ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ຄານ ຈາກພັກ PTI ຊະນະ ການເລືອກຕັ້ງ ໃນປາກິສຖານ ແຕ່ຕ້ອງໄດ້ ຕັ້ງລັດຖະບານ ປະສົມ

ທ່ານ ອິມຣານ ຄານ (Imran Khan) ນັກການເມືອງ ທີ່ເປັນອະດີດນັກກິລາຄຣິກເກັດ ທີ່ມີຊື່ສຽງ ແລະປະທານ ຂອງພັກເທຣິກ-ອີ-ອິນຊາບ (Tehreek-e-Insaf) ຂອງປາກິສຖານຫຼື PTI ກ່າວຕໍ່ ພວກນັກສື່ຂ່າວ ພາຍຫລັງ ທີ່ໄດ້ປ່ອນບັດເລືອກຕັ້ງທົ່ວໄປແລ້ວ ຢູ່ນະຄອນຫລວງ ອິສລາມາບັດ ຂອງປາກິສຖານ ໃນວັນທີ 25 ກໍລະກົດ, 2018

ກໍາມາທິການເລືອກຕັ້ງ ຂອງປາກິສຖານກ່າວໃນວັນສຸກມື້ນີ້ວ່າ ທ່ານ ອິມຣານ
ຄານ (Imran Khan) ນັກການເມືອງທີ່ເປັນອະດີດນັກກິລາທີ່ມີຊື່ສຽງເປັນຜູ້ຊະ
ນະການເລືອກຕັ້ງລັດຖະສະພາ ແຕ່ວ່າພັກຂອງທ່ານບໍ່ໄດ້ຮັບຄະແນນສຽງພຽງພໍ ທີ່ຈະເປັນພັກກຳສຽງສ່ວນຫລາຍຢ່າງສົມບູນແບບ ແລະຈະຕ້ອງໄດ້ຈັດ ຕັ້ງລັດ
ຖະບານປະສົມຂຶ້ນ.

ການປະກາດດັ່ງກ່າວ ມີຂຶ້ນບໍ່ພໍເທົ່າໃດຊົ່ວໂມງ ພາຍຫລັງທີ່ທ່ານຄານ ໄດ້ປະກາດ
ໄປວ່າ ພັກເທຣິກ-ອີ-ອິນຊາບ (Tehreek-e-Insaf) ຂອງປາກິສຖານຫຼື PTI
ເປັນພັກທີ່ໄດ້ຮັບໄຊຊນະ ໃນວັນພະຫັດວານນີ້. ໃນການກ່າວຄໍາປາໄສ ຫລັງ
ຊະນະການເລືອກຕັ້ງ ທີ່ອອກທາງໂທລະພາບນັ້ນ ທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າ
ຈະແກ້ໄຂບັນຫາຄວາມທຸກຈົນ ແລະການສໍ້ລາດບັງຫລວງ ໂດຍຜ່ານລະບົບ
ການປົກຄອງ ຢູ່ໃນປະເທດ ທີ່ໄດ້ຮັບການປັບປຸງໃໝ່.

ພະນັກງານກໍາກັບການເລືອກຕັ້ງຂອງປາກິສຖານພາກັນນັບບັດລົງຄະແນນສຽງພາຍຫລັງ ສະຖານທີ່ປ່ອນກັບໄດ້ປິດລົງ ທີ່ນະຄອນຄາຣາຈີ ໃນວັນທີ 25 ກໍລະກົດ 2018
ພະນັກງານກໍາກັບການເລືອກຕັ້ງຂອງປາກິສຖານພາກັນນັບບັດລົງຄະແນນສຽງພາຍຫລັງ ສະຖານທີ່ປ່ອນກັບໄດ້ປິດລົງ ທີ່ນະຄອນຄາຣາຈີ ໃນວັນທີ 25 ກໍລະກົດ 2018

​ທ່ານຄານໄດ້ກ່າວຄໍາປາໄສດ່ັງກ່າວໃນຂະນະທີ່ 90 ເປີເຊັນຂອງຜົນການປ່ອນບັດ
ເລືອກຕັ້ງລັດຖະສະພາ ໄດ້ມີການລາຍງານໄປແລ້ວ.

ພັກຂອງທ່ານແມ່ນໄດ້ຮັບຄະແນນສູງກາຍພັກສັນນິບາດມຸສລິມ-ນາວາສຂອງປາ
ກິສຖານ ຫລື PML-N ຊຶ່ງເປັນພັກ ຂອງອະດີດນາຍົກລັດຖະມົນຕີນາວາສ ຊາຣີຟ
(Nawaz Sharif) ທີ່ຖືກຕິດຄຸກ ແລະເປັນພັກຄູ່ແຂ່ງຫລັກນັ້ນ ຢ່າງຫລວງຫລາຍ.

ເກືອບໝົດທຸກພັກທີ່ເປັນຄູ່ແຂ່ງໃຫຍ່ຂອງພັກດັ່ງກ່າວໄດ້ກ່າວຫາວ່າ ການປ່ອນບັດ
ມີການໂກງຄະແນນ ແລະມີການຊ່ວຍເຮັດໃຫ້ທ່ານຄານ ໄດ້ຮັບໄຊຊະນະ, ຊຶ່ງເປັນ
ການກ່າວຫາທີ່ກໍາມາທິການການເລືອກຕັ້ງທີ່ເປັນອິດສະຫຼະໄດ້ປະຕິ ເສດໄປ.

ພວກສະໜັບສະໜຸນພັກການເມືອງ PTI ພາກັນສະເຫລີມສະຫລອງໄຊຊະນະຢູ່ຕາມຖະໜົນຫົນທາງ ຢູ່ນະຄອນຄາຣາຈີ ໃນວັນທີ 25, 2018
ພວກສະໜັບສະໜຸນພັກການເມືອງ PTI ພາກັນສະເຫລີມສະຫລອງໄຊຊະນະຢູ່ຕາມຖະໜົນຫົນທາງ ຢູ່ນະຄອນຄາຣາຈີ ໃນວັນທີ 25, 2018

​ຫົວໜ້າກໍາມາທິການ ການເລືອກຕັ້ງ ທ່ານ ຊາດາ ໂມຮໍາມັດ ຣາຊາ (Sardar
Mohammad Raza) ໄດ້ກ່າວປົກປ້ອງຢ່າງແຮງ ໂດຍເວົ້າວ່າ ຂັ້ນຕອນການ
ປ່ອນບັດ ໄດ້ດຳເນີນໄປແບບເສລີ ແລະຍຸຕິທໍາ. ທ່ານຣາຊາກ່າວຢືນຢັນໃນຂະນະ
ທີ່ລົມກັບພວກນັກຂ່າວ ໃນເຊົ້າວັນພະຫັດວານນີ້ວ່າ "ການເລືອກຕັ້ງເຫລົ່ານີ້
ແມ່ນມີຄວາມໂປ່ງໃສ ແລະມີຄວາມຍຸຕິທໍາ 100 ເປີເຊັນເລີຍ....ບໍ່ມີຮອຍດ່າງ
ເປື້ອນແຕ່ຢ່າງໃດ."

ກໍາມາທິການຍອມຮັບວ່າ ລະບົບລາຍງານຜົນການເລືອກຕັ້ງແບບອີເລັກໂຕຣນິກ
ຂອງຕົນເພໃນເວລາບໍ່ດົນພາຍຫລັງທີ່ການນັບຄະແນນສຽງໄດ້ເລີ້ມຕົ້ນຂຶ້ນໃນ
ຕອນບ່າຍໆຂອງວັນພຸດຜ່ານມາ ຊຶ່ງໄດ້ເຮັດໃຫ້ມີການຊັກຊ້າຢ່າງບໍ່ເຄີຍມີມາກ່ອນ ໃນການປະກາດຜົນການເລືອກ.

ທ່ານຄານຍັງໄດ້ໃຫ້ຄໍາໝັ້ນສັນຍາອີກວ່າ ຈະໃຫ້ການຊ່ວຍເຫລືອໃດໆ ທີ່ຕ້ອງ
ການເພື່ອທໍາການສືບສວນກ່ຽວກັບການກ່າວຫາວ່າ ມີການໂກງຄະແນນ ໃນ
ການເລືອກຕັ້ງນີ້, ເຖິງແມ່ນວ່າ ທ່ານຈະໄດ້ປະກາດໄປແລ້ວວ່າ ການປ່ອນບັດ
ເລືອກຕັ້ງດັ່ງກ່າວ "ມີຄວາມຍຸຕິທໍາທີ່ສຸດ ໃນປາກິສຖານ."

ພວກນັກວິເຄາະເຫດການເວົ້າວ່າ ຜົນການເລືອກຕັ້ງແບບເປັນບາງສ່ວນ ໄດ້
ສະແດງໃຫ້ເຫັນວ່າ ພັກຂອງທ່ານຄານ ໂດຍໄດ້ຮັບການຊ່ວຍເຫລືອຈາກພັກ
ນ້ອຍໆ ແລະພວກອິດສະຫຼະຕ່າງໆ ມີທ່າທາງວ່າ ຈະຕັ້ງຄະນະລັດຖະບານ
ຂອງຕົນຂຶ້ນ ບໍ່ພຽງແຕ່ຢູ່ໃນຂັ້ນສູນກາງເທົ່ານັ້ນ ແຕ່ຍັງຈະຕັ້ງຢູ່ໃນ 3 ຂອງຈຳ
ນວນທັງໝົດ 4 ແຂວງ ຂອງປາກິສຖານອີກດ້ວຍ.

ທ. ນາວາສ ຊາຣິຟ, ອະດີດນາຍົກລັດຖະມົນຕີປາສິສຖານກ່າວຕໍ່ພວກນັກຂ່າວໃນວັນທີ 17 ເມສາ, 2018 ກ່ອນຈະເຂົາໄປໃນສານ
ທ. ນາວາສ ຊາຣິຟ, ອະດີດນາຍົກລັດຖະມົນຕີປາສິສຖານກ່າວຕໍ່ພວກນັກຂ່າວໃນວັນທີ 17 ເມສາ, 2018 ກ່ອນຈະເຂົາໄປໃນສານ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG