ເບິ່ງວີດີໂອພາສາລາວ:
ນາຍ ບູ ເມັງ ບໍ່ໄດ້ໃຊ້ເວລາໄປເບິ່ງ ຫລືຕິດຕາມການດໍາເນີນຄະດີອະດີດ ພວກຜູ້ນໍາຂະເໝນແດງ ທີ່ກໍາລັງດໍາເນີນໄປຢູ່ໃນຂະນະນີ້ແຕ່ຢ່າງໃດ ແຕ່ກົງກັນຂ້າມ ຜູ້ກ່ຽວໃຊ້ເວລານັ່ງຢູ່ນອກຫໍພິພິທະພັນ Tuol Sleng ຂາຍ ປື້ມກ່ຽວກັບຊີວະປະວັດຂອງຕົນ ທີ່ລາວໃສ່ຊື່ວ່າ “ຜູ້ລອດຕາຍຄົນນຶ່ງຈາກຄຸກ S-21 ຂອງຂະເໝນແດງ.”
ນາຍ ບູ ເມັງ ຂາຍປື້ມໄດ້ມື້ລະ 70 ຫາ 80 ໂດລາ. ບາງມື້ໂຊກດີແດ່ ກໍ ຂາຍໄດ້ຫລາຍເຖິງ 200 ຫາ 300 ໂດລາ.
ນາຍ ບູ ເມັງ ເວົ້າວ່າ: “ຖ້າຂ້ອຍຂາຍປື້ມຫົວລະ 10 ໂດລາ ຜູ້ຊື້ຈະເອົາເງິນໃບຊາວໂດລາ ໃຫ້ຂ້ອຍ ແລະບອກຂ້ອຍວ່າບໍ່ຕ້ອງທອນ. ເຂົາເຈົ້າແກ່ວງມືແບບນີ້ແລະເວົ້າວ່າບໍ່ຕ້ອງທອນດອກ. ຂ້ອຍຂອບໃຈພວກເຂົາເຈົ້າ ໂດຍຈັບມືເຂົາເຈົ້າມາກົ້ມຈູບ ເພື່ອເປັນການສະແດງໃຫ້ເຂົາເຈົ້າເຫັນວ່າ ຂ້ອຍຊາບຊຶ້ງດີວ່າ ແມ່ນມືເຫລົ່ານີ້ຫລະທີ່ເຮັດວຽກ ໄດ້ເງິນມາຊື້ປື້ມຂອງຂ້ອຍ ແລະເຮັດໃຫ້ຂ້ອຍມີ ວິຊາຫາກິນ.”
ນາຍ ບູ ເມັງ ໄດ້ທົນທຸກກັບການຖືກທໍລະມານຢ່າງແສນສາຫັດຢູ່ທີ່ຄຸກ Tuol Sleng. ດັ່ງນັ້ນມັນເປັນເລື່ອງທີ່ທໍລະມານໃຈຫລາຍສໍາຫລັບລາວ ທີ່ຈະມາທີ່ນີ້ທຸກໆມື້ໄດ້ ເພື່ອນັ່ງຂາຍປື້ມຂອງລາວນັ້ນ.
ລາວອະທິບາຍວ່າ: “ເວລາໃດຂ້ອຍເຂົ້າໄປໃນຄຸກແຫ່ງນີ້ ຂ້ອຍຈະຮູ້ສຶກເຄ່ງຄຽດສະລົດໃຈຫລາຍ ແຕ່ກໍຕ້ອງທໍາໃຈເພື່ອຫາເງິນມາລ້ຽງຄອບຄົວຂອງຂ້ອຍ ເພາະວ່າເງິນສົງເຄາະຈາກລັດຖະບານນັ້ນບໍ່ພໍກິນ ຂ້ອຍຈຶ່ງຕ້ອງ ມານັ່ງຂາຍປື້ມຢູ່ທີ່ນີ້.”
ນາຍ ຮຸຍ ວັນນັກ ເປັນຜູ້ຂຽນປື້ມເຫລ້ມນີ້ ແລະເວລານີ້ ເປັນເຈົ້າໜ້າທີ່ກິດຈະກໍາສາ ທາລະນະ ຂອງສານດໍາເນີນຄະດີພວກຂະເໝນແດງ.
ນາຍ ຮຸຍ ວັນນັກ ເວົ້າວ່າ: “ຂ້ອຍຂຽນປື້ມກ່ຽວກັບນາຍບູ ເມັງ ໃນຄວາມຫວັງວ່າ ຢາກເຮັດໃຫ້ຊີວິດຂອງລາວມີຄວາມໝາຍ ແລະເພື່ອຊ່ວຍລາວໃນດ້ານຕ່າງໆ ທັງດ້ານການເງິນແລະດ້ານກໍາລັງໃຈ”
ນາບໂກລດ ບລາລ (Claude Brale) ນັກທ່ອງທ່ຽວຊາວການາດາ ທີ່ໄດ້ ໂອ້ລົມກັບນາຍ ບູ ເມັງ ແລະຊື້ປື້ມຈາກນາຍ ບູ ເມັງ ຫົວນຶ່ງ ຫລັງຈາກເຂົ້າຊົມຫໍພິພິທະພັນແລ້ວນັ້ນ ກ່າວວ່າ.
“ຂ້ອຍໄດ້ເຫັນຄວາມທໍລະມານເລິກໆ ຢູ່ໃບໜ້າແລະດວງຕາຂອງລາວ ແລະຈາກຈຸດນັ້ນຫລະ ຂ້ອຍຈຶ່ງຢາກອ່ານປະວັດຂອງລາວຫລາຍຂຶ້ນ”
ຢູ່ອີກແຈນຶ່ງຂອງບໍລິເວນຫໍພິພິທະພັນ ກໍມີນາຍ ຈໍາ ເມ ຜູ້ລອດຊີ ວິດອີກຄົນນຶ່ງຈາກຄຸກດຽວກັນນີ້ ຂາຍປື້ມກ່ຽວກັບຂະເໝນແດງ ແລະວາລະສານຕ່າງໆກ່ຽວກັບການລອດຊີວິດມາໄດ້ຂອງລາວ. ທັງນາຍ ຈໍາ ເມ ແລະນາຍ ບູ ເມັງ ຕ່າງກໍມີຄວາມຕ້ອງຕິຕໍ່ສານດໍາເນີນຄະດີພວກຂະເໝນແດງ ທີ່ໜຸນຫລັງໂດຍອົງການສະຫະປະຊາຊາດນັ້ນ .
ນາຍ ຈໍາ ເມ ເວົ້າວ່າ “ຄືທີ່ທ່ານຮູ້ຫັ້ນແຫລະ ນັບຕັ້ງແຕ່ເລີ່ມຕັ້ງຂຶ້ນມາແລ້ວ ສານນີ້ບໍ່ເຄີຍຊ່ວຍເຫລືອຫຍັງແກ່ພວກເຄາະຮ້າຍເລີຍ ຄືມີຜູ້ລອດຊີວິດຈາກ ຄຸກ Tuol Sleng ທັງໝົດພຽງສາມຄົນເທົ່ານັ້ນ. ຄົນນຶ່ງຄືນາຍ ວັນ ນາດ ກໍຕາຍໄປແລ້ວ ກໍຍັງເຫລືອແຕ່ພວກຂ້ອຍສອງຄົນເທົ່ານັ້ນ ຊຶ່ງເທົ່າເຖິງດຽວນີ້ ກໍບໍ່ເຫັນມີໝາກຜົນອັນໃດເລີຍ ສໍາລັບພວກເຄາະຮ້າຍ.”
ສ່ວນນາຍ ບູ ເມັງ ເວົ້າວ່າ: “ເປັນຫຍັງຂ້ອຍຈຶ່ງບໍ່ໄປຢູ່ສານວະ? ເປັນຫຍັງສານຈຶ່ງບໍ່ເມດຕາພວກທີ່ ລອດຊີວິດສອງຄົນນີ້ແດ່ ທີ່ນັ່ງຂາຍປື້ມຫາເງິນມາລ້ຽງປາກລ້ຽງທ້ອງເອງ ນັ້ນ? ເປັນຫຍັງສານຈຶ່ງເອັນດູ ສົນໃຈນໍາແຕ່ພວກຖືກກ່າວຫານັ້ນເອົາແທ້ເອົາວ່າ? ມັນແມ່ນສານແນວໃດກັນ? ຂ້ອຍຜິດຫວັງແລະເຫລືອໃຈຫລາຍແທ້ໆ.”
ແຕ່ນາຍ ຮຸຍ ວັນນັກ ຊີ້ແຈງວ່າ: “ທາງສານບໍ່ໄດ້ຈໍາແນກດອກວ່າ ພວກເຄາະຮ້າຍຄົນໃດ ສໍາຄັນກວ່າກັນ ບໍ່ວ່າຈະເປັນພວກນັກໂທດຈາກຄຸກ Tuol Sleng ຫລືຈາກຄຸກແຫ່ງອື່ນກໍຕາມ. ພວກເຄາະຮ້າຍສາມາດເຂົ້າມາປະກອບສ່ວນໃນການດໍາເນີນຄະດີທາງກົງ ຫລືທາງອ້ອມກໍໄດ້. ສານຍິນດີໃຫ້ພວກເຂົາເຈົ້າເຂົ້າມາປະກອບ ສ່ວນໂດຍກົງຢູ່ສະເໝີ ແລະພວກເຮົາກໍບໍ່ຄິດວ່າ ຄວນມີການປະຕິບັດຕໍ່ ຝ່າຍໃດຝ່າຍນຶ່ງເປັນພິເສດ.”
ພວກມາທ່ຽວຊົມຫໍພິພິທະພັນ Tuol Sleng ກ່າວວ່າ ໂດຍການອຸດໜຸນ ຊື້ປື້ມຈາກພວກລອດຕາຍຈາກຄຸກນີ້ ພວກເຂົາເຈົ້າກໍຫວັງວ່າ ຈະຊ່ວຍເຫລືອເຂົາເຈົ້າໃນທາງໃດທາງນຶ່ງໄດ້.
ນາຍ Adam Marris ນັກທ່ອງທ່ຽວຈາກປະເທດອອສເຕຣເລຍ ກ່າວວ່າ: "ຂ້າພະເຈົ້າຫວັງວ່າ ເຂົາເຈົ້າໄດ້ຮັບຄວາມພໍໃຈຈາກການທີ່ສາມາດໄດ້ເລົ່າເລຶ່ອງລາວຂອງຕົນ ແລະບາງທີ ເຮັດໃຫ້ໂລກເປັນໜ້າຢູ່ອາໃສຫລາຍຂຶ້ນ."
ເບິ່ງວີດີໄອພາສາອັງກິດ: