ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານກໍາປູເຈັຍຕັດສິນຈໍາຄຸກ ນາຍ ດ໊ອຍຄ໌ ອະດີດຜູ້ນໍາຂະເໜນແດງ


ໃນ​ເດືອນ​ນີ້ ກຳປູ​ເຈຍ​ໄດ້​ເອົາ​ບາດກ້າວ​ອັນ​ສຳຄັນ ໃນ​ການ​ປະເຊີນ​ໜ້າກັບ​ອະດີດ​ທີ່​ໂຫດຮ້າຍ​ປ່າ​ເຖື່ອນ​ ພາຍ​ໃຕ້​ອໍານາດປົກຄອງ​ຄອມ​ມິ​ວນີສ ທີ່ເອີ້ນ​ກັນ​ວ່າພວກຂະ​ເໝນ​ແດງ ທີ່​ເປັນ​ຕົວ​ການແລະ​ເປັນຜູ້ຮັບຜິດຊອບ​ໃນ​ການສັງ ຫານ​ຊາວກຳປູ​ເຈຍ ຈຳນວນນຶ່ງ​ລ້ານ​ເຈັດ​ແສນ​ຄົນ ຈາກ​ປີ 1975​ ຫາ​ປີ 1979 ນັ້ນ.

ຫ້ອງ​ການດຳ​ເນີນ​ຄະດີ​ພິ​ເສດ​ໃນ​ສານ​ຂອງກຳປູ​ເຈຍ ຫລື ECCC ກໍ​ຄື ​ສານ​ອາ​ຊະ​ຍາ​ກໍາ​ສົງຄາມທີ່​ໜຸນ​ຫລັງໂດຍ​ອົງການ​ສະຫະ​ປະຊາ​ຊາດ ໄດ້ ຕັດສິນວ່ານາຍ ດ໊ອຍຄ໌ ອະດີດ​ຫົວໜ້າ​ຄຸກ​ ດູ​ອາລ-ສະ​ລັງ ທີ່​ມີ​ຊື່​ສຽງເນົ່າ​ເໝັນຂອງ​ຂະ​ ເໝນ​ແດງ​ໃນ​ເວລາ​ນັ້ນ ມີຄວາມ​ຜິດ​ໃນ​ຖານ​ກໍ່ອາຊະຍາ​ກຳຕໍ່ຕ້ານ​ມະນຸດ ຊາດ ຝ່າຝືນ​ສົນທິສັນຍາ​ເຈ​ນີວາຢ່າງ​ຮ້າຍ​ແຮງແລະ​ ອາຊະຍາ​ກໍາ​ອື່ນໆອີກ. ສານໄດ້ຕັດ​ສິນໃຫ້ນາຍ​ດ໊ອຍຄ໌ ຈຳ​ຄຸກ 35 ປີ​ໃນຖານະ​ເປັນ​ຜູ້​ກໍາກັບ​ດູແລນໍາການ​ທໍ​ລະ​ມານ ​ແລະ​ສັງຫານປະຊາຊົນ​ຂະ​ເໝນ​ຫລາຍ​ກວ່າ 12 ພັນ​ຄົນ ​ແຕ່ໄດ້​ຕັດ​ເວລາ​ຈໍາ​ຄຸກ​ລົງ​ຫ້າ​ປີ ​ເພື່ອ​ຊົດໃຊ້ສຳລັບ​ຊ່ວງ​ເວລາ​ທີ່​ຜູ້ກ່ຽວ​ໄດ້​ຖືກ​ຝ່າຍ​ທະຫານກັກ​ຂັງ​ຢ່າງ​ຜິດ​ກົດໝາຍ​ ​ແລະຜູ້ກ່ຽວ​ກໍ​ຈະໄດ້ຮັບ​ເວລາ​ຊົດ​ເຊີຍ ສຳລັບໄລຍະ​ເວລາ​ທີ່ ໄດ້ຕິດ​ຄຸກ​ມາ​ແລ້ວ​ເປັນ​ເວລາ 11 ປີ ​ຕັ້ງ​ແຕ່​ຖືກ​ຈັບ​ຄັ້ງ​ທໍາ​ອິດ​ ເມື່ອ​ປີ 1999 ນັ້ນ.

ສະຫະລັດ​ແມ່​ນມີ​ຄວາມ​ຍິນ​ດີ ນໍາກາ​ນຕັດສິນ​ຄັ້ງ​ປະວັດ​ສາດ​ຂອງ​ສານ ​ດັ່ງກ່າວ ແລະ​ການ​ເສັດ​ສິ້ນລົງ​ຂອງ​ການ​ດຳ​ເນີນ​ຄະດີ​ນາຍ​ດ໊ອຍຄ໌ ທີ່ເປັນ ​ເຫດການ​ສຳຄັນ​ບັ້ນ​ນຶ່ງ​ຂອງການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ​ຂອງ​ກໍາປູເຈຍ​. ສະຫະລັດ​ຂໍ​ຊົມ​ເຊີຍ​ຄວາມ​ໝັ້ນ​ໝາຍ​ຂອງ​ຄະນະຜູ້​ພິພາກສາ​ກໍາປູ​ ເຈຍ​ແລະ​ຕ່າງປະ​ເທດ​ ສໍາລັບ​ການ​ປະຕິບັດ​ງານ​ຢ່າງ​ເປັນອິສະລະ​ແລະຄົບ​ຖ້ວນ​ສົມບູນ​ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ຍຶດຖື​ມາດຕະຖານສາກົນຂອງ​ຂະບວນ​ການ​ຍຸຕິ​ທໍາ ​ໃນ​ການ​ດຳ​ເນີນ​ຄະດີ​ທີ່​ວ່າ​ນີ້.

ສານ​ອາ​ຊະ​ຍາ​ກໍາ​ສົງຄາມ​ຂອງກໍາປູ​ເຈຍ​ ຈະ​ໄຂ​ຂື້ນ​ອີກເທື່ອ​ນຶ່ງ​ໃນ​ທ້າຍ​ປີ​ນີ້​ ເພື່ອ​ເລີ່​ມທຳ ການ​ດຳ​ເນີນ​ຄະດີພວກ​ອະດີດ​ຜູ້​ນໍາ​ຂະ​ເໜນ​ແດງຄົນ​ອື່ນໆ​ອີກ. ຍັງ​ມີສະມາຊິກ​ໃນຄະ​ນະ​ນໍາພາຂອງ​ພວກຂະ​ເໝນ​ແດງ​ ທີ່​ຍັງ​ມີ ຊີວິດ​ຢູ່ອີກ 4 ຄົນ ຖືກ​ກ່າວ​ຫາວ່າ ​ໄດ້ກໍ່​ອາ​ຊະ​ຍາ​ກໍາ​ຕໍ່ຕ້ານ​ມະນຸດຊາດ​ແລະ​ອາຊຍາ​ກໍາ​ສົງຄາມ. ນອກຈາກຊາວ​ຂະ​ເໝນ​ທີ່ຖືກ​ທໍລະມານ​ຈົນ​ຕາຍ ​ແລະ​ຖືກ​ປະ​ຫານ​ຊີວິດຢູ່​ໃນ “​ແດນ​ມໍລະນະ” ​ນັ້ນແລ້ວ ກໍມີອີກຈໍາ ນວນ​ຫລວງຫລາຍ ທີ່​ໄດ້ເສຍຊີວິ​ດ​ໄປ​ຍ້ອນ​ຄວາມ​ອຶດຫິວ ຍ້ອນ​ພະຍາດ​ໂຣຄາ ຫລື​ເຮັດ​ວຽກໜັກ​ເກີນຂອບ​ເຂດ ຫລື​ຖືກ​ບັງຄັບໃຫ້​ຍົກຍ້າຍ​ໜີ ອອກ​ຈາກ​ກຸງ​ພະນົມ​ເປັນ​ໄປ ຊຶ່ງ​ປະຊາຊົນ​ທັງ​ໝົດທີ່​ອາ​ໃສ​ຢູ່​ໃນ​ຕົວ​ເມືອງໄດ້ຖືກ​ຂັບ​ໄລ່​ໃຫ້​ໜີ​ໄປ​ຢູ່​ຕາມ​ຊົນນະບົດ.

ພວກ​ຈໍາ​ເລີຍສຳຄັນ​ທັງ​ສີ່​ຄົນ​ນີ້ ​ແມ່ນ​ມີ​ໂຮມ​ທັງລັດຖະມົນຕີ​ກະຊວງ​ຕ່າງ ປະ​ເທດ​ຂອງ​ອໍານາດ​ປົກຄອງ​ຂະ​ເໝນ​ແດງ ນາຍ​ອຽງ​ສາຣີ ອາຍຸ 84 ປີ ພັນ​ລະ​ຍາ​ຂອງຜູ້ກ່ຽວ ນາງ ອຽງ ​ເທຍຣິດ ອາຍຸ 78 ປີ ຊຶ່ງ​ເປັນ​ລັດຖະ ມົນຕີ​ກະຊວງ​ປະຊາ​ສົງ​ເຄາະ ນາຍ ນວນ​ເຈຍ ອາຍຸ 84 ປີ ຫລື​ທີ່ຮູ້ກັນ​ໃນ​ອີກ​ຊື່​ນຶ່ງວ່າ “ອ້າຍ​ໝາຍ​ເລກ 2” ​ແລະນາຍ​ຂຽວ​ສຳພັນ ອາຍຸ 78 ປີ ​ຊຶ່ງເປັນ​ປະມຸກ​ລັດໃນ​ເວລາ​ນັ້ນ. ການ​ດຳ​ເນີນ​ຄະດີ​ຂອງ​ພວກ​ຈຳ​ເລີຍ​ທັງ​ສີ່​ຄົນນີ້ ມີ​ກໍາໜົດ​ຈະ​ເລີ່​ມຂື້ນ​ໃນ​ຕົ້ນ​ປີ 2011 ຄື​ປີໜ້າ​ນີ້.

ສະຫະລັດ​ໄດ້​ເປັນ​ຜູ້​ສະ​ໜັບ​ສະໜູນມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ ​ຕໍ່​ການ​ນຳ​ເອົາມາດຳ​ເນີນ​ຄະດີ ​ພວກຜູ້ນຳ​ອາວຸ​ໂສ​ເຫລົ່າ​ນີ້​ ​ແລະ​ພວກ​ທີ່​ເປັນ​ຜູ້ຮັບ ຜິດຊອບ​ຫລາຍ​ທີ່​ສຸດ ​ຕໍ່​ການ​ກະທຳ​ທີ່ໂຫດຮ້າຍ​ປ່າ​ເຖື່ອນ​ຕ່າງໆພາຍ​ໃຕ້​ການ​ປົກຄອງ​ຂອງ​ຂະ​ເໜນ​ແດງ​ນັ້ນ. ​ໃນ​ການ​ສົ່ງສັນຍາ​ນສະ​ແດງ​ເຖິງ ຄວາມໝັ້ນ​ໝາຍ​ທີ່​ມີ​ຢູ່​ຕໍ່​ມາ​ຂອງ​ຕົນ ຕໍ່​ການ​ສະ​ໜັບ​ສະໜູນຄວາມ​ພະຍາ​ຍາມ​ຂອງ​ສານ​ອາ​ຊະ​ຍາ​ກໍາ​ຂອງກຳປູ​ເຈຍ​ນັ້ນ ສະຫະລັດ​ໄດ້​ປະກາດ​ເມື່ອ​ເດືອນມີນາ​ຜ່ານ​ມາ​ນັ້ນ​ວ່າ ຕົນ​ຈະ​ໃຫ້​ເງິນ​ຊ່ວຍ​ເຫລືອ​ຕື່ມອີກ 5 ລ້ານ​ໂດ​ລາ​ ແກ່ສານ​ຍຸຕິ​ທໍາກໍາປູ​ເຈຍນັ້ນ.

XS
SM
MD
LG