂມ​ຍ​ໄປຈາກ​ວັດ ເມື່ອ​ຫລາຍ​ທົດ​ສວັດ​ມາ​ແລ້ວ ​ແລະ​ຄວນ​ຈະ​ຖືກ​ສົ່ງ​ກັບຄືນ​ໃຫ້​ກໍາປູ​ເຈ​ຍ.

“ອີງ​ຕາມ​ເອກະສານ​ຮ້ອງທຸກ​
ຂອງ​ຝ່າຍ​ໄອ​ຍະ​ການ​ນັ້ນ ຜູ້​
ຊ່ຽວຊານ ທີ່ບໍລິສັດ Sothe-
by’s ວ່າ​ຈ້າງ​ໃຫ້​ມາ​ພິສູດເບິ່ງ
​ຮູບ​ປັ້ນ​ວ່າ ເປັນ​ຂອງ​ຈິງຫລື​ບໍ່
ແລະ​ໃຫ້​ຕີ​ລາຄານັ້ນ ​ໄດ້​ບອກ
Sotheby’s ວ່າ ຮູບ​ປັ້ນ​ດັ່ງ
ກ່າວໄດ້​ຖືກ​ລັກຂະ​ໂມ​ຍມາ​ແທ້
ແລະ​ນັກຊ່ຽວຊານ​ຄົນ​ດຽວ​
ກັນ​ນັ້ນ ກໍ​ໄດ້​ຊຸກຍູ້​ໃຫ້ທາງ​
ບໍລິສັດປະມູນ ບໍລິຈາກ​ຮູບ​
ປັ້ນ​ນັ້ນຄືນ​ໃຫ້​ຫໍພິພິດທະພັນ
​ແຫ່ງ​ຊາດ​ທີ່​ພະນົມ​ເປັນ ຊຶ່ງ​ຜູ້
ກ່ຽວ​ໄດ້​ໃຊ້ຄໍາ​ເວົ້າ​ວ່າ ​ເພື່ອ
​ຫລີກ​ລ່ຽງ​ບໍ່​ໃຫ້​ທຸກໆ​ຄົນ​ອັບ
ອາຍ​ຂາຍໜ້າ.”


ທ່ານ Peter Neiman ທະນາຍຄວາມ​ຂອງ​ບໍລິສັດ Sotheby's ​ເວົ້າວ່າ ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ ​ແລະຮູບ​ປັ້ນ​ດັ່ງກ່າວ​ນີ້ ​ແມ່ນໄດ້​ຊື້​ມາ​ຢ່າງຖືກຕ້ອງ​ຕາມ​ກົດໝາຍ​ເມື່ອ​ຫລາຍ​ທົດ​ສວັດ​ມາ​ແລ້ວ.

“ພວກ​ເຮົາ​ຂໍ​ໂຕ້​ແຍ້​ງຢ່າງແຂງ​ຂັນ​ຕໍ່​ການ​ກ່າວ​ຫາ​ຂອງລັດຖະບານ​ກໍາປູ​ເຈຍ. ບໍລິສັດ
Sotheby's ​ແມ່ນ​ໄດ້​ກະທໍາໄປດ້ວຍ​ຄວາມ​ຊື່ສັດ​ແລະ​ຖືກຕ້ອງ​ຕາມ​ກົດໝາຍ​ທຸກ​ກະບວນ​
ການ ​ແລະ​ພວກ​ເຮົາ​ກໍຄາດວ່າ ​ຫລັກ​ຖານ​ຈະສະ​ແດງ​ໃຫ້​ເຫັນ​ວ່າ ວັດຖຸ​ໂບຮານ​ອັນນີ້​ບໍ່​ໄດ້
​ຖືກ​ລັກຂະ​ໂມ​ຍມາ​ແຕ່​ຢ່າງ​ໃດ ​ແລະ​ ​ມັນ​ເປັນ​ກໍາມະສິດ​ຂອງ​ຜູ້​ຝາກ​ຂາຍ ​ແລະ​ບໍລິສັດ
Sotheby's ​ກໍແມ່ນ ໄດ້​ກະທໍາ​ໄປ​ຢ່າງ​ເໝາະ​ສົມ​ທີ່​ສຸດ​ໃນ​ການ​ຮັບ​ຝາກຂາຍ​ວັດຖຸ​ໂບຮານ
​ດັ່ງກ່າວ."

ຮູບ​ປັ້ນ ທີ່ຊື່ວ່າ ດູ​ຣິຢົດ​ທະນາ (Duryodhana) ​ແມ່ນ​ຕັ້ງ​ຢູ່​ຕໍ່ໜ້າຮູບ​ປັ້ນ​ນັກລົບອີກ​ອັນ​ນຶ່ງ
ທີ່​ຊື່ວ່າ Bhima ທີ່​ຖືກ​ນໍາ​ມາ​ປະມູນ​ຂາຍ​ເຊ່ນ​ກັນ ຊຶ່ງ​ຕີນ​ຮູບ​ປັ້ນອັນ​ນີ້​ກໍ​ຍັງ​ຢູ່​ທີ່​ຕັ້ງ​ວັດ Koh
Ker ຄື​ກັນ. ທ່ານນາງ Davis ກ່າວ​ອີກ​ວ່າ ອາດ​ຈະ​ມີ​ການ​ທ້າ​ທາຍເຊ່ນ​ກັນ ​ກ່ຽວ​ກັບ​ກໍາ
ມະສິດຂອງ​ຮູບປັ້ນ​ດັ່ງກ່າວ​ນັ້ນ ຊຶ່ງເວລາ​ນີ້ ຮວມຢູ່​ກັບ​ພວກ​ຮູບ​ປັ້ນ​ແລະ​ວັດ​ຖຸ​ໂບຮານ​ອື່ນໆ
ທີ່​ສະ​ສົມໄວ້ຢູ່​ທີ່ຫໍພິພິດທະພັນ Norton-Simon ​ໃນ​ລັດ​ແຄ​ລິ​ຟໍ​ເນຍນັ້ນ.

ເບິ່ງວີດີໂອ ພາາອັງກິດ:

XS
SM
MD
LG