ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານນາໆຊາດທີ່ກໍາປູເຈຍ ຈະບໍ່ສາມາດ ດໍາເນີນຄະດີພວກຂະເໝນແດງໄດ້ ຖ້າລັດຖະບານບໍ່ເຫັນດີນໍາ


ການດໍາເນີນຄະດີ ອະດີດຜູ້ນໍາຂະເໝນແດງ ຄົນທໍາອິດ ເມື່ອປີ 2011
ການດໍາເນີນຄະດີ ອະດີດຜູ້ນໍາຂະເໝນແດງ ຄົນທໍາອິດ ເມື່ອປີ 2011

ບັນດາ​ນັກ​ສັງ​ເກດ​ການ​ທີ່​ຕິດຕາມ​ເບິ່ງການ​ດໍາ​ເນີນ​ຄະດີ​ອາຊະຍາ​ກໍາ​ສົງຄາມ​ຂອງ​ພວກ
ຂະ​ເໝນ​ແດງ​ທີ່ເປັນ​ບັນຫາ​ນັ້ນ ກ່າວ​ວ່າ ການ​ຜິດ​ຖຽງກັນ​ທີ່​ຮຸນ​ແຮງ​ຂຶ້ນນັບ​ມື້ກັບ​ລັດຖະ
ບານ​ກໍາປູ​ເຈຍ​ນັ້ນເຮັດ​ໃຫ້​ບໍ່​ຊົງ​ຈະ​ເປັນ​ໄປ​ໄດ້​ຫລາຍ​ຂຶ້ນ​ເລື້ອຍໆ ທີ່​ຈະ​ນໍາ​ເອົາອະດີດ​ຜູ້​ນໍາ
ຂະ​ເໜນ​ແດງທີ່​ຍັງ​ເຫລືອ​ຢູ່​ນັ້ນ​ມາ​ດໍາ​ເນີນ​ຄະດີໄດ້.

ສານ​ອາ​ຊະ​ຍາ​ກໍາ​ນາໆ​ຊາດ​ທີ່​ໜຸນ​ຫລັງ​ໂດຍ​ສະຫະ​ປະຊາ​ຊາດ ​ໄດ້​ຕັດສິນໂທດຈໍາ​ຄຸກ​ຕະ
ຫລອດ​ຊີວິດ ຕໍ່ອະດີດ​ຜູ້​ນໍາ​ຂະເໜນ​ແດງ​ຄົນ​ນຶ່ງ​ໄປ​ແລ້ວ​ແລະ​ກໍ​ກໍາລັງດໍາ​ເນີນ​ຄະດີ​ລາຍ​ທີ່
ສອງ ຕໍ່​ອະດີດ​ຜູ້ນໍາ​ສາມ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່.

ແຕ່​ທ່ານນາງ Clair Duffy ຜູ້​ຕິດຕາມເບິ່ງ​ການ​ດໍາ​ເນີນ​ຄະດີໃຫ້ອົງການ ​ລິ​ເລີ່​ມຄວາມ​ຍຸຕິ​
ທໍາ​ຂອງສັງຄົມທີ່ເປີດ​ກວ້າງ​ ບອກ​ວີ​ໂອ​ເອວ່າ ຄະດີ 003 ​ແລະ 004 ທີ່​ມີ​ຂໍ້​ຂັດແຍ້​ງກັນ​ສູງ
ຂຶ້ນນັບມື້​ນັ້ນ ອາດ​ຈະ​ບໍ່​ເຄຶ່ອນ​ໄຫວ​ໄປ​ໜ້າໄດ້ ​ໂດຍ​ປາດ​ສະຈາກ​ການ​ສະໜັບສະໜຸນ​ຂອງ
ລັດຖະບານ​ກໍາປູ​ເຈ​ຍ ທີ່​ໄດ້​ສະ​ແດງ​ໃຫ້​ຮູ້​ຢ່າງ​ເປີດ​ເຜີຍ​ວ່າ ​ຄັດຄ້ານຕໍ່​ການ​ສືບ​ສວນ​ສອບ
ສວນໃໝ່​ໃດໆ​ກໍ​ຕາມ​ນັ້ນ.

ລັດຖະບານ​ກໍາປູ​ເຈຍ ຊຶ່ງມີ​ອະດີດ​ສະມາຊິກ​ຂະ​ເໝນ​ແດງ​ຫລາຍຄົນ​ໂຮມ​ຢູ່​ນໍາ​ນັ້ນ ​ແມ່ນ​ໄດ້
ພາກັນ​ອອກສຽງ​ຄ້ານ​ຢ່າງ​ແຂງ​ແຮງ​ຕໍ່​ການ​ດໍາ​ເນີນ​ຄະດີຕື່ມ​ອີກ ​ໂດຍ​ກ່າວ​ວ່າ ການ​ຟ້ອງ
ຮ້ອງ​ໃດໆ​ຕໍ່​ໄປ​ນັ້ນ​ອາດ​ແບ່ງ​ແຍກ​ສັງຄົມຂອງ​ກໍາປູ​ເຈຍ ແລະ​ກໍ່​ໃຫ້​ເກີດ​ສົງຄາມ​ກາງ​ເມືອງ
ໄດ້.

ເມື່ອ​ອາທິດ​ຜ່ານ​ມາ ສະຫະ​ປະຊາ​ຊາດ​ໄດ້​ຮັບປາກ​ວ່າ​ ຈະເອົາ​ຜູ້​ໃໝ່​ໄປ​ແທນຜູ້​ພິພາກ​ສາ
ສອບ​ສວນ​ນາໆ​ຊາດ​ສອງ​ທ່ານ ທີ່​ໄດ້​ລາ​ອອກ​ເມື່ອ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ ​ໂດຍ​ຈົ່ມ​ທຸກ​ວ່າ
ມີ​ການ​ກ້າວ​ກ່າວ​ທີ່​ບໍ່ເໝາະ​ສົມ​ໃນ​ການ​ປະຕິບັດ​ງານ​ຂອງ​ພວກ​ເຂົາ​ເຈົ້າ ​ແຕ່​ສະຫະ​ປະຊາ
ຊາດ​ເຕືອນ​ວ່າ ຕົນ​ຍັງ​ມີ​ຄວາມເປັນ​ຫ່ວງ​ຫລາຍ​ທີ່​ສຸດ ກ່ຽວ​ກັບ​ຂັ້ນ​ຕອນ​ທາງ​ຕຸລາການ​
ໃນ​ກໍາປູ​ເຈຍ​ນັ້ນ ​ໂດຍ​ກ່າວ​ວ່າ ມັນ​ຈໍາ​ເປັນ​ທີ່​ສຸດ​ທີ່​ລັດຖະບານ​ກໍາປູ​ເຈຍ​ຈະ​ຕ້ອງໃຫ້​ຄວາມ
ຮ່ວມ​ມື​ຢ່າງ​ເຕັມ​ສ່ວນ ຕໍ່ພວກຜູ້​ພິພາກສາ​ໃໝ່​.

XS
SM
MD
LG