ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຕີໝາຍເລກໜຶ່ງ ຂອງຂະເໝນແດງ ເສຍຊີວິດແລ້ວ ຮວມອາຍຸໄດ້ 83 ປີ


ສະຕີໝາຍເລກໜຶ່ງ ທ່ານ​ນາງ leng Thirith ​ໄດ້​ເສຍ​ຊີວິດ​​ໃນ​ວັນ​ເສົາມື້​ນີ້ ຮວມ​ອາຍຸ​ໄດ້ 83 ປີ.
ສະຕີໝາຍເລກໜຶ່ງ ທ່ານ​ນາງ leng Thirith ​ໄດ້​ເສຍ​ຊີວິດ​​ໃນ​ວັນ​ເສົາມື້​ນີ້ ຮວມ​ອາຍຸ​ໄດ້ 83 ປີ.

ອະດີດ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຂະ​ເໜນ​ແດງ ທ່າ​ນນາງ leng Thirith
​ໄດ້​ເສຍ​ຊີວິດ​ແລ້ວ ​ອີງ​ຕາມສານອາຊະ​ຍາ​ກຳ​ສົງຄາມຂອງກຳປູ
ເຈຍ ທີ່ໄດ້ຮັບການໜຸນຫລັງ ຈາກສະຫະ​ປະຊາ​ຊາດ.

​ສານ​ພິເສດຂອງ​ກຳປູເຈຍ ຫລື ECCC ກ່າວຢູ່ໃນຖະແຫລງການ
ສະບັບໜຶ່ງວ່າ ທ່ານ​ນາງ leng Thirith ​ໄດ້​ເສຍ​ຊີວິດໃນ​ວັນ​ເສົາ
​ມື້​ນີ້ຮວມ​ອາຍຸ​ໄດ້ 83 ປີ.

​ທ່ານນາງ leng Thirith ຊຶ່ງເປັນ​ທີ່​ຮູ້​ກັນ​ໃນນາມ “ສະຕີ​ໝາຍເລກ​
ໜຶ່ງ” ຂອງ​ຂະ​ເໜນ​ແດງ​ເຄີຍ​ຮັບ​ໃຊ້​ເປັນລັດຖະມົນຕີກິດຈະການ
ສັງຄົມ ລະຫວ່າງອຳນາດ ການປົກຄອງແບບນອງ​ເລືອດ ຂອງ
ພວກຂະເໝນແດງເປັນເວລາ​ສີ່​ປີ.

ສາມີ​ຂອງ​ທ່ານ​ນາງ ແມ່ນ​ອະ​ດີດລັດຖະມົນຕີຕ່າງປະ​ເທດ leng Sary ຜູ້​ທີ່​ໄດ້​ ເສຍ​ຊີວິດ
​ໃນ​ປີ 2013 ຮວມອາຍຸ​ໄດ້ 87 ປີ ກ່ອນທີ່ການດຳເນີນຄະ​ດີ​ໃນຂໍ້ຫາຂ້າ​ລ້າງ​ເຊື້ອຊາດ
ເຜົ່າພັນ ຈະ​ອອກຄຳພິພາກສາລົງໂທດ.

ທ່ານນາງ leng Thirith ​ຕົ້ນຕໍແລ້ວ ໄດ້​ຖືກ​ກ່າວ​ຫາວ່າ ​ຂ້າ​ລ້າງເຊື້ອຊາດເຜົ່າພັນ ​ແລະ​
ກໍ່ອາຊະຍາກຳ​ຕ້ານ​ມະນຸດຊາດ ກ່ອນ​ທີ່ໄດ້​ພົບ​ເຫັນ​ວ່າ​ເປັນ​ໂລກ​ຈິດ ບໍ່​ເໝາະ​ສົມ​ກັບການ
​ດຳ​ເນີນ​ຄະ​ດີ ​ເພາະວ່າ ມີຄວາມ​ຫລົງ​ລືມ ​ແລະ​ໄດ້​ຖືກ​ປ່ອຍໂຕ. ທ່ານ​ນາງໄດ້​ຢູ່​ພາຍ​ໃຕ້
​ການ​ດູ​ແລ​ຂອງ​ສານ ຈົນ​ກວ່າ​ການ​ເສຍ​ຊີວິດ ຂອງ​ທ່ານ​ນາງ.

ສານ​ພິເສດຂອງ​ກຳປູເຈຍ ຫລື ECCC ບໍ່ໄດ້ແຈ້ງໃຫ້ຊາບວ່າ ທ່ານນາງເສຍ ຊີວິດຍ້ອນ
ເຫດຜົນອັນໃດ.

XS
SM
MD
LG