ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພາກ​ພື້ນ ເຄີ​ສັນ ບໍ່​ມີ​ນ້ຳ ແລະ ໄຟ​ຟ້າ​ໃຊ້ ຫຼັງ​ຈາ​ກການ​ໂຈມ​ຕີ​ທາງ​ອາ​ກາດ


ເດັກ​ຍິງ​ຄົນ​ນຶ່ງ​ແນມ​ເບິ່ງ​ໄປ​ທາງນອກ​ຈາກ​ລົດ​ເມ​ຄັນ​ນຶ່ງ ໃນ​ຂະ​ນະ​ທີ່​ພົນ​ລະ​ເຮືອນທີ່​ອົບ​ພະ​ຍົບ​ອອກ​ຈາກ​ພາກ​ພື້ນ ເຄີ​ສັນ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ ​ໄດ້​ເດີນ​ທາງ​ຮອດ​ສະ​ຖາ​ນີ​ລົດ​ໄຟ, 2 ພະ​ຈິກ 2022.
ເດັກ​ຍິງ​ຄົນ​ນຶ່ງ​ແນມ​ເບິ່ງ​ໄປ​ທາງນອກ​ຈາກ​ລົດ​ເມ​ຄັນ​ນຶ່ງ ໃນ​ຂະ​ນະ​ທີ່​ພົນ​ລະ​ເຮືອນທີ່​ອົບ​ພະ​ຍົບ​ອອກ​ຈາກ​ພາກ​ພື້ນ ເຄີ​ສັນ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ ​ໄດ້​ເດີນ​ທາງ​ຮອດ​ສະ​ຖາ​ນີ​ລົດ​ໄຟ, 2 ພະ​ຈິກ 2022.

ໃນ​ພາກ​ພື້ນ​ເຄີ​ສັນ, ປະ​ຊາ​ຊົນ​ແມ່ນບໍ່​ມີ​ໄຟ ແລະ ນ້ຳ​ໃຊ້​ໃນ​ວັນ​ອາ​ທິດ​ວານນີ້, ໃນ​ຂະ​ນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່ໆ​ຖືກ​ແຕ່ງ​ຕັ້ງ​ໂດຍ​ຣັດ​ເຊຍ​ໃນ​ເມືອງ​ດັ່ງ​ກ່າວ​ໄດ້​ກ່າ​ວ​ຫາ ຢູ​ເຄ​ຣນ ກ່ຽວ​ກັບ “ການ​ກໍ່​ວິ​ນາດ​ສະ​ກຳ” ໂດຍ​ປາ​ສະ​ຈາກຫຼັກ​ຖານ.

ລັດ​ຖະ​ບານ​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍວັງ​ເຄ​ຣັມ​ລິນ​ໃນ​ເມືອງ ເຄີ​ສັນ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ທາງ​ອາ​ກາດ, ເຊິ່ງ​ແມ່ນ “ຜົນ​ຂອງ​ການ​ໂຈມ​ຕີ​ທີ່​ຖືກ​ດຳ​ເນີນ” ໂດຍ ຢູ​ເຄ​ຣນ ນັ້​ນ, ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່ “ເສົາ​ຄອນກ​ຣີດ” ຂອງ​ສາຍ​ໄຟ​ຟ້າ​ແຮງ​ສູງ​ສາມ​ເສົາ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ​ນັກ​ຊ່ຽວ​ຊານ​ດ້ານ​ພະ​ລັງ​ງານ​ແມ່ນ​ກຳ​ລັງ​ເຮັດ​ວຽກ “ຢ່າງວ່ອງ​ໄວ” ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ວ່າ​ນັ້ນ, ອີງ​ຕາມ​ອົງ​ກາ​ນ​ຂ່າວ AFP.

ແນວ​ໃດ​ກໍ່​ຕາມ, ທ່ານ ຢາ​ໂຣ​ສ​ລາ​ຟ ຢາ​ນູ​ເຊວິ​ຈ໌, ຫົວ​ໜ້າ​ຫ້ອງ​ການ​ພາກ​ພື້ນ​ເຄີ​ສັນ, ໄດ້​ຖິ້ມ​ໂທດ​ໃສ່ ຣັດ​ເຊຍ ສຳ​ລັບ​ໄຟ​ຟ້າ​ມອດ.

ທ່ານ ຢາ​ນູ​ເຊວິ​ຈ ໄດ້​ຂຽນຂໍ້​ຄວາມ​ໃນ Telegram ວ່າ “ໃນ​ເມືອງ ເບ​ຣີ​ສ​ລາ​ຟ ທີ່​ຖືກ​ຄອບ​ຄອງ​ຊົ່ວ​ຄາວ​ນັ້ນ, ກອງ​ທະ​ຫານ ຣັດ​ເຊຍ ໄດ້​ລະ​ເບີດ​ສາຍ​ໄຟ​ຟ້າ​ແຮງ​ສູງ. ເສົາ​ໄຟ​ຟ້າ ແລະ ສາຍ​ໄຟ​ຟ້າ​ປະ​ມານ​ນຶ່ງ​ກິ​ໂລ​ແມັດ​ເຄິ່ງ​ແມ່ນ​ຖືກ​ທຳ​ລາຍ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ຄວາມ​ເສຍ​ຫາຍແມ່ນ​ຂ້ອນ​ຂ້າງກວ້າງ​ຂວາງ,” ອີງ​ຕາມ​ອົງ​ການ​ຂ່າວ AFP.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ແລະ ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ໄດ້​ກ່າວ​ໃນ​ເດືອນ​ທີ່​ຜ່ານ​ມາ​ວ່າ ພື້ນ​ຖານ​ໂຄງ​ລ່າງຂອງ​ຢູ​ເຄ​ຣນ ລະ​ຫວ່າງ 30 ແລະ 40 ເປີ​ເຊັນ ​ໄດ້​ຖືກ​ທຳ​ລາຍ​ໂດຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ຣັດ​ເຊຍ.

ທ່ານ​ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ, “ມາ​ຮອດ​ຕອນ​ແລງມື້ນີ້, ໄຟ​ຟ້າ​ມອດ​ແມ່ນ​ຍັງ​ສືບ​ຕໍ່​ຄົງ​ທີ່ ​ໃນ​ນະ​ຄອນຫຼວງ ກີ​ຢິບ ແລະ 6 ພາກ​ພື້ນ. ຜູ້​ບໍ​ລິ​ໂພກຫຼາຍກວ່າສີ່​ລ້ານ​ຫ້າ​ແສນ​ຄົນ ​ແມ່ນບໍ່​ມີ​ໄຟ​ຟ້າ​ໃຊ້. ສ່ວນຫຼາຍ​ໃນ​ເວ​ລານີ້ ​ແມ່ນ​ຢູ່​ນະ​ຄອນຫຼວງ ກີ​ຢິບ ແລະ ພາກ​ພື້ນ ກີ​ຢິບ. ມັນ​ຫຍຸ້ງ​ຍາກຫຼາຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG