ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ພະນັກງານສານອາຍາ ຂະເໝນແດງ ທີ່ກໍາປູເຈຍ ຂູ່ຈະນັດຢຸດງານ ປະທ້ວງ


ປະຊາຊົນເຂົ້າຟັງ ການພິຈາລະນາຄະດີ ຂະເໝນແດງ ໃນສານອາຍາ ທີ່ໜຸນຫຼັງໂດຍ UN ໃນກໍາປູເຈຍ, ເມື່ອວັນທີ 21 ເດືອນພະຈິກ 2011.
ບັນດາ​ພະນັກງານ​ກໍາປູ​ເຈຍປະ​ຈໍາ​ສານ​ອາຍາຂະ​ເໝນ​ແດງ
ທີ່​ໜຸນຫຼັງ​ໂດຍ​ອົງການ​ສະ ຫະ​ປະຊາ​ຊາດ ກໍາລັງ​ພາກັນ​ຂູ່​ທີ່
ຈະ​ທໍາການ​ຢຸດງານ​ປະ​ທ້ວງ ກ່ຽວ​ກັບເງິນ​ເດືອນ​ທີ່ຍັງ​ບໍ່​ໄດ້​ຮັບ.

ພະນັກ​ງານ​ປະມານ 250 ທີ່​ໂຮມ​ທັງ​ຜູ້​ພິພາກສາ ​ແລະ​ໄອ​ຍະ​
ການ ທີ່ຍັງ​ບໍ່​ໄດ້ຮັບ​ເງິນ​ເດືອນມາ​ຕັ້ງ​ແຕ່​ເດືອນ​ມິຖຸນາ​ຜ່ານ​ມາ ​
ໃນ​ນັ້ນ ມີ​ປະມານ 100 ຄົນ​ທີ່​ເວົ້າ​ວ່າ ພວກ​ຕົນ​ຈະ​ຢຸດ​ເຮັດ
​ວຽກໃນ​ວັນ​ອາທິດ​ນີ້ ​ເວັ້ນ​ໄວ້​ແຕ່​ວ່າ ຈະໄດ້​ຮັບ​ເງິນ​ເດືອນ.

​ເຫດ​ວິ​ກິດ​ການ​ດັ່ງກ່າວ​ນີ້ ຍັງ​ຜົນ​ໃຫ້​ທ່ານ ພັນ ຄີ​ມູນ ​ເລຂາທິ
ການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຂຸ້ນ​ຂ້ຽວ​ອອກ​ຖະ
​ແຫຼງການ​ສະບັບ​ນື່ງ ​ເພື່ອ​ຮ້ອງ​ຂໍ​ເງິນ​ເພີ່ມ​ຕື່ມ ຊຶ່ງ​ຖະ​ແຫຼງການ​ດັ່ງກ່າວ​ເວົ້າ​ວ່າ ບັດນີ້ ຄວາມ​ຢູ່ລອດແທ້ໆ​ຂອງ​ສານ​ອາຍາ​ດັ່ງກ່າວ​ ​ແມ່ນ​ເກີດ​ເປັນ​ບັນຫາ​ ​ແລະ​ການ​ທີ່​ບໍ່ມີງົບ
ປະມານ​ພຽງພໍ​ນັ້ນ ຈະ​ກາຍ​ເປັນ​ໂສກ​ນາດຕະກໍາ​ຢ່າງ​ນຶ່ງ ສໍາ​ລັບ​ຊາວກໍາປູ​ເຈຍ​ທັງຫຼາຍ.

ນອກ​ນີ້​ແລ້ວ ທ່ານ Ek Tha ​ໂຄສົກ​ລັດຖະບານ​ກໍາປູ​ເຈຍ ຍັງ​ໄດ້​ຮ້ອງ​ຂໍ ຕໍ່​ປະຊາ​ຄົມນາ​ໆ
​ຊາດ ​ເພື່ອ​ງົບປະມານ​ເພີ່ມ​ຕື່ມ ​ໂດຍ​ກ່າວ​ວ່າ ພະນົມ​ເປັນ​ໄດ້​ຈ່າຍ​ເງິນ​ໃຫ້​ພະນັກງານສານ​
ດັ່ງກ່າວ​ນີ້ມາຫຼາຍ​ພໍ​ແລ້ວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG