ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຮັບຟັງ ຄຳໃຫ້ການ ພວກຜູ້ນຳຂະເໝນແດງ ຈະເລີ້ມ ໃນເດືອນກໍລະກົດນີ້


ຜູ້ຊາຍຄົນນຶ່ງຢືນຢູ່ກອງກະດູກຄົນ ທີ່ຖືກຂະເໝນແດງຂ້າຕາຍ
ຜູ້ຊາຍຄົນນຶ່ງຢືນຢູ່ກອງກະດູກຄົນ ທີ່ຖືກຂະເໝນແດງຂ້າຕາຍ
ກ່ອນ​ໜ້າການ​ດຳ​ເນີນ​ຄະດີ​ຢ່າງ​ເຕັມທີ່​ ໃນ​ທ້າຍ​ປີ​ນີ້ ສານ
ດຳເນີນຄະດີພວກຂະ ເໝນແດງ ທີ່ໄດ້ຮັບການໜຸນຫລັງ
ຈາກສະຫະ​ປະຊາ​ຊາດ ຈະ​ຈັດຮັບຟັງໃນ​ວັນ​ທີ 30 ​ເດືອນ
​ກໍລະ​ກົດ ​ຄຳໃຫ້ການຂັ້ນຕົ້ນຂອງພວກຜູ້ນຳ​ອຳນາດການ
ປົກຄອງ ​ທີ່​ເຖົ້າ​ແກ່ຊະລາ​ສອງ​ຄົນ​.

ກ່ອນ​ໜ້າການ​ດຳ​ເນີນ​ຄະດີ ​ຢ່າງ​ເຕັມທີ່​ ໃນ​ທ້າຍ​ປີ​ນີ້
ສານດຳເນີນຄະດີພວກຂະເໝນແດງທີ່ໄດ້ຮັບການໜຸນ
ຫລັງຈາກສະຫະ​ປະຊາ​ຊາດ ຈະ​ຈັດຮັບຟັງໃນ​ວັນ​ທີ 30
​ເດືອນ​ກໍລະ​ກົດ ​ຄຳໃຫ້ການຂັ້ນຕົ້ນຂອງພວກຜູ້ນຳ​ອຳ
ນາດການປົກຄອງ ​ທີ່​ເຖົ້າ​ແກ່ຊະລາ​ສອງ​ຄົນ​.

ທ່ານ Nuon Chea ແລະ ທ່ານ Khieu Samphan ກຳລັງຖືກ​ດຳ​ເນີນ​ຄະດີສອງ​ຂັ້ນ
ໃນການກໍ່ໂທດກຳຕ່າງໆ ຮວມ​ທັງ​ການ​ຂ້າ​ລ້າງເຊື້ອຊາດ​ເຜົ່າ​ພັນ. ຂັ້ນ​ທຳອິດ​ໄດ້ເສັດ
ສີ້​ນລົງ​ແລ້ວ​ເມື່ອ​ຕົ້ນ​ປີ​ນີ້ ​ແລະໄດ້ເພັ່ງເລັງ ໂດຍ​ສະ​ເພາະໃສ່ການ​ບັງ​ຄັບ​ໃຫ້​ຍົກ​ກຍ້າຍ
​ອອກ​ຈາກນະຄອນຫຼວງພະນົມ​ເປັນ.

​ໂຄສົກ​ຂອງສານດຳເນີນຄະດີພວກຜູ້ນຳຂະເໝນແດງ ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ​ໃນ​ວັນ​ສຸກ​
ວານ​ນີ້​ວ່າ ການ​ຮັບ​ຟັງຄຳໃຫ້ການ​ໃນທ້າຍ​ເດືອນ​ໜ້າ​ນີ້ຈະ​ເພັ່ງເລັງໃສ່​ຜູ້​ເຄາະ​ຮ້າຍ
ທີ່​ຖືກ​ສົ່ງ​ກັບ ຜູ້​ທີ່​ອາດຈະເປັນ​ພິຍານ ​ແລະກ່ຽວ​ກັບ​ເລື້ອງ​ກົດ​ໝາຍ​ອື່ນໆ.

ການດຳເນີນຄະດີຂັ້ນທີ​ສອງ​ນີ້ ຈະກວດສອບເບິ່ງບັນດາສູນ​ຄຸມ​ຂັງ​ຂອງ ພວກຂະ​ເຫມນ
​ແດງ ​ແລະ​ສູນກາງເຮັດວຽກຮວມແຫ່ງຕ່າງໆ. ນອກນັ້ນແລ້ວ​ຍັງ​ຈະ​ທົບ​ທວນເບິ່ງ​ບົດ
ບາດ​ຂອງທ່ານ Nuon Chea ຫົວໜ້າອຸດົມການ ຂອງອຳນາດ ການປົກຄອງຂະເຫມນ
ແດງ ​ແລະທ່ານ Khieu Samphan ທີ່​ເປັນ​ປະມຸກຂອງ ປະ​ເທດ ກ່ຽວກັບການກໍ່ໂທດ
ກຳຕ່າງໆ ຮວມ​ທັງ​ການຂ້າ​ລ້າງເຊື້ອຊາດ​ເຜົ່າ​ພັນ ນຳດ້ວຍ.

ຂັ້ນ​ທຳອິດ​ໄດ້ເສັດສີ້​ນລົງ​ແລ້ວ​ເມື່ອ​ຕົ້ນ​ປີ​ນີ້ ​ແລະໄດ້ເພັ່ງເລັງ ໂດຍ​ສະເພາະໃສ່ການບັງ
​ຄັບ​ໃຫ້​ຍົກ​ກຍ້າຍ​ອອກ​ຈາກນະຄອນຫຼວງພະນົມ​ເປັນ.

​ໂຄສົກ​ຂອງສານດຳເນີນຄະດີພວກຜູ້ນຳຂະເໝນແດງ ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ​ໃນ​ວັນ​ສຸກ​ວານ
​ນີ້​ວ່າ ການ​ຮັບ​ຟັງຄຳໃຫ້ການ​ໃນທ້າຍ​ເດືອນ​ໜ້າ​ນີ້ຈະ​ເພັ່ງເລັງໃສ່​ຜູ້​ເຄາະ​ຮ້າຍທີ່​ຖືກ​ສົ່ງ
​ກັບ ຜູ້​ທີ່​ອາດຈະເປັນ​ພິຍານ ​ແລະກ່ຽວ​ກັບ​ເລື້ອງ​ກົດ​ໝາຍ​ອື່ນໆ.

ການດຳເນີນຄະດີຂັ້ນທີ​ສອງ​ນີ້ ຈະກວດສອບເບິ່ງບັນດາສູນ​ຄຸມ​ຂັງ​ຂອງພວກຂະ​ເຫມນ
​ແດງ ​ແລະ​ສູນກາງເຮັດວຽກຮວມແຫ່ງຕ່າງໆ. ນອກນັ້ນແລ້ວ​ຍັງ​ຈະ​ທົບ​ທວນເບິ່ງ​ບົດ
ບາດ​ຂອງທ່ານ Nuon Chea ຫົວໜ້າອຸດົມການ ຂອງອຳນາດ ການປົກຄອງຂະເຫມນ
ແດງ ​ແລະທ່ານ Khieu Samphan ທີ່​ເປັນ​ປະມຸກຂອງ ປະ​ເທດ ກ່ຽວກັບການກໍ່ໂທດ
ກຳຕ່າງໆ ຮວມ​ທັງ​ການຂ້າ​ລ້າງເຊື້ອຊາດ​ເຜົ່າ​ພັນ ນຳດ້ວຍ.
XS
SM
MD
LG