ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຄານ ກ່າວວ່າ ການພົບປະ ກັບທ່ານ ທຣຳ ໃນຖານະນາຍົກ ປາກິສຖານ ຈະເປັນ ສິ່ງທີ່ຍອມຮັບໄດ້ຍາກ


ຜູ້ນຳພັກຝ່າຍຄ້ານ ຂອງ ປາກິສຖານ ທ່ານ ອິມຣານ ຄານ, ກາງ, ໃຫ້ຄຳເຫັນຕໍ່ນັກຂ່າວໃນນະຄອນຫຼວງ ອິສລາມາບັດ. 2 ມັງກອນ, 2018.
ຜູ້ນຳພັກຝ່າຍຄ້ານ ຂອງ ປາກິສຖານ ທ່ານ ອິມຣານ ຄານ, ກາງ, ໃຫ້ຄຳເຫັນຕໍ່ນັກຂ່າວໃນນະຄອນຫຼວງ ອິສລາມາບັດ. 2 ມັງກອນ, 2018.

ນັກການເມືອງປະຊານິຍົມຝ່າຍຄ້ານຂອງ ປາກິສຖານ ທ່ານ ອິມຣານ ຄານ "Imran
Khan," ເປັນນັກວິຈານຮຸນແຮງ ກ່ຽວກັບ ການເປັນຄູ່ຮ່ວມງານຂອງປະເທດ ໃນສົງ
ຄາມຕໍ່ຕ້ານລັດທິກໍ່ການຮ້າຍ ນຳໜ້າໂດຍ ສະຫະລັດ ໄດ້ກ່າວວ່າ, ຖ້າທ່ານໄດ້ເປັນ
ນາຍົກລັດຖະມົນຕີ, ທ່ານຈະພົບປະກັບປະທານາທິບໍດີ ດໍໂນລ ທຣຳ ແຕ່ມັນຈະເປັນ
ການຍາກທີ່ຈະຍອມຮັບໄດ້.

ທ່ານ Khan ເປັນຫົວໜ້າຂອງພັກ ປາກິສຖານ ເທຣີກ ອີ ອິນຊາຟ "Pakistan
Tehreek-e-Insaf ຫຼື PTI" ທີ່ໄດ້ເຕີບໂຕເປັນກຳລັງດ້ານການເມືອງທີ່ສຳຄັນ ໃນເວ
ທີແຫ່ງຊາດ ເມື່ອສອງສາມປີທີ່ຜ່ານມານີ້. ບັນດາຜູ້ສັງເກດການຄາດວ່າ ນັກກິລາ
ຄຣິກເກັດ "Cricket" ທີ່ມີຊື່ສຽງ ທີ່ໄດ້ຫັນມາເປັນນັກການເມືອງນັ້ນ ອາດໄດ້ຊະນະ
ການເລືອກຕັ້ງແຫ່ງຊາດທີ່ຈະມີຂຶ້ນໃນທ້າຍປີນີ້ ເພື່ອກາຍເປັນຜູ້ບໍລິຫານລະດັບສູງ
ຂອງປະເທດ.

ທ່ານ ຄານ ໄດ້ກ່າວຕໍ່ກຸ່ມຂອງນັກຂ່າວໃນນະຄອນຫຼວງ ອິສລາມາບັດ "Islamabad"
ໃນວັນເສົາວານນີ້ ເພື່ອອະທິບາຍເຖິງທັດສະນະຄະຕິຂອງທ່ານ ກ່ຽວກັບ ສິ່ງທ້າທາຍ
ທັງຫຼາຍ ໃນໂຍບາຍການຕ່າງປະເທດຂອງ ປາກິສຖານ.

ເມື່ອຖືກຖາມວ່າ ທ່ານຈະມີຄວາມຍິນດີນັ່ງເຈລະຈາກັບທ່ານ ທຣຳ ເພື່ອພະຍາຍາມ
ແກ້ໄຂສາຍພົວພັນລະຫວ່າງທັງສອງປະເທດຫຼືບໍ່ນັ້ນ, ທ່ານ ຄານ ໄດ້ເວົ້າວ່າ ສະຫະ
ລັດ ແມ່ນມະຫາອຳນາດໃຫຍ່ສຸດ ແລະ ທຸກປະເທດກໍຢາກຈະເຮັດວຽກນຳເຂົາເຈົ້າ.

ນັກການເມືອງ ປາກິສຖານ ໄດ້ເວົ້າວ່າ “ຂ້າພະເຈົ້າຢ້ານຫຼາຍ ແຕ່ຂ້າພະເຈົ້າຕ້ອງຍອມ
ຮັບ ແລະ ພົບປະກັບທ່ານ. ບໍ່ວ່າພວກເຮົາຈະສາມາດສື່ສານກັນຫຼືບໍ່ນັ້ນ, ຂ້າພະເຈົ້າບໍ່
ແນ່ໃຈ, ແຕ່ແນ່ນອນ, ປະເທດຂອງພວກເຮົາຕ້ອງເຮັດວຽກກັບ ສະຫະລັດ.”

ສາຍພົວພັນທີ່ມັກຈະມີບັນຫາຂອງ ປາກິສຖານ ກັບ ສະຫະລັດ ໄດ້ຕົກເຖິງຂີດຕໍ່າທີ່
ສຸດຄັ້ງໃໝ່, ນັບຕັ້ງແຕ່ທ່ານ ທຣຳ, ໄດ້ກ່າວຫາລັດຖະບານ ອິສລາມາບັດ ກ່ຽວກັບ
ການຮັບຮູ້ໃນການປິດບັງພວກກະບົດທີ່ຕໍ່ສູ້ກັບກອງກຳລັງ ສະຫະລັດ ໃນ ອັຟການິສ
ຖານ, ໃນຂໍ້ຄວາມຂອງທ່ານທີ່ຂຽນໃນ Twitter ໃນວັນປີໃໝ່. ທ່ານ ຍັງໄດ້ຢຸດການ
ຊ່ວຍເຫຼືອດ້ານຄວາມປອດໄພມູນຄ່າ 2 ພັນລ້ານໂດລາຕໍ່ ປາກິສຖານ ໄວ້ຊົ່ວຄາວອີກ
ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG