ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ຂະເໝນແດງ ປະຕິເສດ ບໍ່ຮັບຜິດຊອບ ຕໍ່ການກໍ່ໂທດກຳ


ທ່ານ Nuon Chea ຊ້າຍ ແລະ ທ່ານ Khieu Samphan ຟັງການຕັດສິນລົງໂທດ.
ທ່ານ Nuon Chea ຊ້າຍ ແລະ ທ່ານ Khieu Samphan ຟັງການຕັດສິນລົງໂທດ.

ນຶ່ງ​ໃນ​ຈຳນວນ​ສອງ​ຄົນ​ຂອງ​ຜູ້ນຳ​ຂະ​ເໝນ​ແດງ​ທີ່​ຍັງ​ມີ​ຊີວິດ ​ໄດ້​ປະຕິ​ເສດ​ວ່າ ທ່ານບໍ່​ມີ​ສ່ວນພົວພັນ​ໃດໆ​ກັບການ​ກໍ່​ໂທດ​ກຳ​ຂອງ​ກຸ່່ມດັ່ງກ່າວ.

ອະດີດ​ປະທານປະ​ເທດ Khieu Samphan ຜູ້​ທີ່​ມີ​ອາຍຸ 85 ປີ ​ໄດ້​ຖະ​ແຫລ​ງ​ມ້ວນ
​ທ້າຍ​ໃນວັນ​ສຸກ​ມື້​ນີ້ ​ຕໍ່​ສານທີ່​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກສະຫະ​ປະຊາ​ຊາດ ​ໃນກຳ
ປູ​ເຈຍ.

ທ່ານ​ໄດ້​ຖືກ​ກ່າວ​ຫາ ໃນການ​ກໍ່​ໂທດ​ກຳຕ້ານ​ມະນຸດຊາດ ​ແລະ​ຂ້າ​ລ້າງ​ເຊື້ອຊາດ​ເຜົ່າ
​ພັນ.

ທ່ານ Khieu Samphan ກ່າວ​ວ່າ “ຄຳ​ວ່າ ​ຄາດ​ຕະກຳ” ຂ້າພ​ະ​ເຈົ້າຂໍປະຕິ​ເສດ​ຢ່າງ​
ສິ້ນ​ເຊີງກ່ຽວ​ກັບ​ເລື່ອງ​ນີ້.” ທ່ານ​ກ່າວ​ວ່າ “​ແນວ​ຄິດ ​ກ່ຽວ​ກັບ​ການ​ຂ້າ​ລ້າງ​ຊາວ​ກຳປູ​ເຈຍ”
ແມ່ນ​ສ້າງ​ຂຶ້ນ​ໂດຍ​ຫວຽດນາມ ​ເພື່ອ​ໃຫ້​ເຫດຜົນ ​ກ່ຽວ​ກັບການ​ຮຸກ​ຮານ​ກຳ​ປູເຈຍຂອງ​
ຕົນ. ທ່ານ Nuon Chea ທີ່ມີ​ອາຍຸ 90 ປີ ປະ​ເຊີນ​ໜ້າກັບ​ຂໍ້​ຫາ​ຄື​ກັນ ​ກັບ​ທ່ານ Khieu
Samphan ​ແຕ່​ບໍ່​ໄດ້​ຢູ່​ສານ​ ໃນ​ວັນ​ສຸກ​ມື້​ນີ້ ​ເພາະວ່າ​ສຸຂະພາບຂອງທ່ານ​ອ່ອນເພຍ
​ແຕ່ທ່ານ​ໄດ້​ເບິ່ງ​ການ​ດຳ​ເນີນຄະດີ ​ຈາກ​ຄຸກ​ທີ່​ທ່ານ​ຖືກ​ຄຸມຂັງ.

ທັງ​ສອງ​ທ່ານ​ເປັນ​ສະມາຊິກ​ອາວຸ​ໂສ ​ທີ່​ຍັງ​ມີ​ຊີວິດ ​ຢູ່​ຂອງພວກຂະ​ເໝນ​ແດງ.

ທັງ​ສອງ​ທ່ານ ​ຍັງ​ຢືນ​ຢັດວ່າ ຫວຽດນາມ​ເປັນ​ຜູ້​ຮັບຜິດຊອບ ​ຕໍ່​ການ​ສັງຫານ​ປະຊາ​ຊົນ
ເກືອບ​ສອງ​ລ້ານ​ຄົນ ຜ່ານ​ຫລາຍໆ​ມາດ​ຕະການ ຮວມທັງການ​ເຮັດ​ໃຫ້​ຜູ້ຄົນ​ອຶດ​ຫິວ
ການທໍລະມານ ​ແລະ​ເຮັດ​ໃຫ້​ຜູ້​ຄົນ​ອິດ​ເມື່ອຍ​ຕາມ​ຄ້າຍ​ສັບພະ​ທຸກຕ່າງໆ. ສ່ວນ​ອີກຈຳ
ນວນ​ນຶ່ງ ໄດ້​ຖືກ​ສັງຫານໝູ່​ ​ໃນອັນ​ທີ່​ຮູ້​ກັນໃນ​ຊື່ “ທົ່ງມໍລະນະ​.”

ຍັງ​ບໍ່​ທັນ​ເປັນ​ທີ່​ແຈ່​ມ​ແຈ້ງ ​ໃນ​ທັນທີ​ເທື່ອວ່າ ​ເວລາ​ໃດຈຶ່ງ​ຈະ​ມີ​ການ​ອອກ​ຄຳ​ຕັດສິນໃນ
ຄະດີນີ້.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG