ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໕ ກໍລະກົດ ໒໐໒໕

ຊາວກໍາປູເຈຍ ຕີດຕາມເບິ່ງ ຂັ້ນສຸດທ້າຍຂອງ ການດໍາເນີນຄະດີ ນວນ ເຈຍ ກັບ ຂຽວ ສໍາພັນ (ວີດີໂອ)


ນວນ ເຈຍ ກໍາລັງຮັບຟັງ ການໂຕ້ແຍ້ງ ຢູ່ສານອາຊະຍາກໍາ ຕ້ານມະນຸດ ທີ່ກຸງພະນົມເປັນ
ນວນ ເຈຍ ກໍາລັງຮັບຟັງ ການໂຕ້ແຍ້ງ ຢູ່ສານອາຊະຍາກໍາ ຕ້ານມະນຸດ ທີ່ກຸງພະນົມເປັນ
ບັນດາ​ຜູ້​ລອດ​ຊີວິດມາ​ຈາກ​ ພວກຂະ​ເໝນ​ແດງ ຂອງກໍາປູ​ເຈຍ​
ໄດ້​ໄປແອ​ອັດ​ກັນຢູ່​ໃນ​ສານ​ແຫ່ງ​ນຶ່ງທີ່​ນະຄອນຫລວງ​ພະນົມ​ເປັນ
​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ຟັງຄໍາ​ໂຕ້ແຍ້ງ​ໃນມື້​ເລີ້ມ​ຕົ້ນ​ການ​ສະຫລູ​ບ
ການດໍາ​ເນີນ​ຄະດີ ຜູ້​ນໍາຂະ​ເໝນ​ແດງ​ຂັ້ນ​ສູງສອງ​ຄົນ ກໍ​ຄື Nuon
Chea ກັບ Khieu Samphan ທີ່ປະ​ເຊີນກັບ​ຂໍ້​ຫາ ຂ້າ​ລ້າງ
ເຊື້ອ​ຊາດ​ເຜົ່າພັນ ແລະ​ກໍ່​ອາ​ຊະ​ຍາ​ກໍາ​ຕ້ານມະ​ນຸດ​ຊາດ ຍ້ອນ
ບົດບາດ​ຂອງ​ເຂົາ​ເຈົ້າ​ ​ໃນ​ລະຫວ່າງ​ການ​ປົກຄອງ​ຂອງ​ພວກ
ຄອ​ມມິ​ວນິສຂະ​ເໝນ​ແດງ ໃນຊຸມ​ປີ 1970 ທີ່​ໄດ້​ຖືກ​ຖິ້ມ​ໂທດ
​ໃສ່​ວ່າ ​ເປັນສາ​ເຫດ​ຂອງ​ການ​ຕາຍຂອງ​ຊາວ​ກໍາປູ​ເຈຍ ເກືອບ
ສອງ​ລ້ານ​ຄົນນັ້ນ.

ທັງ​ສອງ​ຄົນ ຊຶ່ງປັດຈຸບັນ​ນີ້ ມີ​ອາຍຸ​ 80 ປີປາຍ ກໍ​ໄດ້​ມີໜ້າ​ຢູ່​ໃນ​ສານ ໃນ​ການດໍາ​ເນີນ​ຄະດີມື້​ນີ້ ​ທີ່​ໜູນ​ຫລັງ​ໂດຍ ສານອາຊ​ະ ຍາກໍາສົງຄາມ ສະຫະ​ປະຊາ​ຊາດ. ຄາດ​ວ່າ ການ​ສະຫລູບ​ຄະດີ ຈະ​ດໍາ​ເນີນ​ໄປຈົນ​ຮອດ​ທ້າຍ​ເດືອນ​ຕຸລາ ​ແລະ​ການ​ຕັດສິນ​ນັ້ນ ຄາດ​ວ່າ ຈະ​ມີ​ຂຶ້ນໃນ​ໄລຍະ 6 ​ເດືອນ​ຕົ້ນຂອງປີໜ້າ.

Long Mom ​ຊາວບ້ານ​ຄົນ​ນຶ່ງ ໄດ້​ເດີນທາງ​ມາ​ຈາກແຂວງ Kompong Speu ​ເພື່ອ​ເຂົ້າ​ຮັບ​ຟັງການ​ສະຫລູ​ບຄະດີ ຊຶ່ງ ເປັນ​ຂີດ​ໝາຍຂັ້ນ​ຕອນ​ສຸດ​ທ້າຍ ທີ່​ມີ​ການລໍຖ້າ​ກັນ​ມາ​ຢ່າ​ງ​ຍາວ​ນານ ​ຂອງ​ການ​ດໍາ​ເນີນຄະດີ​ຕໍ່​ຊາຍ​ສອງ​ຄົນດັ່ງກ່າວ.

ລາວ​ເວົ້າ​ວ່າ “ຂ້າພະ​ເຈົ້າ ຢາກ​ໃຫ້​ສານ​ຕັດສິນຈໍາ​ຄຸກ ຜູ້​ນໍາ​ສອງ​ຄົນ​ນີ້​ຕະຫລອດ​ຊີວິດ ​ເພາະວ່າ​ຫລາຍ​ຄົນ​ໄດ້​ຖືກ​ສັງຫານ​ຢູ່​ໃນ​ລະ​ບອບ​ນັ້ນ.”

Nuon Chea ​ໄດ້​ເປັນ​ຫົວໜ້າຝ່າຍ​ອຸດົມ​ການ​ຂອງ​ກຸ່ມຂະ​ເໝນ​ແດງ. ສ່ວນ Kieu Samphan ​ເປັນ​ປະມຸກປະ​ເທດ. ບັນດາ​ໄອ​ຍະ​ການ ກ່າວ​ວ່າ ​ທັງ​ສອງ​ຄົນໄດ້​ຊ່ວຍວາງ​ແຜນ​ກໍ່​ຄວາມ​ໂຫດຮ້າຍ​ທາລຸນ​ທີ່​ໃຫຍ່​ຫລວງ​ທີ່​ສຸດ​ບັ້ນ​ນຶ່ງ ຂອງ​ສັດຕະວັດ​ທີ 20​. ທັງ​ສອງ​ໄດ້​ປະຕິ​ເສ​ດການ​ກ່າວ​ຫາ ໂດຍ​ອ້າງ​ວ່າ ​ພວກ​ຕົນ ​ໄດ້​ພະຍາຍາມຈະ​ສ້າງ​ຕັ້ງ ລັດສັງຄົມນິຍົມທີ່​ດີ​ເລີດສົມ​ບຸນ​ແບບ.

kmer
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG